ຂ່າວສານ

ກອງ​ປະ​ຊຸມ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ຍີ່​ປຸ່ນ - ອາ​ຊຽນ ຄັ້ງ​ທີ 12

ວັນທີ 15 ມີນາ, ຢູ່ນະຄອນຫຼວງ ໂຕກຽວ, ປະເທດ ຍີ່ປຸ່ນ, ໄດ້ໄຂກອງປະຊຸມຮອງລັດຖະມົນຕີກະຊວງປ້ອງກັນປະເທດ ອາຊຽນ - ຍີ່ປຸ່ນ ຄັ້ງທີ 12 ດ້ວຍຫົວຂໍ້ “ສະພາບການຄວາມໝັ້ນຄົງຢູຸ່ພາກພື້ນ ແລະ ບັນດາຍຸດທະສາດປ້ອງກັນຊາດໃໝ່”.
  ຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ (ພາບ: qdnd.vn)  

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ຮວ່າງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຫວຽດນາມ ຢັ້ງຢືນວ່າ: ພາກພື້ນພວມປະເຊີນໜ້າກັບສິ່ງທ້າທາຍຄວາມໝັ້ນຄົງຫຼາຍຢ່າງ, ນັບທັງແບບເກົ່າ ແລະ ແບບໃໝ່, ໃນນັ້ນ ສິ່ງທີ່ໜ້າສົນໃຈແມ່ນຄວາມໝັ້ນຄົງໃນການເດີນເຮືອ, ການກໍ່ການຮ້າຍ, ຄວາມປອດໄພທາງເຄືອຂ່າຍອິນເຕີເນັດ, ການປ່ຽນແປງຂອງດິນຟ້າອາກາດ, ໄພພິບັດທຳມະຊາດ, ໂລກລະບາດ… ອັນໄດ້ວາງອອກຄວາມຮຽກຮ້ອງທີ່ຈຳເປັນຫຼາຍຢ່າງໃນການຊຸກຍູ້ການຮ່ວມມືຢ່າງແທດຈິງລະຫວ່າງສອງຝ່າຍ

ກ່ຽວກັບຄວາມໝັ້ນຄົງທາງທະເລ, ທ່ານພົນໂທ ຮວ່າງຊວັນຈຽນ ກໍໄດ້ເນັ້ນໜັກເຖິງຄວາມສຳຄັນໃນການເພີ່ມທະວີຄວາມມານະພະຍາຍາມລວມໃນການຮັບປະກັນການປະຕິບັດກົດໝາຍສາກົນ ແລະ ຫຼັກການຕ່າງໆໃນການພົວພັນສາກົນ; ຢຶດໝັ້ນ ແລະ ພ້ອມກັນພະຍາຍາມສະກັດກັ້ນ ແລະ ຄວບຄຸມການປະທະກັນເພື່ອຮັກສາສັນຕິພາບ, ສະຖຽນລະພາບລວມຂອງພາກພື້ນ.

ຢູ່ນອກກອງປະຊຸມ, ທ່ານພົນໂທ ຮວ່າງຊວັນຈຽນ ກໍມີການພົບປະກັບທ່ານພົນເອກ ນຽງຟາດ, ລັດຖະມົນຕີຜູ້ປະຈຳການກະຊວງປ້ອງກັນປະເທດ ກຳປູເຈຍ.


top