ຂ່າວສານ

ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ເສດ​ຖະ​ກິດ​ອະ​ວຸ​ໂສ​ກຳ​ປູ​ເຈຍ-ລາວ-ມຽນ​ມາ-ຫວຽດ​ນາມ

ວັນທີ 25 ມັງກອນ, ກອງປະຊຸມເຈົ້າໜ້າທີ່ເສດຖະກິດອະວຸໂສກຳປູເຈຍ-ລາວ-ມຽນມາ-ຫວຽດນາມ (CLMV SEOM)  ຄັ້ງທີ 20 ໄດ້ຈັດຂຶ້ນຕາມຮູບການທາງອອນລາຍ.
(ພາບ: ກະຊວງອຸດສະຫະກຳ-ການຄ້າຫວຽດນາມ)

ທ່ານຫົວໜ້າ SEOM CLMV ຂອງມຽນມາ ບໍລິຫານກອງປະຊຸມ ຕາມກົນໄກຜັນປ່ຽນກັນ, ຊື່ງໄດ້ສຸມໃສ່ປຶກສາຫາລື 6 ບັນຫາຕົ້ນຕໍ, ລວມມີ: ໝາກຜົນຂອງກອງປະຊຸມລັດຖະມົນຕີເສດຖະກິດ CLMV ຄັ້ງທີ 12; ກວດກາຄືນການຜັນຂະຫຍາຍບັນດາການເຄື່ອນໄຫວໃນແຜນການດຳເນີນງານ CLMV ໄລຍະ 2019 - 2020; ປຶກສາຫາລື ແລະ ສ້າງແຜນການດຳເນີນງານ CLMV ໄລຍະ 2021-2022; ກວດກາຄືນລະດັບຄວາມໄວໃນການຜັນຂະຫຍາຍ ໂຄງການຍົກສູງຄວາມສາມາດແກ່ງແຍ້ງໃຫ້ແກ່ບັນດາປະເທດອາຊຽນ ໃນຂອບເຂດຂໍ້ລິເລີ່ມການເຊື່ອມໂຍງອາຊຽນ (COMPETE);  ປຶກສາຫາລືບັນດາບາດກ້າວຕໍ່ໄປ ເພື່ອຜັນຂະຫຍາຍຂອບເຂດການພັດທະນາ CLMV ພາຍຫຼັງໄດ້ຮັບຮອງເອົາທີ່ກອງປະຊຸມຂັ້ນສູງ CLMV ຄັ້ງທີ 10; ອັບເດັດສະພາບການຜັນຂະຫຍາຍຂໍ້ລິເລີ່ມການເຊື່ອມໂຍງອາຊຽນ.

   ນອກຈາກນັ້ນແລ້ວ, ກອງປະຊຸມຍັງໄດ້ປຶກສາຫາລືໂຄງການຊຸກຍູ້ການແກ່ງແຍ້ງໃນຂອບເຂດຂໍ້ລິເລີ່ມການເຊື່ອມໂຍງອາຊຽນ (COMPETE) ໂດຍລັດຖະບານເຢຍລະມັນ ອຸປະຖຳ ຜ່ານອົງການຮ່ວມມືພັດທະນາເຢຍລະມັນ (GIZ).

(ແຫຼ່ງຄັດຈາກ VOV)


top