ຂ່າວສານ

ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ XIV ຂອງ​ພັກ: USABC ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ ຫວຽດ​ນາມ ບົນ​ວິວັດການ​ນຳ​ການ​ເຕີບ​ໂຕ​ບັນ​ລຸ​ລະ​ດັບ​ສອງ​ຕົວ​ເລກ

ກອງປະຊຸມໃຫຍ່ຈະສ້າງວິໄສທັດຍຸດທະສາດຢ່າງຈະແຈ້ງ, ນຳພາ ຫວຽດນາມ ກ້າວເຂົ້າສູ່ສັງກາດເຕີບໂຕຢ່າງແຮງ, ຍືນຍົງ ແລະ ການເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງກ່ວາອີກ, ເປັນຕົ້ນແມ່ນໃນສະພາບການ ຫວຽດນາມ ວາງເປົ້າໝາຍການເຕີບໂຕ GDP ບັນລຸລະດັບ 10% ຂຶ້ນໄປ.
ທ່ານ Brian McFeeters ອະດີດເອກອັກຄະລັດຖະທູດ ອາເມລິກາ ປະຈຳ ມາເລເຊຍ, ປະທານທັງເປັນຜູ້ອຳນວຍການຝ່າຍບໍລິຫານສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC) (ພາບ: TTXVN)
ໃນໂອກາດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ພວມດຳເນີນຢູ່ນະຄອນຫຼວງ ຮ່າໂນ້ຍ, ທ່ານ Brian McFeeters ອະດີດເອກອັກຄະລັດຖະທູດ ອາເມລິກາ ປະຈຳ ມາເລເຊຍ, ປະທານທັງເປັນຜູ້ອຳນວຍການຝ່າຍບໍລິຫານສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ (USABC), ມີຄວາມຫວັງ ແລະ ຍົກອອກຄຳໝັ້ນສັນຍາຢ່າງແຮງຂອງປະຊາຄົມວິສາຫະກິດ ອາເມລິກາ ຕໍ່ວິວັດການພັດທະນາຢ່າງຍາວນານຂອງ ຫວຽດນາມ. ທ່ານ Brian McFeeters ມີຄວາມຫວັງວ່າ ກອງປະຊຸມໃຫຍ່ຈະສ້າງວິໄສທັດຍຸດທະສາດຢ່າງຈະແຈ້ງ, ນຳພາ ຫວຽດນາມ ກ້າວເຂົ້າສູ່ສັງກາດເຕີບໂຕຢ່າງແຮງ, ຍືນຍົງ ແລະ ການເຊື່ອມໂຍງຢ່າງເລິກເຊິ່ງກວ້າງຂວາງກ່ວາອີກ, ເປັນຕົ້ນແມ່ນໃນສະພາບການ ຫວຽດນາມ ວາງເປົ້າໝາຍການເຕີບໂຕ GDP ບັນລຸລະດັບ 10% ຂຶ້ນໄປ. ທ່ານຢັ້ງຢືນວ່າ USABC ແລະ ວິສາຫະກິດສະມາຊິກກ່ວາ 190 ແຫ່ງພ້ອມແລ້ວທີ່ຈະຮ່ວມເດີນທາງ, ສະໜັບສະໜູນຢ່າງແຮງເປົ້າໝາຍນຳການເຕີບໂຕ GDP ບັນລຸລະດັບ 10%ຂຶ້ນໄປຂອງ ຫວຽດນາມ. 

top