ຂ່າວສານ

ກອງ​ປະ​ຊຸມ​ເຈ​ລະ​ຈາຂອງ​ການ​ນຳ​ບັນ​ດາ​ປະ​ເທດ ອາ​ຊຽ​ນ + 3 ກັບ​ຜູ້​ຕ​າງ​ໜ້າ​ສະ​ພາ​ດຳ​ເນີນ​ທຸ​ລະ​ກິດ ອາ​ຊີ​ຕາ​ເວັນ​ອອກ

ໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມທີ່ກ່ຽວຂ້ອງ, ຕອນບ່າຍວັນທີ 14 ພະຈິກ 2020 ໄດ້ດຳເນີນກອງປະຊຸມເຈລະຈາຂອງການນຳບັນດາປະເທດ ອາຊຽນ + 3 ກັບຜູ້ຕາງໜ້າສະພາດຳເນີນທຸລະກິດ ອາຊີ ຕາເວັນອອກ (EABC). 

ກອງປະຊຸມເຈລະຈາຂອງການນຳບັນດາປະເທດ ອາຊຽນ + 3 ກັບຜູ້ຕາງໜ້າສະພາດຳເນີນທຸລະກິດ ອາຊີຕາເວັນອອກ (ພາບ: TTXVN)

ກ່າວຄຳເຫັນຊີ້ນຳກອງປະຊຸມໃນບົດບາດເປັນປະທານ ອາຊຽນ + 3, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຕີລາຄາສູງບັນດາການປະກອບສ່ວນຢ່າງແທດຈິງຂອງ ສະພາ EABC ໃນຄວາມມານະພະຍາຍາມລວມເພື່ອຮັບມືກັບໂລກລະບາດ, ຟື້ນຟູເສດຖະກິດເວົ້າສະເພາະ ກໍຄື ວິວັດທະນາການເຊື່ອມໂຍງເຂົ້າກັບສາກົນ ແລະ ການຮ່ວມສຳພັນເສດຖະກິດໃນພາກພື້ນໃນໄລຍະຜ່ານມາ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຊົມເຊີຍບັນດາຂໍ້ສະເໜີແນະຂອງ EABC ແລະ ສະເໜີປະຊາຄົມວິສາຫະກິດໃນພາກພື້ນສືບຕໍ່ສະໜັບສະໜູນ, ຮ່ວມເດີນທາງພ້ອມກັບບັນດາລັດຖະບານໃນການຕ້ານໂລກລະບາດໂຄວິດ - 19 ແລະ ຟື້ນຟູເສດຖະກິດ - ສັງຄົມ, ນຳເສດຖະກິດຊອງ ອາຊີຕາເວັນອອກ ເຕີບໂຕຄືນໃໝ່ຢ່າງແຂງແຮງກວ່າເກົ່າ, ເຊື່ອມໂຍງກວ່າ ແລະ ມີກຳລັງຄວາມສາມາດແກ້ງແຍ້ງສູງກວ່າ ຫຼັງໂລກລະບາດ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີ ໃຫ້ປະຊາຄົມວິສາຫະກິດ ຈົ່ງເອົາໃຈໃສ່ເປັນພິເສດເຖິງການຍົກສູງກຳລັງຄວາມສາມາດໃນການໝູນໃຊ້ເຕັກໂນໂລຢີດີຈີຕອນ, ເຕັກໂນໂລຢີອັດສະລິຍະເຂົ້າໃນການຜະລິດ, ດຳເນີນທຸລະກິດ, ມຸ່ງໄປເຖິງບັນດາຄຸນຄ່າ ຂຽວ - ສະອາດ ແລະ ພັດທະນາແບບຍືນຍົງ, ເພື່ອຜົນປະໂຫຍດຮອບດ້ານຂອງປະຊາຊົນ. ທ່ານກໍຮຽກຮ້ອງໃຫ້ ສະພາດຳເນີນທຸລະກິດ ອາຊີຕາເວັນອອກ ສືບຕໍ່ເສີມຂະຫຍາຍບົດບາດຂອງຕົນ ແມ່ນຂົວຕໍ່ລະຫວ່າງ ວິສາຫະກິດກັບ ລັດຖະບານບັນດາປະເທດ ອາຊີຕາເວັນອອກ, ສະເໜີບັນດາຂໍ້ສະເໜີແນະ, ປະກອບສ່ວນຢ່າງເໝາະສົມ, ແລະ ທັນການ ໃຫ້ລັດຖະບານບັນດາປະເທດ ເພື່ອສືບຕໍ່ສ້າງລະບອບລະບຽບການ, ນະໂຍບາຍເຊື່ອມໂຍງເສດຖະກິດພາກພື້ນໃຫ້ສົມບູນແບບ ປະກອບສ່ວນເຂົ້າໃນການຜັນຂະຫຍາຍແຜນການຟື້ນຟູສັງລວມ ອາຊຽນ ຢ່າງມີປະສິດທິຜົນ.

(ແຫຼ່ງຄັດຈາກ VOV)


top