ຂ່າວສານ

ກອງ​ປະ​ຊຸ​ມ​ສະ​ຫລຸບ​ວຽກ​ງານ​ປີ 2019 ຂອງ​ກະ​ຊວງວິ​ທະ​ຍາ​ສາດ ແລະ ເຕັກ​ໂນ​ໂລ​ຊີ

ຕ້ອງສືບຕໍ່ປ່ຽນໃໝ່ຈິນຕະນາການໃນການຄຸ້ມຄອງວິທະຍາສາດ ເຕັກໂນໂລຊີ ແລະ ປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງ ຖືກຕ້ອງຕາມທ່າອ່ຽງສາກົນ, ຖືເອົາວິສາຫະກິດເປັນໃຈກາງ.

ພາບ:
 VGP

 ນີ້ແມ່ນທັດສະນະຂອງທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູ້ດຶກດາມ ທີ່ ກອງປະຊຸມສະຫລຸບວຽກງານປີ 2019  ແລະ ຜັນຂະຫຍາຍວຽກງານປີ 2020 ຂອງກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ຈັດຂຶ້ນເມື່ອຕອນເຊົ້າວັນທີ 3 ມັງກອນຢູ່ ຮ່າໂນ້ຍ.

   ທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຫວູ້ດຶກດາມ ຮັບຮູ້ບັນດາການປະກອບສ່ວນຂອງຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ ໃນໄລຍະທີ່ຜ່ານມາ. ຕາມທ່ານແລ້ວ, ດັດຊະນີການປ່ຽນແປງໃໝ່ຢ່າງມີຫົວຄິດປະດິດສ້າງປີ 2019 ຂອງຫວຽດນາມ ສືບຕໍ່ເພີ່ມຂຶ້ນ 3 ຂັ້ນເມື່ອທຽບກັບປີ 2018, ຢືນອັນດັບທີ 42 ໃນຈຳນວນ 129 ປະເທດ/ພື້ນຖານເສດຖະກິດ ແລະ ຢືນອັນດັບທີ 1 ໃນກຸ່ມ 26 ປະເທດມີລາຍຮັບປານກາງ, ຢືນອັນດັບທີ 3 ໃນອາຊຽນ, ຖັດຈາກ ສິງກະໂປ ແລະ ມາເລເຊຍ. ແຕ່ເຖິງຢ່າງໃດກໍ່ຕາມ, ທ່ານຮອງນາຍົກລັດຖະມົນຕີ ຖືວ່າ: ເພື່ອໃຫ້ຫວຽດນາມ ກາຍເປັນປະເທດມີລາຍຮັບສູງໃນ 20 ປີຈະມາເຖິງ,  ທຸກຂະແໜງການຕ້ອງຮ່ວມເດີນທາງກັບກະຊວງວິທະຍາສາດ ແລະ ເຕັກໂນໂລຊີ ແລະ ສະເໜີໃຫ້ກະຊວງ ຕ້ອງມີເຄື່ອງມືເພື່ອຊຸກຍູ້ການປະດິດຄິດສ້າງໃນທົ່ວວົງຄະນະຍາດ ກໍ່ຄືສົ່ງເສີມວິສາຫະກິດລົງທຶນໃຫ້ແກ່ວິທະຍາສາດ ເຕັກໂນໂລຊີ, ເຊີດຊູບັນດາການປະດິດສ້າງ, ຂໍ້ລິເລີ່ມໃນວົງຄະນະຍາດ ເພື່ອໃຫ້ບັນດາຜູ້ເຮັດວຽກງານວິທະຍາສາດປະກອບສ່ວນຫຼາຍກ່ວາອີກໃຫ້ແກ່ຂະແໜງວິທະຍາສາດ ແລະ ເຕັກໂນໂລຊີ ໃນໄລຍະທີ່ຈະມາເຖິງ.

(ແຫຼ່ງຄັດຈາກ VOV)


top