ຂ່າວສານ

ກອງ​ປະ​ຊຸມ​ສຳ​ມະ​ນາ​ວັດ​ທະ​ນະ​ທຳ​ປີ 2022

ກອງປະຊຸມລວມມີ 2 ວາລະປະຊຸມດ້ວຍ 3 ກຸ່ມເນື້ອໃນຕົ້ນຕໍຄື: ລະບອບລະບຽບການ, ນະໂຍບາຍ ແລະ ແຫຼ່ງກຳລັງ ພັດທະນາວັດທະນະທຳ.
  ພາບ: toquoc.vn  

ດ້ວຍຫົວເລື່ອງ “ລະບອບລະບຽບການ, ນະໂຍບາຍ ແລະ ແຫຼ່ງກຳລັງໃຫ້ແກ່ການພັດທະນາວັດທະນະທຳ” ກອງປະຊຸມສຳມະນາວັດທະນະທຳປີ 2022 ໂດຍກຳມາທິການວັດທະນະທຳ, ການສຶກສາຂອງສະພາແຫ່ງຊາດ, ສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ, ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແລະ ແຂວງບັກນິງ ສົມທົບກັນຈັດຂຶ້ນໃນວັນທີ 17 ທັນວາຢູ່ແຂວງບັກນິງ. ກອງປະຊຸມລວມມີ 2 ວາລະປະຊຸມດ້ວຍ 3 ກຸ່ມເນື້ອໃນຕົ້ນຕໍຄື: ລະບອບລະບຽບການ, ນະໂຍບາຍ ແລະ ແຫຼ່ງກຳລັງ ພັດທະນາວັດທະນະທຳ. ທ່ານຫງວຽນດັກວິງ, ຫົວໜ້າ ກຳມາທິການວັດທະນະທຳ, ການສຶກສາຂອງສະພາແຫ່ງຊາດ ໃຫ້ຮູ້ວ່າ:

ແຫຼ່ງກຳລັງຢູ່ທີ່ນີ້ແມ່ນໝາຍເຖິງແຫຼ່ງກຳລັງມະນຸດ. ແຫຼ່ງກຳລັງການເງິນອາດຈະເອົາມາຈາກແຫຼ່ງນີ້. ກ່ອນອື່ນພວກເຮົາເວົ້າເຖິງແຫຼ່ງງົບປະມານຂອງລັດ ແລະ ແຫຼ່ງກຳລັງຫັນເປັນຂອງສັງຄົມ, ຈາກບັນດາວິສາຫະກິດ, ການປະກອບສ່ວນຂອງວົງຄະນະຍາດ, ຂອງ ປຊຊ. ສ້າງແຫຼ່ງກຳລັງທະລຸລ່ວງ ເພື່ອສ້າງສະພາບແວດລ້ອມດີກ່ວາ ເພື່ອພັດທະນາວັດທະນະທຳ.


top