ຂ່າວສານ

ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ G20 ບັນ​ລຸ​ໄດ້​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຕໍ່ຫຼາຍ​ບັນ​ຫາ

ວັນທີ 2 ມີນາ, ກອງປະຊຸມລັດຖະມົນຕີການຕ່າງປະເທດ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (G20) ທີ່ດຳເນີນຢູ່ New Delhi, ປະເທດອິນເດຍ ໄດ້ເຫັນດີເປັນເອກະພາບຫຼາຍບັນຫາ, ແຕ່ບໍ່ມີຖະແຫຼງການຮ່ວມພາຍຫຼັງສິ້ນສຸດກອງປະຊຸມ.
  ກອງປະຊຸມລັດຖະມົນຕີການຕ່າງປະເທດ ກຸ່ມບັນດາພື້ນຖານເສດຖະກິດພັດທະນາ ແລະ ຫາກໍ່ພົ້ນເດັ່ນຂຶ້ນແຖວໜ້າໂລກ (ພາບ: ANI)  
ທ່ານລັດຖະມົນຕີການຕ່າງປະເທດ ອິນເດຍ S. Jaishankar ໃຫ້ຮູ້ວ່າ ກອງປະຊຸມໄດ້ສິ້ນສຸດລົງແຕ່ບໍ່ອອກຖະແຫຼງການຮ່ວມຍ້ອນຄວາມແຕກໂຕນກັນຢ່າງເລິກເຊິ່ງກ່ຽວກັບການປະທະກັນຢູ່ຢູແກຼນ, ໂດຍບໍ່ຫົວຊາຕໍ່ຄວາມມານະພະຍາຍາມຂອງປະເທດເຈົ້າພາບ ອິນເດຍ ເພື່ອແນໃສ່ສ້າງຄວາມເຫັນດີເຫັນພ້ອມ. ແທນທີ່ນັ້ນ, ກອງປະຊຸມໄດ້ຮັບຮອງເອົາເອກະສານຫຍໍ້ ແລະ ໝາກຜົນຂອງປະເທດເຈົ້າພາບ. ທ່ານ S. Jaishankar ຊີ້ແຈ້ງວ່າ ບັນດາເອກະສານີ້ໄດ້ສ່ອງແສງຄວາມຕັດສິນໃຈຂອງ G20 ໃນການຮັບມືກັບບັນດາສິ່ງທ້າທາຍຮີບດ່ວນ ທົ່ວໂລກ. ທ່ານລັດຖະມົນຕີການຕ່າງປະເທດ ອິນເດຍ ກໍ່ເນັ້ນໜັກວ່າ ກອງປະຊຸມໄດ້ສຸມໃສ່ ບັນດາແງ່ມູນ ທີ່ອາດຈະຊ່ວຍ ສາມັກຄີບັນດາຝ່າຍ.

top