ຂ່າວສານ

ກອງ​ປະ​ຊຸມ​ເທື່ອ​ທີ 20 ຂອງ​ຄະ​ນະ​ປະ​ຈຳ​ສ​ະ​ພາ​ແຫ່ງ​ຊາດ ຈະ​ໄຂ​ຂຶ້ນ​ໃນ​ຕົ້ນ​ອາ​ທິດ​ໜ້າ

ຄາດວ່າ, ກອງປະຊຸມເທື່ອທີ 20 ຂອງຄະນະປະຈຳສະພາແຫ່ງຊາດ ຫວຽດນາມ ຈະໄຂຂຶ້ນໃນວັນທີ 13 ກຸມພາ ແລະ ອັດລົງໃນວັນທີ 15 ກຸມພາ ຢູ່ຫ້ອງປະຊຸມເຕິນຈ່າວ, ຫໍສະພາແຫ່ງຊາດ. ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຈະເຂົ້າຮ່ວມ ແລະ ກ່າວຄຳເຫັນໄຂກອງປະຊຸມ.
  ກອງປະຊຸມເທື່ອທີ 18 ຂອງຄະນະປະຈຳສະພາແຫ່ງຊາດ (ພາບ: TTXVN)  

ໃນກອງປະຊຸມຄັ້ງນີ້, ຄະນະປະຈຳສະພາແຫ່ງຊາດ ຈະດຳເນີນການພິຈາລະນາ, ປະກອບຄຳເຫັນກ່ຽວກັບບາງບັນຫາໃຫຍ່ ທີ່ຍັງມີຄຳເຫັນແຕກຕ່າງກັນຂອງຮ່າງກົດໝາຍບາງສະບັບ, ເປັນຕົ້ນແມ່ນ: ຮ່າງກົດໝາຍວ່າດ້ວຍການປົກປ້ອງສິດຜົນປະໂຫຍດຂອງຜູ້ຊົມໃຊ້ (ສະບັບປັບປຸງ); ຮ່າງກົດໝາຍວ່າດ້ວຍທຸກລະກຳເອເລັກໂຕນິກ (ສະບັບປັບປຸງ), ຮ່າງດຳລັດວ່າດ້ວຍການປ້ອງກັນຂໍ້ມູນສ່ວນຕົວ…

ນອກຈາກນັ້ນແລ້ວ, ຄະນະປະຈຳສະພາແຫ່ງຊາດ ຈະພິຈາລະນາ ມອບໝາຍໜ້າວຽກ ແລະ ຈັດແບ່ງທຶນຮັບໃຊ້ໜ້າທີ່, ໂຄງການຂຶ້ນກັບແຜນການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ (ໄລຍະທີ 2).

 


top