ຂ່າວສານ

ກອງ​ປະ​ຊຸ​ມ​ທົ່ວ​ປະ​ເທດ​ເຊື່ອມ​ຊຶມ​ມະ​ຕິ​ຂອງ​ກົມ​ການ​ເມືອງ

ກົມການເມືອງ, ຄະນະເລຂາທິການ ສູນກາງພັກຄອມມູນິດ ຫວຽດນາມ ໄດ້ຈັດກອງປະຊຸມທົ່ວປະເທດ ເຊື່ອມຊຶມ, ຜັນຂະຫຍາຍປະຕິບັດມະຕິສຳຄັນ 4 ສະບັບຂອງກົມການເມືອງ.
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ

ຕອນເຊົ້າວັນທີ16 ກັນຍາ, ກົມການເມືອງ, ຄະນະເລຂາທິການ ສູນກາງພັກຄອມມູນິດ ຫວຽດນາມ ໄດ້ຈັດກອງປະຊຸມທົ່ວປະເທດ ເຊື່ອມຊຶມ, ຜັນຂະຫຍາຍປະຕິບັດມະຕິສຳຄັນ 4 ສະບັບຂອງກົມການເມືອງ. ທ່ານເລຂາທິການໃຫຍ່ ໂຕເລິມ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ ກໍໄດ້ເຂົ້າຮ່ວມ. ໃນທົ່ວປະເທດມີຜູ້ແທນ ກວ່າ 1,2 ລ້ານຄົນໄດ້ເຂົ້າຮ່ວມແບບທາງໄກ.

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຊື່ອມຊຶມຫົວຂໍ້ທຳອິດກ່ຽວກັບເນື້ອໃນຈຸດສຸມ, ແກ່ນສານຂອງມະຕິສະບັບທີ 71 ຂອງກົມການເມືອງ ວ່າດ້ວຍການບຸກທະລຸໃນການພັດທະນາການສຶກສາ ແລະ ບຳລຸງສ້າງ ແລະ ໂຄງການຈັດຕັ້ງປະຕິບັດມະຕິ. ທ່ານກ່າວວ່າ:

        “ພວກເຮົາຕ້ອງບຳລຸງສ້າງພົນລະເມືອງທົ່ວໂລກ ບໍ່ພຽງແຕ່ຮູ້ພາສາ ຫວຽດ ເທົ່ານັ້ນ ຫາກຍັງຕ້ອງຮູ້ພາສາທີ່ໄດ້ນຳໃຊ້ທົ່ວໄປຈຳນວນໜຶ່ງຄື ອັງກິດ ແລະ ພາສາອື່ນໆ. ນອກຈາກນັ້ນແລ້ວ, ຕ້ອງຍົກປັນຍາປະດິດເຂົ້າໃນການສຶກສາຂັ້ນມັດທະນົມ. ພວກເຮົາພວມຄົ້ນຄວ້າ ແລະ ຊີ້ນຳນຳປັນຍາປະດິດເຂົ້າຫຼັກສູດຂອງ ປໍ 1 ດ້ວຍຈິດໃຈແມ່ນ “ທັງຮຽນທັງຫຼີ້ນ”; ຕ້ອງຂຸດຄົ້ນການບັນເທິງ, ແຕ່ເພີ່ມທະວີລັກສະນະສຶກສາ. ນັ້ນແມ່ນການປ່ຽນແປງໃໝ່ທີ່ມີຄວາມສຳຄັນຍິ່ງ”.

        ໃນກອງປະຊຸມ, ບັນດາຜູ້ແທນຍັງໄດ້ຮັບຟັງການສະເໜີກ່ຽວກັບມະຕິສະບັບເລກທີ 72 - NQ/TW ວ່າດ້ວຍບາງມາດຕະການບຸກທະລຸ, ເພີ່ມທະວີການປ້ອງກັນ, ເບິ່ງແຍງດູແລ ແລະ ຍົກສູງສຸຂະພາບຂອງປະຊາຊົນ; ມະຕິສະບັບເລກທີ 59 ຂອງກົມການເມືອງກ່ຽວກັບການເຊື່ອມໂຍງເຂົ້າກັບສາກົນໃນສະພາບການໃໝ່ ແລະ ໂຄງການຈັດຕັ້ງປະຕິບັດມະຕິ ແລະ ການລາຍງານບາງເນື້ອໃນຫຼັກຂອງມະຕິສະບັບເລກທີ 70 ຂອງກົມການເມືອງ ວ່າດ້ວຍການຮັບປະກັນຄວາມໝັ້ນຄົງດ້ານພະລັງງານແຫ່ງຊາດຮອດປີ 2030, ວິໄສທັດຮອດປີ 2045./.


top