ຂ່າວສານ

ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 3, ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຊຸດ​ທີ XV ຈະ​ດຳ​ເນີນ ​ໃນ​ເວ​ລາ 19 ວ​ັ​ນ

ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຫວຽດນາມ ຊຸດທີ XV ຈະຈັດກອງປະຊຸມກຽມ ແລະ ໄຂຂຶ້ນໃນວັນທີ 23 ພຶດສະພາ 2022, ອັດລົງໃນວັນທີ 16 ມິຖຸນາ 2022. ຕາມການຄາດຄະເນແລ້ວ, ສະພາແຫ່ງຊາດຈະເຮັດວຽກໃນເວລາ 19 ວັນ.

ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຫວຽດນາມ ຊຸດທີ XV ຈະຈັດກອງປະຊຸມກຽມ ແລະ ໄຂຂຶ້ນໃນວັນທີ 23 ພຶດສະພາ 2022, ອັດລົງໃນວັນທີ 16 ມິຖຸນາ 2022. ຕາມການຄາດຄະເນແລ້ວ, ສະພາແຫ່ງຊາດຈະເຮັດວຽກໃນເວລາ 19 ວັນ. 

   

ກອງປະຊຸມຂ່າວ

ຕອນບ່າຍວັນທີ 20 ພຶດສະພາ, ຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ໄດ້ຈັດກອງປະຊຸມຂ່າວກ່ຽວກັບແຜນການຈັດກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຫວຽດນາມ ຊຸດທີ XV. ທ່ານເລຂາທິການສະພາແຫ່ງຊາດຫວຽດນາມ ບຸ່ຍວັນເກື່ອງ ເປັນປະທານກອງປະຊຸມຂ່າວ. ຕາມນັ້ນແລ້ວ, ກອງປະຊຸມສະໄໝສາມັນເທື່ອທີ 3, ສະພາແຫ່ງຊາດຫວຽດນາມ ຊຸດທີ XV ຈະຈັດກອງປະຊຸມກຽມ ແລະ ໄຂຂຶ້ນໃນວັນທີ 23 ພຶດສະພາ 2022, ອັດລົງໃນວັນທີ 16 ມິຖຸນາ 2022. ຕາມການຄາດຄະເນແລ້ວ, ສະພາແຫ່ງຊາດຈະເຮັດວຽກໃນເວລາ 19 ວັນ. ຕໍ່ໜ້າສະພາບການຂອງພະຍາດໂຄວິດ - 19 ໄດ້ຮັບການຄວບຄຸມ, ກອງປະຊຸມສະໄໝສາມັນຄັ້ງນີ້ ຈະໄດ້ດຳເນີນຕາມຮູບການໂຮມປະຊຸມຢູ່ຫໍສະພາແຫ່ງຊາດ. ກອງປະຊຸມສະໄໝສາມັນຄັ້ງນີ້ຈະດຳເນີນການພິຈາລະນາ, ຮັບຮອງເອົາຮ່າງກົດໝາຍ 5 ສະບັບ, ຮ່າງມະຕິ 3 ສະບັບ ແລະ ປະກອບຄຳເຫັນໃສ່ຮ່າງກົດໝາຍອື່ນອີກ 6 ສະບັບ. ກ່ຽວກັບບັນຫາເສດຖະກິດ, ສັງຄົມ, ງົບປະມານແຫ່ງລັດ, ການຕິດຕາມກວດກາ ແລະ ບັນຫາສຳຄັນອື່ນ, ທ່ານ ຫວູມິງຕວນ ຮອງຫົວໜ້າຫ້ອງວ່າການສະພາແຫ່ງຊາດ ຫວຽດນາມ ໃຫ້ຮູ້ວ່າ:

        “ສະພາແຫ່ງຊາດ ຈະພິຈາລະນາ, ຕັດສິນແຜນນະໂຍບາຍລົງທຶນ 5 ໂຄງການ: ໂຄງການກໍ່ສ້າງເສັ້ນທາງເລກ 4 ອ້ອມຕົວເມືອງນະຄອນຫຼວງ ຮ່າໂນ້ຍ; ໂຄງການກໍ່ສ້າງເສັ້ນທາງເລກທີ 3 ອ້ອມຕົວເມືອງນະຄອນ ໂຮ່ຈີມິນ; ໂຄງການກໍ່ສ້າງເສັ້ນທາງດ່ວນຕອນ ບຽນຮວ່າ - ຫວູງເຕົ່າ;  ໂຄງການກໍ່ສ້າງເສັ້ນທາງດ່ວນຕອນ ແຄ໊ງຮວ່າ - ບວນມາທວດ; ໂຄງການກໍ່ສ້າງເສັ້ນທາງດ່ວນຕອນ ເຈົາດົກ - ເກິ່ນເທີ - ຊອກຈັງ; ພິຈາລະນາການສະຫຼຸບ, ຕີລາຄາສັງລວມສະພາບການປະຕິບັດມະຕິວ່າດ້ວຍການດັດປັບບາງເນື້ອໃນ ແລະ ມາດຕະການເພື່ອແນໃສ່ສືບຕໍ່ປະຕິບັດແຜນນະໂຍບາຍລົງທຶນກໍ່ສ້າງເສັ້ນທາງ ໂຮ່ຈີມິນ ໄລຍະ 2020  2021 ແລະ ແຜນການຜັນຂະຫຍາຍໂຄງການກໍ່ສ້າງເສັ້ນທາງ ໂຮ່ຈີມິນ ໄລຍະຕໍ່ໄປ ຢ່າງມີປະສິດທິຜົນ”.

(ແຫຼ່ງຄັດຈາກ VOV)


top