ຂ່າວສານ

ກອງ​ປະ​ຊຸມ​ສຸດຍອດ ອາ​ຊຽນ ຄັ້ງ​ທີ 42 ມຸ່ງ​ໄປ​ເຖິງ​ “ພາກ​ພື້ນ ອາ​ຊຽນ ທີ່​ມີ​ຂອບ​ຂະ​ໜາດ​ໃຫຍ່: ຈຸດ​ສຸມ​ຂອງ​ການ​ເຕີບ​ໂຕ”

ຕອນເຊົ້າວັນທີ 10 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເຂົ້າຮ່ວມກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42 ຢູ່ Labuan Bajo, ອິນໂດເນເຊຍ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມ

ທີ່ກອງປະຊຸມ, ການນຳບັນດາປະເທດ ໄດ້ສະແດງການສະໜັບສະໜູນ ແລະ ເນັ້ນໜັກເຖິງຄວາມໝາຍຍຸດທະສາດຂອງ ຫົວຂໍ້ “ພາກພື້ນ ອາຊຽນ ທີ່ມີຂອບຂະໜາດໃຫຍ່: ຈຸດສຸມຂອງການເຕີບໂຕ”, ໃຫ້ຄຳໝັ້ນສັນຍາຍູ້ແຮງການເຊື່ອມໂຍງເສດຖະກິດ ອາຊຽນ, ເພີ່ມທະວີການຄ້າ ແລະ ການລົງທຶນພາຍໃນພາກພື້ນ, ຍົກສູງກຳລັງຄວາມສາມາດຮັບປະກັນສະຖຽນລະພາບດ້ານການເງິນ, ຄວາມໝັ້ນຄົງດ້ານສະບຽງອາຫານ, ຄວາມໝັ້ນຄົງດ້ານພະລັງງານ… ການນຳບັນດາປະເທດໄດ້ຮັບຮອງເອົາບັນດາປັດໄຈຕົ້ນຕໍຂອງ “ວິໄສທັດປະຊາຄົມ ອາຊຽນ ພາຍຫຼັງປີ 2025”, ຄາດຄະເນອະນາຄົດຂອງປະຊາຄົມ ໃນ 20 ປີທີ່ຈະມາເຖິງ, ດ້ວຍເປົ້າໝາຍ, ຄວາມຄາດຫວັງພັດທະນາຢ່າງແຮງກວ່າ, ສົມກັບຂອບຂະໜາດຂອງ ອາຊຽນ. ຕໍ່ຈາກນັ້ນ, ການນຳບັນດາປະເທດໄດ້ຮັບຮອງເອົາເອກະສານກຳນົດທິດຮ່ວມມື ອາຊຽນ 10 ສະບັບ ໃນຫຼາຍຂົງເຂດ; ອອກຖະແຫຼງການກ່າວປະນາມການປຸກໂຈມຕີຄະນະປະຕິບັດງານຊ່ວຍເຫຼືອມະນຸດສະທຳ ຂອງ ອາຊຽນ ຢູ່ ມຽນມາ.

ເຂົ້າຮ່ວມກອງປະຊຸມດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກໍຍົກອອກ 3 ບັນຫາຫຼັກແຫຼ່ງແກ່ນສານ ຕັດສິນສີສັນ, ຄຸນຄ່າ ແລະ ທີ່ຕັ້ງບົດບາດ ກໍຄື ອິດທິພົນຊື່ສຽງຂອງ ອາຊຽນ, ນັ້ນແມ່ນ: ຮັກສາເອກະລາດ, ເປັນເຈົ້າຍຸດທະສາດ; ບືນຕົວຂຶ້ນຢ່າງກະໂດດຂັ້ນ ກາຍເປັນຈຸດສຸມຂອງການເຕີບໂຕ; ແລະ ປັບຕົວຕໍ່ໜ້າການຜັນແປຈາກພາຍນອກ ໃຫ້ນັບມື້ນັບດີກວ່າເກົ່າ. ໃນສະພາບການເສດຖະກິດທົ່ວໂລກມີຄວາມສ່ຽງຊ້ອນແຝງຫຼາຍຢ່າງ ແລະ ຂາດສະຖຽນລະພາບຄືໃນປັດຈຸບັນ, ເພື່ອຊຸກຍູ້ການຟື້ນຟູ ແລະ ພັດທະນາແບບຍືນຍົງ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ການເປີດກວ້າງຕະຫຼາດພາຍໃນກຸ່ມ  ແມ່ນຄຳຮຽກຮ້ອງທີ່ຈຳເປັນ ແລະ ຮີບດ່ວນ. ບົນພື້ນຖານນັ້ນ, ທ່ານນາຍົກລັດຖະມົນຕີ ກໍສະເໜີໃຫ້ມານະພະຍາຍາມເຈລະຈາຍົກລະດັບສັນຍາການຄ້າກ່ຽວກັບສິນຄ້າ ອາຊຽນ, ຜັນຂະຫຍາຍບັນດາໂຄງການເຊື່ອມຕໍ່ພາກພື້ນ  ນັບທັງລະບອບລະບຽບການ, ພື້ນຖານໂຄງລ່າງ ແລະ ມະນຸດຢ່າງຄົບຊຸດ ແລະ ຂ້ຽວຂາດ, ສ້າງບາດຫັນປ່ຽນໃໝ່ກ່ຽວກັບຄຸນນະພາບສະພາບແວດລ້ອມລົງທຶນ, ດຳເນີນທຸລະກິດ ແລະ ການທ່ອງທ່ຽວ.

ພາຍຫຼັງວາລະໄຂກອງປະຊຸມ, ການນຳບັນດາປະເທດ ອາຊຽນ ໄດ້ສົນທະນາກັບຜູ້ຕາງໜ້າຂອງສະມັດຊາໃຫຍ່ລັດຖະສະພາລະຫວ່າງ ອາຊຽນ, ຊາວໜຸ່ມ, ວິສາຫະກິດ ແລະ ກຸ່ມສະເພາະກິດຂັ້ນສູງກ່ຽວກັບວິໄສທັດ ອາຊຽນ ພາຍຫຼັງປີ 2025.  


top