ໜັງສືພິມ ປະເທດລາວ ສະບັບອອກວັນທີ 28 ມັງກອນ ໄດ້ລົງບົດຂຽນທີ່ມີຫົວຂໍ້ວ່າ: “ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ສ້າງຂີດໝາຍແຫ່ງການພັດທະນາຢ່າງແຮງຂອງພັກກອມມູນິດ ຫວຽດນາມ”.
ບົດຂຽນກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກເປັນຂີດໝາຍການພັດທະນາຢ່າງແຂງແຮງ ຂອງພັກກອມມູນິດ ຫວຽດນາມ ໃນເວັບໄຊ Kpl (ພາບ: TTXVN)
ບົດຂຽນໄດ້ໃຫ້ຂໍ້ສັງເກດວ່າ ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດ ຫວຽດນາມ ແມ່ນບາດກ້າວປ່ຽນແປ່ງທີ່ສຳຄັນທີ່ສຸດ, ແມ່ນປະຖົມປັດໄຈໃຫ້ບັນດາອາຍຸການຕໍ່ໄປ ເພື່ອປະຕິບັດເປົ້າໝາຍຍຸດທະສາດພັດທະນາປະເທດຊາດ ຕະຫຼອດຮອດປີ 2030, ວິໄສທັດຮອດປີ 2045 ຢ່າງມີໄຊ. ບົດຂຽນເນັ້ນໜັກວ່າ “ມາຮອດປັດຈຸບັນ, ອາດຢັ້ງຢືນໄດ້ວ່າ, ຫຼາຍທົດສະວັດທີ່ຜ່ານມາ, ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີ ແບບພິເສດ ແລະ ການຮ່ວມມືຮອບດ້ານ ພາຍໃຕ້ການນຳພາຂອງພັກປະຊາຊົນປະຕິວັດລາວ ແລະ ພັກກອມມູນິດ ຫວຽດນາມ ບໍ່ພຽງແຕ່ໄດ້ຮັກສາເປັນຢ່າງດີເທົ່ານັ້ນ, ຫາກຍັງໄດ້ຮັບການເພີ່ມພູນຄູນສ້າງຢ່າງບໍ່ຢຸດຢັ້ງອີກດ້ວຍ, ນັບມື້ນັບເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ ໃນບັນດາຂົງເຂດທັງໝົດ, ນຳມາເຊິ່ງຜົນປະໂຫຍດອັນແທ້ຈິງມາໃຫ້ປະຊາຊົນທັງສອງປະເທດ, ເພື່ອສັນຕິພາບ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ ແລະ ໂລກ”.
ແລະ ສຳນັກຂ່າວສານ ລາວ (KPL) ກໍ່ໄດ້ຕີລາຄາສູງບັນດາຜົນສຳເລັດດ້ານເສດຖະກິດຂອງ ຫວຽດນາມ ໄລຍະ 2016 – 2019 ໃນການຮັກສາການເຕີບໂຕ ແລະ ຄວບຄຸມໂລກລະບາດໂຄວິດ - 19 ໃນປີ 2020 ທີ່ເຕັມໄປດ້ວຍຄວາມຫຍຸ້ງຍາກນີ້. ດ້ວຍບັນດາຜົນງານນີ້, ຫວຽດນາມ ໄດ້ຮັບການຈາກໂລກຮັບຮູ້ ແລະ ຖືວ່າແມ່ນຈຸດພົ້ນເດັ່ນໃນການປະຕິບັດເປົ້າໝາຍຄວບຄູ່ ຢ່າງມີໄຊ…
(ແຫຼ່ງຄັດຈາກ VOV)