ຂ່າວສານ

ກອງ​ປະ​ຊຸມ​ຜັນ​ຂະ​ຫຍາຍ​ມະ​ຕິ​ວ່າ​ດ້ວຍ​ການ​ພັດ​ທະ​ນາ​ເຂດ ເຕິຍງວຽນ ຮອດ​ປີ 2030, ວິ​ໄສ​ທັດ​ຮອດ​ປີ 2045

ຕອນເຊົ້າວັນທີ 14 ຕຸລາ ຢູ່ຮ່າໂນ້ຍ, ກົມການເມືອງ, ຄະນະເລຂາສູນກາງພັກ ໄດ້ຈັດກອງປະຊຸມຊາບຊຶມ ແລະ ຜັນຂະຫຍາຍປະຕິບັດມະຕິຂອງກົມການເມືອງ ວ່າດ້ວຍທິດທາງພັດທະນາເສດຖະກິດ - ສັງຄົມ ແລະ ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບເຂດ ເຕິຍງວຽນ ຮອດປີ 2030, ວິໄສທັດຮອດປີ 2045. ທ່ານເລຂາທິການໃຫຍ່ ພັກຄອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ເປັນປະທານ ແລະ ກ່າວຄຳເຫັນຊີ້ນຳກອງປະຊຸມ.
  ກອງປະຊຸມຊາບຊຶມ ແລະ ຜັນຂະຫຍາຍປະຕິບັດມະຕິຂອງກົມການເມືອງ ວ່າດ້ວຍທິດທາງພັດທະນາເສດຖະກິດ - ສັງຄົມ ແລະ ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບເຂດ ເຕິຍງວຽນ ຮອດປີ 2030, ວິໄສທັດຮອດປີ 2045 (ພາບ: VGP)  

ເຕິຍງວຽນ ມີທີ່ຕັ້ງຍຸດທະສາດສຳຄັນທາງດ້ານເສດຖະກິດ, ການເມືອງ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບສຳລັບທົ່ວປະເທດ ແລະ ພາກພື້ນອິນດູຈີນ. ການສະຖິຕິໄດ້ສະແດງໃຫ້ເຫັນວ່າ, ການເຕີບໂຕ GRDP ສະເລ່ຍຂອງເຂດໃນໄລຍະ 2002 – 2020 ແມ່ນ 7, 98%, ລະດັບການເຕີບໂຕ GRDP ແລະ ຂອງຂະແໜງອຸດສາຫະກຳ, ກະສິກຳ, ການບໍລິການຂອງເຂດເຕິຍງວຽນ ແມ່ນສູງກວ່າເຂດຕ່າງໆ. ຫວ່າງມໍ່ໆມານີ້, ເມື່ອເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມສະຫຼຸບວຽກງານປະຕິບັດມະຕິຂອງກົມການເມືອງ ວ່າດ້ວຍການພັດທະນາເສດຖະກິດ - ສັງຄົມ ແລະ ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບເຂດເຕິຍງວຽນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ການພັດທະນາເຂດ ເຕິຍງວຽນ ຕ້ອງມີຈຸດສຸມ ແລະ ສົມທົບກັນແກ້ໄຂບັນຫາດ້ານການເມືອງ, ແນວຄິດ, ເສດຖະກິດ - ສັງຄົມ, ສິ່ງແວດລ້ອມ, ການປ້ອງກັນຊາດ, ປ້ອງກັນຄວາມສະຫງົບຢ່າງຄົບຊຸດ. ພ້ອມດຽວກັນນັ້ນ, ການພັດທະນາເສດຖະກິດຕ້ອງຕິດພັນກັບການເອົາໃຈໃສ່, ແກ້ໄຂບັນຫາສັງຄົມ, ນະໂຍບາຍຊົນເຜົ່າ, ສາສະໜາ; ຕ້ອງມີກົນໄກ, ນະໂຍບາຍດຶງດູດແຫຼ່ງກຳລັງພັດທະນາ, ໂດຍສະເພາະແມ່ນການຮ່ວມມືພາກລັດ - ພາກເອກະຊົນ, ແຫຼ່ງກຳລັງຈາກສັງຄົມ ແລະ ນັກລົງທຶນຕ່າງປະເທດ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໄດ້ເນັ້ນໜັກເຖິງປະສົບການ, ວຽກງານທີ່ຕ້ອງເຮັດເພື່ອຈັດຕັ້ງການຜັນຂະຫຍາຍປະຕິບັດບັນດາເປົ້າໝາຍ, ໜ້າທີ່ເຊິ່ງມະຕິຂອງກົມການເມືອງວາງອອກໃນຄັ້ງນີ້ໃຫ້ມີໝາກມີຜົນ. ຕາມນັ້ນແລ້ວ, ພາຍຫຼັງ 20 ປີທີ່ປະຕິບັດມະຕິວ່າດ້ວຍການພັດທະນາເສດຖະກິດ - ສັງຄົມ ແລະ ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບເຂດເຕິຍງວຽນປີ 2010 ແລະ ໄລຍະ 2011 – 2020, ເສດຖະກິດ ເຂດເຕິຍງວຽນບັນລຸໄດ້ຜົນງານຫຼາຍຢ່າງ, ບາງທ້ອງຖິ່ນມີການພັດທະນາບຸກທະລຸ, ສ້າງຈຸດພົ້ນເດັ່ນໃນເຂດ ແລະ ທົ່ວປະເທດ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ, ເນັ້ນໜັກວ່າ:

“ກົມການເມືອງຮຽກຮ້ອງ, ຕ້ອງຮັບຮູ້ຢ່າງຈະແຈ້ງ: ເຂດເຕິຍງວຽນ ແມ່ນບໍລິເວນຍຸດທະສາດພິເສດສຳຄັນທາງດ້ານເສດຖະກິດ, ສັງຄົມ, ສິ່ງແວດລ້ອມຊີວະພາບ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ການຕ່າງປະເທດຂອງທົ່ວປະເທດ. ສ້າງ ແລະ ພັດທະນາ ເຂດເຕິຍງວຽນ ຕ້ອງສົມທົບໃຫ້ກົມກຽວລະຫວ່າງການພັດທະນາເສດຖະກິດ, ວັດທະນະທຳ- ສັງຄົມ, ຮັກສາຊັບພະຍາກອນ, ສິ່ງແວດລ້ອມ, ຕິດພັນຢ່າງແໜ້ນແຟ້ນກັບການຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ ແລະ ເພີ່ມທະວີວຽກງານການຕ່າງປະເທດ. ພັດທະນາ ເຂດເຕິຍງວຽນ ຕ້ອງໃຫ້ສອດຄ່ອງກັບແຜນການພັດທະນາເສດຖະກິດ - ສັງຄົມຂອງທົ່ວປະເທດ, ຮັບປະກັນຄວາມເປັນເອກະພາບກັບລະບົບການວາງແຜນຜັງແຫ່ງຊາດ, ສອດຄ່ອງກັບແຜນຍຸດທະສາດແຫ່ງຊາດວ່າດ້ວຍການພັດທະນາແບບຍືນຍົງ, ການເຕີບໂຕສີຂຽວ ແລະ ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.”


top