ຂ່າວສານ

ກອງ​ປະ​ຊຸມ​ສູນ​ກາງພັກ​ຄັ້ງ​ທີ 15: ສຸມ​ໃສ່​ແກ້​ໄຂ​ສາມ​ເນື້ອ​ໃນ​ສຳ​ຄັນ

ຕອນເຊົ້າວັນທີ 22 ທັນວາ, ຢູ່ສຳນັກງານສູນກາງພັກ ຢູ່ນະຄອນຫຼວງ ຮ່າໂນ້ຍ, ກອງປະຊຸມຄັ້ງທີ 15 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII ໄດ້ໄຂຂຶ້ນຢ່າງສົມກຽດ. ນີ້ແມ່ນກອງປະຊຸມສູນກາງພັກຄັ້ງສຸດທ້າຍຂອງອາຍຸການກອງປະຊຸມໃຫຍ່ຊຸດທີ XIII (2021 – 2026), ພິຈາລະນາ, ປະກອບຄຳເຫັນໃສ່ບັນດາວຽກງານເພື່ອຈັດຕັ້ງສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ (ອາຍຸການ 2026 – 2031). ໃນວາລະໄຂກອງປະຊຸມ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ມີບົດກ່າວປາໄສສຳຄັນ. ບັນນາທິການວິທະຍຸກະຈາຍສຽງ ຫວຽດນາມ ຂໍແນະນຳບາງເນື້ອໃນຫຼັກຂອງບົດກ່າວປາໄສດັ່ງກ່າວ.
ທ່ານເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນທີ່ກອງປະຊຸມ

ຕາມທ່ານເລຂາທິການໃຫຍ່ ໂຕເລິມ ແລ້ວ, ກອງປະຊຸມສູນກາງພັກຄັ້ງທີ 15 ໄດ້ສຸມໃສ່ແກ້ໄຂສາມເນື້ອໃນໃຫຍ່, ສຳຄັນ, ໃນນັ້ນ ທີໜຶ່ງແມ່ນ ກຸ່ມບັນຫາກ່ຽວກັບວຽກງານບຸກຄະລາກອນກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, (2) ແມ່ນກຸ່ມບັນຫາກ່ຽວກັບຮ່າງເນື້ອໃນບັນດາເອກະສານກອງປະຊຸມໃຫຍ່ຄັ້ງທີ XIV ຂອງ ພັກ, (3) ບັນດາວຽກງານເພື່ອຈັດກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກເຊັ່ນ: ກົດລະບຽບການເຮັດວຽກ, ກົດລະບຽບເລືອກຕັ້ງຜູ້ແທນຢູ່ກອງປະະຊຸມໃຫຍ່ XIV ຂອງພັກ; ກ່ຽວກັບແຜນນະໂຍບາຍສະຫຼຸບ 100 ປີແຫ່ງການນຳພາຂອງພັກກອມມູນິດ ຫວຽດນາມ (1930 – 2030) ທີ່ມີຕໍ່ການປະຕິວັດ ຫວຽດນາມ ແລະ ສະຫຼຸບ 40 ປີ ແຫ່ງການປະຕິບັດໂຄງການການເມືອງສ້າງປະເທດຊາດໃນໄລຍະຂ້າມຜ່ານກ້າວຂຶ້ນສັງຄົມນິຍົມ ພ້ອມດ້ວຍເນື້ອໃນກ່ຽວຂ້ອງຈຳນວນໜຶ່ງ.

ກົມການເມືອງເປັນເອກະພາບຢ່າງສູງແນະນຳການນຳຫຼັກແຫຼ່ງ ອາຍຸການ 2026 – 2031

        ເມື່ອເຕື້ອງເຖິງວຽກງານບຸກຄະລາກອນກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າ ໃນບັນດາກອງປະຊຸມສູນກາງຄັ້ງທີ 13,14, ບົນພື້ນຖານຂໍ້ສະເໜີຂອງກົມການເມືອງ, ຄະນະບໍລິຫານງານສູນກາງພັກຊຸດທີ XIII ໄດ້ລົງຄະແນນສຽງຕົກລົງເປັນເອກະພາບ, ແນະນຳບຸກຄະລາກອນເຂົ້າຮ່ວມຄະນະບໍລິຫານງານສູນກາງພັກ, ແນະນຳບຸກຄະລາກອນເຂົ້າຮ່ວມກົມການເມືອງ, ຄະນະເລຂາທິການຊຸດທີ XIV ຮັບປະກັນໂຄງປະກອບ, ຈຳນວນ, ມາດຕະຖານ, ເງື່ອນໄຂຖືກຕ້ອງຕາມກົດລະບຽບ, ຂໍ້ກຳນົດຂອງພັກ ແລະ ທິດທາງວຽກງານບຸກຄະລາກອນກອງປະຊຸມໃຫຍ່ຄັ້ງທີ XIV ຂອງ ພັກ ໂດຍພື້ນຖານ.

ໃນກອງປະຊຸມສູນກາງພັກຄັ້ງທີ 15, ທ່ານເລຂາທິການໃຫຍ່ ສະເໜີໃຫ້ບັນດາກຳມະການສູນກາງພັກປຶກສາຫາລື, ປະກອບຄຳເຫັນເພື່ອສ້າງບົດລາຍງານຂອງຄະນະບໍລິຫານງານສູນກາງພັກຊຸດທີ XIII ກ່ຽວກັບວຽກງານບຸກຄະລາກອນຄະນະບໍລິຫານງານສູນກາງພັກຊຸດທີ XIV ໃຫ້ສົມບູນແບບ ເພື່ອຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ແລະ ກອງປະຊຸມສູນກາງຄັ້ງປະຖົມມະລືກຊຸດທີ XIV ຕົກລົງ ແລະ ຈັດຕັ້ງການເລືອກຕັ້ງຖືກຕ້ອງຕາມຂໍ້ກຳນົດ. ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ:

        “ວຽກງານກະກຽມ, ແນະນຳບຸກຄະລາກອນຄະນະບໍລິຫານງານສູນກາງພັກຊຸດທີ XIV ແມ່ນໜ້າທີ່, ວຽກງານທີ່ມີຄວາມສຳຄັນເປັນພິເສດ, ແມ່ນຄວາມຮັບຜິດຊອບສູງສຸດຂອງບັນດາສະຫາຍກຳມະການສູນກາງພັກ ກໍຄືຂອງທົ່ວພັກ. ການເລືອກເຟັ້ນບຸກຄະລາກອນຄະນະການນຳສູງສຸດຂອງພັກ ເພື່ອນຳພາຜັນຂະຫຍາຍບັນດາເປົ້າໝາຍ, ໜ້າທີ່ຢ່າງໜັກໜ່ວງດ້ວຍຈິດໃຈຢ່າງຂ້ຽວຂາດ, ຮີບເຮັ່ງທີ່ສຸດ ເພື່ອພັດທະນາປະເທດໃນໄລຍະໃໝ່ ສະນັ້ນ ຕ້ອງຄັດເລືອກຢ່າງລອບຄອບຖີ່ຖ້ວນ, ແນ່ນອນ, ລະມັດລະວັງ, ຊັດເຈນ, ຖືກຕ້ອງຕາມຂໍ້ກຳນົດຄືດັ່ງຄະນະບໍລິຫານງານສູນກາງພັກເຄີຍຮຽກຮ້ອງໃນບັນດາກອງປະຊຸມສູນກາງພັກຄັ້ງກ່ອນ”.

ພູມປັນຍາລວມໝູ່, ພູມປັນຍາຂອງປະຊາຊົນ ໄດ້ລວມຍອດໃນເອກະສານກອງປະຊຸມໃຫຍ່ຄັ້ງທີ XIV

        ກ່ຽວກັບຮ່າງບັນດາເອກະສານຍື່ນສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ທ່ານເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ສະມາຊິກພັກໝົດທຸກຄົນ ແລະ ປະຊາຊົນທຸກຊັ້ນວັນນະຕີລາຄາສູງຕໍ່ເລື່ອງສູນກາງຕົກລົງສັງລວມເນື້ອໃນເອກະສານ 3 ສະບັບ (ລວມມີບົດລາຍງານການເມືອງ, ບົດລາຍງານເສດຖະກິດ - ສັງຄົມ, ບົດລາຍງານວຽກງານກໍ່ສ້າງພັກ) ກາຍເປັນບົດລາຍງານການເມືອງທີ່ເປັນເອກະພາບ, ຄົບຊຸດ. ມີເກືອບ 14 ລ້ານ ຄຳເຫັນ ຂອງພະນັກງານ, ສະມາຊິກພັກ, ປະຊາຊົນ 5 ລ້ານເທື່ອຄົນ ໄດ້ປະກອບຄຳເຫັນໃສ່ຮ່າງເອກະສານສະບັບຕ່າງໆ (ໃນລະຫວ່າງວັນທີ 15 ຕຸລາ 2025 – 15 ພະຈິກ 2025). ບັນດາອະນຸກຳມະການເອກະສານ ແລະ ກົມການເມືອງ, ຄະນະເລຂາທິການໄດ້ປັບປຸງຮ່າງເອກະສານສະບັບຕ່າງໆໃຫ້ສົມບູນແບບເພື່ອຍື່ນສະເໜີຕໍ່ກອງປະຊຸມສູນກາງຄັ້ງທີ 15.

        “ນີ້ແມ່ນແນວຄວາມຄິດ, ວິທີເຮັດປະຕິວັດ, ບຸກທະລຸຢ່າງແທ້ຈິງໃນວຽກງານສ້າງເອກະສານກອງປະຊຸມໃຫຍ່ຂອງພັກ. ນີ້ແມ່ນອະຍຸການກອງປະຊຸມໃຫຍ່ຂອງພັກໄດ້ຮັບຄຳເຫັນປະກອບຂອງປະຊາຊົນໄດ້ຫຼາຍທີ່ສຸດເມື່ອທຽບໃສ່ກອງປະຊຸມໃຫຍ່ຄັ້ງກ່ອນ. ບັນດາອະນຸກຳມະການກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ ໄດ້ຄັດເລືອກ, ຮັບເອົາບັນດາຄຳເຫັນເໝາະສົມທີ່ສຸດເພື່ອປັບປຸງບົດລາຍງານການເມືອງໃຫ້ສົມບູນແບບ. ພູມປັນຍາລວມໝູ່, ພູມປັນຍາຂອງປະຊາຊົນໄດ້ລວມຍອດໃນເອກະສານກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ”.

        ກ່ຽວຂ້ອງເຖິງວຽກງານກະກຽມກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກ, ທ່ານເລຂາທິການໃຫຍ່ ໂຕເລິມ ໃຫ້ຮູ້ວ່າ ກອງປະຊຸມໃຫຍ່ຄາດວ່າຈັດຂຶ້ນແຕ່ວັນທີ 19 ມັງກອນ 2026 ຫາວັນທີ 25 ມັງກອນ 2026, ຢູ່ນະຄອນຫຼວງ ຮ່າໂນ້ຍ, ດ້ວຍຜູ້ແທນຈຳນວນ 1.586 ທ່ານ, ຕາງໜ້າໃຫ້ແກ່ສະມາຊິກພັກກວ່າ  5 ລ້ານຄົນເຂົ້າຮ່ວມກອງປະຊຸມໃຫຍ່. ວຽກງານການຈັດຕັ້ງຮັບໃຊ້ໃຫ້ແກ່ກອງປະຊຸມໃຫຍ່ຕ້ອງໄດ້ຮັບການກະກຽມຢ່າງລອບຄອບຖີ່ຖ້ວນ, ຮັບປະກັນຄວາມສະຫງົບ, ປອດໄພ, ຖືກຕ້ອງຕາມບັນດາຂໍໍ້ກຳນົດຂອງພັກ. ດັ່ງນັ້ນ, ທ່ານເລຂາທິການໃຫຍ່ສະເໜີໃຫ້ກອງປະຊຸມຄົ້ນຄວ້າບົດລາຍງານຂອງບັນດາອະນຸກຳມະການ ແລະ ບັນດາເນື້ອໃນ ເຊິ່ງກົມການເມືອງ, ຄະນະເລຂາທິການໄດ້ຍື່ນສະເໜີຕໍ່ກອງປະຊຸມຢ່າງລະອຽດລະອໍ ເພື່ອເພີ່ມເຕີມໃຫ້ແກ່ວຽກງານນີ້ໄດ້ປະຕິບັດຢ່າງລອບຄອບຖີ່ຖ້ວນທີ່ສຸດ, ສົມບູນທີ່ສຸດ, ປະກອບສ່ວນເຂົ້າໃນຜົນສຳເລັດຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກ./.

 


top