ຂ່າວສານ

ກອງ​ປະ​ຊຸມ​ສຸດຍອດ​ຂອງ ສ​ປ​ຊ ກ່ຽວ​ກັບ​ມະ​ຫາ​ສະ​ໝຸດ​ບັນ​ລຸ​ໄດ້ຫຼາຍ​ບາດ​ກ້າວ​ສຳ​ຄັນ

ເວທີປາໄສເຄື່ອນໄຫວເພື່ອມະຫາສະໝຸດຄັ້ງທີ 3 ໄດ້ສຸມໃສ່ການລະດົມແຫຼ່ງການເງິນຈາກພາກລັດ ແລະ ເອກະຊົນເພື່ອສ້າງຄວາມດຸ່ນດ່ຽງລະຫວ່າງການພັດທະນາເສດຖະກິດ ກັບການອະນຸລັກຮັກສາມະຫາສະໝຸດ.
ກອງປະຊຸມສຸດຍອດ UNOC 3 ຢູ່ນະຄອນ Nice, ຝລັ່ງ ໃນວັນທີ 10/6/2025 (ພາບ: REUTERS/Christian Hartmann/Pool)

ວັນທີ 10 ມິຖຸນາ ເປັນມື້ເຮັດວຽກທີ 2 ຂອງກອງປະຊຸມສຸດຍອດຄັ້ງທີ 3 ຂອງ ສປຊ ກ່ຽວກັບມະຫາສະໝຸດ (UNOC 3) ເຊິ່ງໄດ້ດຳເນີນຢູ່ Nice (ຝລັ່ງ) ໄດ້ເປັນສັກຂີພິຍານຫຼາຍວາລະປຶກສາຫາລື ແລະ ຂໍ້ລິເລີ່ມສຳຄັນ ເພື່ອແນໃສ່ຊຸກຍູ້ການປົກປັກຮັກສາ ແລະ ຄຸ້ມຄອງບັນດາມະຫາສະໝຸດໃນໂລກແບບຍືນຍົງ.

        ຢູ່ເຂດທ່າກ່ຳປັ່ນ Lympia, ເວທີປາໄສເຄື່ອນໄຫວເພື່ອມະຫາສະໝຸດເລກທີ 3 ໄດ້ສຸມໃສ່ການລະດົມແຫຼ່ງການເງິນຈາກພາກລັດ ແລະ ເອກະຊົນເພື່ອສ້າງຄວາມດຸ່ນດ່ຽງລະຫວ່າງການພັດທະນາເສດຖະກິດ ກັບການອະນຸລັກຮັກສາມະຫາສະໝຸດ. ອົງການ ສປຊ ເພື່ອການພັດທະນາ ໄດ້ເນັ້ນໜັກເຖິງຄວາມຈຳເປັນຕ້ອງ “ຫັນທິດກະແສທຶນກ່ຽວກັບມາດຕະການຕັ້ງໜ້າໃຫ້ແກ່ມະຫາສະໝຸດເພື່ອບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ເບື້ອງຫຼັງ”.

        ນອກຈາກນັ້ນແລ້ວ, ກອງປະຊຸມກໍໄດ້ເປັນສັກຂີພິຍານການເປີດຕົວຂອງຫຼາຍຂໍ້ລິເລີ່ມໃຫຍ່ຄື ກອງທຶນ SEA BEYOND  ໂດຍກຸ່ມບໍລິສັດ Praha ແລະ ອົງການ UNESCO ປະກາດ, ດ້ວຍບ້ວງເງິນອຸປະຖຳ 2 ລ້ານ ເອີໂຣ (ກວ່າ 2,2 ລ້ານ USD) ສຳລັບການສຶກສາກ່ຽວກັບມະຫາສະໝຸດ ກໍຄືການຍົກສູງສະຕິຄວາມຮັບຮູ້ທົ່ວໂລກ.


top