ຂ່າວສານ

ກອງ​ປະ​ຊຸມ​ໃຫຍ່ຜູ້​ແທນ​ທົ່ວ​ປະ​ເທດ​ສະ​ພາ​ກາ​ແດງ ຫວຽດ​ນາມ ຄັ້ງ​ທີ XII ຈະ​ດຳ​ເນີນ​ແຕ່​ວັນ​ທີ 27 – 28 ກໍ​ລະ​ກົດ

ກອງ​ປະ​ຊຸມ​ດຳ​ເນີນ​ກົງ​ກັບ​ເວ​ລາ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສະ​ພາ​ກາ​ແດງ ຫວຽດ​ນາມ(23/11/1946 - 23/11/2026), ສ້າງ​ເສັ້ນ​ທາງ​ແຫ່ງ​ການ​ພັດ​ທະ​ນາ​ໃໝ່​ຂອງ​ສະ​ພາ​ກາ​ແດງ ຫວຽດ​ນາມ ໃນ​ສະ​ພາບ​ການ​ປະ​ເທດ​ຊາດ​ກ້າວ​ເຂົ້າ​ສູ່​ສັງ​ກາດ​ພັດ​ທະ​ນາ​ໃໝ່
  ທ່ານ ຫງວຽນ​ຫ໋າຍ​ແອັງ, ຮອງ​ປະ​ທານ, ເລ​ຂາ​ນຸ​ກາ​ໃຫຍ່​ສະ​ພາ​ກາ​ແດງ ຫວຽດ​ນາມ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ​ໃຫຍ່ (ພາບ: VNA)  

ດ້ວຍ​ທິດ​ນຳ “ສາ​ມັກ​ຄີ - ປ່ຽນ​ແປງ​ໃໝ່ - ເປັນ​ມື​ອາ​ຊີບ - ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ”, ກອງ​ປະ​ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ສະ​ພາ​ກາ​ແດງ ຫວຽດ​ນາມ ຄັ້ງ​ທີ XII ອາ​ຍຸ​ການ 2026 – 2031 ຈະ​ດຳ​ເນີນ​ແຕ່​ວັນ​ທີ 27 – 28 ກໍ​ລະ​ກົດ 2026 ຢູ່​ຮ່າ​ໂນ້ຍ. ກອງ​ປະ​ຊຸມ​ດຳ​ເນີນ​ກົງ​ກັບ​ເວ​ລາ​ສະ​ເຫຼີມ​ສະຫຼອງ 80 ປີ​ແຫ່ງວັນ​ສ້າງ​ຕັ້ງ​ສະ​ພາ​ກາ​ແດງ ຫວຽດ​ນາມ(23/11/1946 - 23/11/2026), ສ້າງ​ເສັ້ນ​ທາງ​ແຫ່ງ​ການ​ພັດ​ທະ​ນາ​ໃໝ່​ຂອງ​ສະ​ພາ​ກາ​ແດງ ຫວຽດ​ນາມ ໃນ​ສະ​ພາບ​ການ​ປະ​ເທດ​ຊາດ​ກ້າວ​ເຂົ້າ​ສູ່​ສັງ​ກາດ​ພັດ​ທະ​ນາ​ໃໝ່, ຮຽກ​ຮ້ອງ​ນັບ​ມື້​ນັບ​ສູງ​ສຳ​ລັບ​ວຽກ​ງານ​ມະ​ນຸດ​ສະ​ທຳ, ສະ​ຫວັດ​ດີ​ການ​ສັງ​ຄົມ ແລະ ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ. ທີ່​ການ​ຖະ​ແຫຼງ​ຂ່າວ​​ດຳ​ເນີນ​ໃນ​ຕອນ​ເຊົ້າ​ວັນ​ທີ 21 ກໍ​ລະ​ກົດ, ຢູ່​ຮ່າ​ໂນ້ຍ, ທ່ານ ຫງວຽນ​ຫ໋າຍ​ແອັງ, ຮອງ​ປະ​ທານ, ເລ​ຂາ​ນຸ​ກາ​ໃຫຍ່​ສະ​ພາ​ກາ​ແດງ ຫວຽດ​ນາມ ເນັ້ນ​ໜັ້ກ​ວ່າ:

ພວກ​ເຮົາ​ກ້າວ​ເຂົ້າ​ສູ່​ອາ​ຍຸ​ການ 2026 – 2031 ໃນ​ສະ​ພາບ​ການ​ປະ​ເທດ​ຊາດ​ກ້າວ​ເຂົ້າ​ສັງ​ກາດ​ພັດ​ທະ​ນາ​ໃໝ່ ແລະ ຄວາມ​ມຸ່ງ​ຫວັງ​ບືນ​ຕົວ​ຂຶ້ນ​ຂອງ​ຊາດ, ພ້ອມ​ທັງ​ກໍ່​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ບັນ​ດາ​ສິ່ງ​ທ້າ​ທາ​ຍ​ບໍ່​ເຄີຍ​ມີ​ມາ​ກ່ອນ​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ… ໃນ​ສະ​ພາບ​ການ​ນັ້ນ, ວຽກ​ງານ​ມະ​ນຸດ​ສະ​ທຳ​ຕ້ອງ​ກາຍ​ເປັນ​ພາກ​ສ່ວນ​ສຳ​ຄັນ​ຂອງ​ການ​ພັດ​ທ​ະ​ນາ​ແບບ​ຍືນ​ຍົງ, ຂອງ​ຄວາມ​ໝັ້​ນ​ຄົງ​ມະ​ນຸດ ແລະ ຄວາ​ມ​ສາ​ມາດ​ຮັບ​ມື​ຂອງ​ປະ​ຊາ​ຄົມ.


top