ຂ່າວສານ

ກອງ​ປະ​ຊຸມ​ເຈົ້າ​ໜ້າ​ທີ່ອາ​ວຸ​ໂສ​ດ້ານ​ປ້ອງ​ກັນ​ຊາດ ບັນ​ດາ​ປະ​ເທດ​ອາ​ຊຽນ​ເປີດກວ້າງ ທາງ​ອອນ​ລາຍ (ADSOM+)

ຄະນະຜູ້ແທນ ຫວຽດນາມ ໂດຍທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເປັນຫົວໜ້າຄະນະ ແລະ ເຂົ້າຮ່ວມຢູ່ສະຖານທີ່ ຮ່າໂນ້ຍ. ກ່າວຄຳເຫັນນະທີ່ນີ້, ທ່ານ ພົນໂທ ຮ່ວາງຊວັນຈຽນ ໄດ້ຕີລາຄາກ່ຽວກັບສະພາບການ, ໝາກຜົນຂອງການຮ່ວມມືໃນການປ້ອງກັນຊາດ - ການທະຫານຢູ່ໃນອາຊຽນ ແລະ ລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມືໃນໄລຍະທີ່ຜ່ານມາ.
ຄະນະຜູ້ແທນ ຫວຽດນາມ (ພາບ: qdnd.vn)

ກອງປະຊຸມເຈົ້າໜ້າທີ່ອາວຸໂສການປ້ອງກັນຊາດ ບັນດາປະເທດອາຊຽນເປີດກວ້າງ (ADSOM+)  ໄດ້ດຳເນີນໃນວັນທີ 8 ເມສາ ຕາມຮູບການທາງອອນລາຍ, ພາຍໃຕ້ການເປັນປະທານຂອງ ບຣູໄນ. ຄະນະຜູ້ແທນ ຫວຽດນາມ ໂດຍທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ເປັນຫົວໜ້າຄະນະ ແລະ ເຂົ້າຮ່ວມຢູ່ສະຖານທີ່ ຮ່າໂນ້ຍ. ກ່າວຄຳເຫັນນະທີ່ນີ້, ທ່ານ ພົນໂທ ຮ່ວາງຊວັນຈຽນ ໄດ້ຕີລາຄາກ່ຽວກັບສະພາບການ, ໝາກຜົນຂອງການຮ່ວມມືໃນການປ້ອງກັນຊາດ - ການທະຫານຢູ່ໃນອາຊຽນ ແລະ ລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມືໃນໄລຍະທີ່ຜ່ານມາ, ແບ່ງປັນຂໍ້ສັງເກດກ່ຽວກັບສະພາບການຄວາມໝັ້ນຄົງ ທົ່ວໂລກ ແລະ ພາກພື້ນ ລວມມີ ບັນດາສິ່ງທ້າທາຍ ຄວາມໝັ້ນຄົງ ແບບເກົ່າ ສະຫຼັບກັບແບບໃໝ່, ໃນນັ້ນ ໄດ້ສຸມໃສ່ການແກ້ງແຍ່ງຍຸດທະສາດລະຫວ່າງບັນດາປະເທດໃນພາກພື້ນ, ບັນຫາຫຼຸດຜ່ອນຄຳໝັ້ນສັນຍາ ແລະ ການຮ່ວມມືສາກົນໃນສະພາບການເກີດໂລກລະບາດໂຄວິດ - 19 ແລະ ບັນຫາຄວາມໝັ້ນຄົງທາງທະເລ. ທ່ານພົນໂທ ຮ່ວາງຊວັນຈ໊ຽນ ຢັ້ງຢືນຄຳໝັ້ນສັນຍາຂອງ ຫວຽດນາມໃນການເຂົ້າຮ່ວມຢ່າງມີຄວາມຮັບຜິດຊອບສຳລັບບັນດາການເຄື່ອນໄຫວຮ່ວມມືໃນ ADMM ແລະ ADMM+, ສະໜັບສະໜູນ ບຣູໄນ ປະຕິບັດສຳເລັດບົດບາດເປັນປະທານ ອາຊຽນ ໃນປີ 2021 ແລະ ພິເສດແມ່ນໃນບົດບາດເປັນເຈົ້າພາບຈັດຕັ້ງ ບັນດາການເຄື່ອນໄຫວ ໃນໄລຍະຈະມາເຖິງ. ກະຊວງປ້ອງກັນປະເທດ ຫວຽດນາມ ກໍ່ປະກາດບັນດາການເຄື່ອນໄຫວຫຼາຍຝ່າຍ ຄາດວ່າຈະໄດ້ເປັນປະທານການຈັດຕັ້ງໃນປີ 2021.
 (ແຫຼ່ງຄັດຈາກ VOV)

top