ຂ່າວສານ

ກອງ​ປ​ະ​ຊຸມ​ໂອ້​ລົມ​ສົນ​ທະ​ນາ​ທາງ​ອອນ​ລາຍ ລະ​ຫວ່າງ​ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ ສູນ​ກາງພັກ​ກອມ​ມູ​ນິດ​ຫວຽດ​ນາມ ກັບ ຄະ​ນະ​ພົວ​ພັນ​ຕ່າງ​ປະ​ເທດ ສູນ​ກາງ​ພັກ ປະ​ຊາ​ຊາ​ຊົນ​ປະ​ຕິ​ວັດ​ ລາວ

ວັນທີ 28 ສິງຫາ, ທ່ານ ຮວ່າງບິ່ງກວັນ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ ກອມມູນິດຫວຽດນາມ ໄດ້ມີການໂອ້ລົມທາງອອນລາຍກັບທ່ານນາງ ສູນທອນ ໄຊຍະຈັກ, ກຳມະການສູນກາງພັກ, ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກປະຊາຊົນປະຕິວັດລາວ.

ກອງປະຊຸມໂອ້ລົມສົນທະນາທາງອອນລາຍ ລະຫວ່າງຄະນະພົວພັນຕ່າງປະເທດ ສູນກາງພັກກອມມູນິດຫວຽດນາມ ກັບ ຄະນະພົວພັນຕ່າງປະເທດ ສູນກາງພັກ ປະຊາຊາຊົນປະຕິວັດລາວ (ພາບ: TTXVN)

ສອງຝ່າຍໄດ້ເນັ້ນໜັກເຖິງຄວາມສຳຄັນຂອງສາຍພົວພັນສາມັກຄີແບບພິເສດລະຫວ່າງ ຫວຽດນາມ - ລາວ ຕໍ່ສະຖຽນລະພາບ ແລະ ການພັດທະນາຂອງສອງປະເທດ, ໃນນັ້ນ ໄດ້ມີການປະກອບສ່ວນຢ່າງຕັ້ງໜ້າຂອງຄະນະພົວພັນຕ່າງປະເທດຂອງສອງພັກ ແລະ ສະແດງຄວາມປິຕິຊົມຊື່ນຕໍ່ການພົວພັນອັນດີງາມຂອງສອງປະເທດ ນັບມື້ນັບພັດທະນາເຂົ້າສູ່ລວງເລິກໃນທຸກຂົງເຂດ, ນຳມາເຊິ່ງຜົນປະໂຫຍດອັນແທດຈິງໃຫ້ແກ່ປະຊາຊົນສອງຊາດ.

ສອງຝ່າຍກໍແຈ້ງໃຫ້ກັນຊາບກ່ຽວກັບສະພາບການຂອງພັກ, ລັດ, ໃນນັ້ນ ລວມມີວຽກງານກະກຽມໃຫ້ແກ່ກອງປະຊຸມໃຫຍ່ຂອງແຕ່ລະພັກ; ແລກປ່ຽນກ່ຽວກັບສະພາບການໂລກ, ພາກພື້ນ, ໃນນັ້ນ ມີສະພາບການຢູ່ທະເລຕາເວັນອອກ ແລະ ບາງບັນຫາທີ່ຫາກໍ່ພົ້ນເດັ່ນຂຶ້ນຫວ່າງມໍ່ໆມານີ້ ເຊິ່ງສອງຝ່າຍຕ່າງກໍມີຄວາມສົນໃຈ. ສອງຝ່າຍຢັ້ງຢືນວ່າ ຈະສືບຕໍ່ຮັກສາ ແລະ ແບ່ງປັນຂໍ້ມູນຂ່າວສານຢ່າງທັນການ ແລະ ສົມທົບກັນຢ່າງແໜ້ນແຟ້ນ, ມີປະສິດທິຜົນຢ່າງແທດຈິງ, ສະໜັບສະໜູນເຊິ່ງກັນແລະກັນໃນບັນດາບັນຫາສາກົນ ແລະ ພາກພື້ນ, ໂດຍສະເພາະແມ່ນໃນຂອບເຂດການຮ່ວມມືໃນ ອາຊຽນ, WTO, ASEM ແລະ ບັນດາກົນໄກຮ່ວມມືໃນອະນຸພາກພື້ນແມ່ນ້ຳຂອງ, ປະກອບສ່ວນຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

(ແຫຼ່ງຄັດຈາກ VOV)


top