ຂ່າວສານ

ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ​ຄັ້ງ​ທີ 42: ການ​ນຳ​ອາ​ຊຽນ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ໃນ​ການ​ສ້າງ​ເຄືອ​ຂ່າຍໝູ່​ບ້ານ​ຕາ​ແສງ ​ໃນພາກ​ພື້ນ

ເຄືອຂ່າຍໝູ່ບ້ານຕາແສງ ໃນອາຊຽນ ມີເປົ້າໝາຍສະໜອງພື້ນຖານໃຫ້ແກ່ການເຂົ້າຮ່ວມຂອງໝູ່ຄະນະບັນດາປະຊາຄົມ, ຊ່ວຍໃຫ້ສຽງເວົ້າຂອງເຂົາເຈົ້າໄດ້ຮັບການຮັບຟັງ.
ພາບປະກອບ: TTXVN
ກອງປະຊຸມສຸດຍອດ ອາຊຽນຄັ້ງທີ 42 ພວມດຳເນີນຢູ່ເທດສະບານ Labuan Bajo ຂອງ ອິນໂດເນເຊຍ, ວັນທີ 10 ພຶດສະພາ, ໄດ້ຮັບຮອງເອົາຖະແຫຼງການຮ່ວມຂອງບັນດາການນຳກ່ຽວກັບການສ້າງເຄືອຂ່າຍໝູ່ບ້ານຕາແສງ ໃນອາຊຽນ. ເຄືອຂ່າຍໝູ່ບ້ານຕາແສງ ໃນອາຊຽນ ມີເປົ້າໝາຍສະໜອງພື້ນຖານໃຫ້ແກ່ການເຂົ້າຮ່ວມຂອງໝູ່ຄະນະບັນດາປະຊາຄົມ, ຊ່ວຍໃຫ້ສຽງເວົ້າຂອງເຂົາເຈົ້າໄດ້ຮັບການຮັບຟັງ, ສ້າງກາລະໂອກາດ ໃຫ້ເຂົາເຈົ້າໄດ້ປະກອບສ່ວນກໍ່ຄືໄດ້ຮັບຜົນປະໂຫຍດຈາກການພັດທະນາ, ສ້າງເງື່ອນໄຂການຮ່ວມມື ແລະ ເຊື່ອມຕໍ່ລະຫວ່າງບັນດາໝູ່ບ້ານ ເພື່ອແນໃສ່ຊຸກຍູ້ການຫັນປ່ຽນຊົນນະບົດ. ແລະກໍ່ໃນວັນທີ 10 ພຶດສະພາ, ກອງປະຊຸມໄດ້ຮັບຮອງເອົາຖະແຫຼງການຂອງບັນດາການນຳວ່າດ້ວຍການຄ້າມະນຸດ (TIP) ຍ້ອນສວຍໃຊ້ເຕັກໂນໂລຢີ.

top