ຂ່າວສານ

ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ: ສື່ມວນ​ຊົນ​ສາ​ກົນ ຕີ​ລາ​ຄາ​ກອງ​ປະ​ຊຸມ​ໃຫຍ່​ກຳ​ນົດ​ແນວ​ທາງ​ພັດ​ທະ​ນາ​ຫວຽດ​ນາມ​ໃນ​ໄລ​ຍະ​ໃໝ່

ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ຈະຮັບຮອງເອົາບັນດາບຸລິມະສິດຫຼັກແຫຼ່ງກ່ຽວກັບການເມືອງ ແລະ ເສດຖະກິດໃຫ້ສຳລັບ 5 ປີຈະມາເຖິງ, ໃນນັ້ນພົ້ນເດັ່ນແມ່ນເປົ້າໝາຍການເຕີບໂຕເສດຖະກິດຢູ່ລະດັບສູງ.
ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງ ພັກກອມມູນິດ ຫວຽດນາມ (ພາບ: TTXVN)
ໃນຊຸມວັນຜ່ານມາ ສື່ມວນຊົນສາກົນ ສືບຕໍ່ໃຫ້ຄວາມສົນໃຈຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ  ຫວຽດນາມ ຫຼາຍພໍສົມຄວນ, ຕີລາຄາວ່າ ນີ້ແມ່ນເຫດການການເມືອງທີ່ມີຄວາມໝາຍສຳຄັນຂອງ ຫວຽດນາມ, ກຳນົດທິດແນວທາງພັດທະນາປະເທດຊາດໃນໄລຍະ 2026 – 2030 ແລະ ຊຸມປີຕໍ່ໄປ. ເວັບໄຊ Stratfor ລົງເລິກການໄຈ້ແຍກຂໍ້ມູນຂ່າວສານການເມືອງທົ່ວໂລກ (ມີສຳນັກງານຕັ້ງຢູ່ອາເມລິກາ) ໃຫ້ຂໍ້ສັງເກດວ່າ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ຈະຮັບຮອງເອົາບັນດາບຸລິມະສິດຫຼັກແຫຼ່ງກ່ຽວກັບການເມືອງ ແລະ ເສດຖະກິດໃຫ້ສຳລັບ 5 ປີຈະມາເຖິງ, ໃນນັ້ນພົ້ນເດັ່ນແມ່ນເປົ້າໝາຍການເຕີບໂຕເສດຖະກິດຢູ່ລະດັບສູງ, ດ້ວຍການກຳນົດທິດສູ້ຊົນນຳການເຕີບໂຕ GDP ແຕ່ລະປີບັນລຸລະດັບໜ້ອຍສຸດແມ່ນ 10% ໃນໄລຍະ 2026 – 2030.

top