ຂ່າວສານ

ກອງ​ປະ​ຊຸມ​ສຸດຍອດ G7: ສະ​ໜັ​ບ​ສະ​ໜູນ​ການ​ຕໍ່​ກຳ​ນົດເວ​ລາ​​ຂໍ້​ຕົກ​ລົງ​ທັນ​ຍາ​ຫານ ທະ​ເລ​ດຳ

ຖະແຫຼງການໄດ້ຊີ້ແຈ້ງວ່າ G7 ສະໜັບສະໜູນການເປີດກວ້າງ ແລະ ຕໍ່ ກຳນົດເວລາຂໍ້ຕົກລົງທັນຍາຫານທະເລດຳ ແລະ ຈະສືບຕໍ່ໜູນຊ່ວຍການສົ່ງອອກບັນດາຜະລິດຕະພັນກະສິກຳຂອງ ຢູແກຼນ.
ບັນດາການນຳເຂົ້າຮ່ວມ ກອງປະຊຸມສຸດຍອດ G7 ຢູ່ຍີ່ປຸ່ນ (ພາບ: TTXVN)

ຖະແຫຼງການຂອງກຸ່ມບັນດາພື້ນຖານອຸດສາຫະກຳພັດທະນາ (G7) ກ່ຽວກັບບັນຫາຢູແກຼນ, ທີ່ໄດ້ຍົກອອກມາໃນວັນທີ 19 ພຶດສະພາ ໃນຂອບເຂດກອງປະຊຸມສຸດຍອດ G7 ພວມດຳເນີນຢູ່ນະຄອນ Hiroshima ຂອງຍີ່ປຸ່ນເນັ້ນໜັກວ່າ: G7 ສະໜັບສະໜູນການເປີດກວ້າງ ແລະ ຕໍ່ກຳນົດເວລາສັນຍາຂໍ້ລິເລີ່ມ ທັນຍາຫານທະເລດຳ ກໍ່ຄືສືບຕໍ່ໃຫ້ການຊ່ວຍເຫຼືອມະນຸດສະທຳໃຫ້ແກ່ບັນດາປະເທດທີ່ມີຄວາມສ່ຽງສູງກ່ວາເພີ່ນ. ຖະແຫຼງການໄດ້ຊີ້ແຈ້ງວ່າ G7 ສະໜັບສະໜູນການເປີດກວ້າງ ແລະ ຕໍ່ ກຳນົດເວລາຂໍ້ຕົກລົງທັນຍາຫານທະເລດຳ ແລະ ຈະສືບຕໍ່ໜູນຊ່ວຍການສົ່ງອອກບັນດາຜະລິດຕະພັນກະສິກຳຂອງ ຢູແກຼນ. ນອກຈາກນັ້ນ, ບັນດາການນຳ G7 ກໍ່ໃຫ້ຮູ້ວ່າຈະສືບຕໍ່ໃຫ້ການຊ່ວຍເຫຼືອມະນຸດສະທຳໃຫ້ແກ່ບັນດາປະເທດທີ່ມີຄວາມສ່ຽງສູງກ່ວາເພິ່ນຜ່ານການຮ່ວມມືກັບອົງການທັນຍາຫານໂລກ (WFP) ຂອງ ສປຊ.

 


top