ຂ່າວສານ

ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່​ອາ​ວຸ​ໂສເວ​ທີ​ປາ​ໄສ​ພາກ​ພື້ນອາ​ຊຽນ

ບັນດາປະເທດສະຫງວນເວລາສ່ວນຫຼາຍ ເພື່ອປຶກສາຫາລືບັນດາບັນຫາສາກົນ ແລະ ພາກພື້ນທີເຄັ່ງຮ້ອນໃນປະຈຸບັນ.
  ທ່ານເອກອັກຄະລັດຖະທູດ ຫວຸໂຮ່, ຫົວໜ້າ SOM ASEAN ຫວຽດນາມ (ພາບ: TTXVN)  

ວັນທີ 9 ມິຖຸນາ, ກອງປະຊຸມເຈົ້າໜ້າທີ່ອາວຸໂສ (SOM) ເວທີປາໄສພາກພື້ນອາຊຽນ (ARF) ໄດ້ດຳເນີນແບບທາງໄກ ໂດຍພາຍໃຕ້ການເປັນປະທານຂອງ ກຳປູເຈຍ, ປະເທດປະທານອາຊຽນ ປີ 2022. ທ່ານເອກອັກຄະລັດຖະທູດ ຫວຸໂຮ່, ຫົວໜ້າ SOM ASEAN ຫວຽດນາມ ນຳໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມ. ທີ່ກອງປະຊຸມ, ບັນດາປະເທດໄດ້ສຳຫຼວດກວດຄືນ ແລະ ຮັບຮູ້ບັນດາຄວາມຄືບໜ້າໃນການຮ່ວມມືຂອງ ເວທີປາໄສພາກພື້ນອາຊຽນ ໃນໄລຍະທີ່ຜ່ານມາ, ໂດຍສະເພາະແມ່ນການປະຕິບັດແຜນການກະທຳຮ່າໂນ້ຍ II (2020-2025) ກໍ່ຄືການເຄື່ອນໄຫວຮ່ວມມືຕົວຈິງຂອງ ເວທີປາໄສພາກພື້ນອາຊຽນ ໃນບັນດາຂົງເຂດບຸລິມະສິດຄື: ການຕ່າງປະເທດປ້ອງກັນ, ກູ້ຊ່ວຍໄພພິບັດ, ຕ້ານການກໍ່ການຮ້າຍ ແລະ ອາດຊະຍາກຳຂ້າມຊາດ, ຄວາມໝັ້ນຄົງທາງທະເລ, ທາງອິນເຕີແນັດ, ຕ້ານການເຜີຍແຜ່ອາວຸດນິວເຄຼຍ ແລະ ຫລຸດຜ່ອນກຳລັງທັບ, ການຮ່ວມມືດ້ານການປ້ອງກັນຊາດ ແລະ ຮັກສາສັນຕິພາບ.

ບັນດາປະເທດສະຫງວນເວລາສ່ວນຫຼາຍ ເພື່ອປຶກສາຫາລືບັນດາບັນຫາສາກົນ ແລະ ພາກພື້ນທີເຄັ່ງຮ້ອນໃນປະຈຸບັນ. ກ່ຽວກັບບັນຫາທະເລຕາເວັນອອກ, ບັນດາປະເທດໄດ້ເນັ້ນໜັກເຖິງຄວາມສຳຄັນຂອງສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ປອດໄພ ແລະ ຄວາມເສລີໃນການເດີນເຮືອ, ການບິນຢູ່ທະເລາຕາເວັນອອກ.


top