ຂ່າວສານ

ກອງ​ປະ​ຊຸມ​ທົ່ວ​ປະ​ເທດ​ຄົ້ນ​ຄວ້າ, ຮ່ຳ​ຮຽນ, ​ຊາບຊຶມ​ມະ​ຕິ​ສູກ​າງ​​ພັກ​ກອມ​ມູ​ນິດ ຫວຽດ​ນາມ ເທື່ອ​ທີ 5, ຊຸດ​ທີ XIII

ຕອນເຊົ້າວັນທີ 21 ກໍລະກົດ, ກົມການເມືອງ, ຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ໄດ້ຈັດກອງປະຊຸມທົ່ວປະເທດກ່ຽວກັບການຄົ້ນຄວ້າ, ສຶກສາຮ່ຳຮຽນ, ຊາບຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ 5, ຄະນະບໍລິຫານງານສູນກາງພັກຊຸດທີ XIII ແບບເຊິ່ງໜ້າ ແລະ ສົມທົບທາງໄກໂດຍເຊື່ອມຕໍ່ກັບສະຖານທີ່ແຫ່ງຕ່າງໃນທົ່ວປະເທດ. ມີພະນັກງານ, ສະມາຊິກພັກເຂົ້າຮ່ວມການຄົ້ນຄວ້າ, ຮ່ຳຮຽນກວ່າ 1 ລ້ານຄົນ.
  ກອງປະຊຸມທົ່ວປະເທດກ່ຽວກັບການຄົ້ນຄວ້າ, ສຶກສາຮ່ຳຮຽນ, ຊາບຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ 5, ຄະນະບໍລິຫານງານສູນກາງພັກຊຸດທີ XIII  

ເຂົ້າຮ່ວມກອງປະຊຸມ ມີທ່ານ: ປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ, ທ່ານຍາຍົກລັດຖະມົນຕີ ຟ້າມມິງຈິງ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ, ທ່ານ ຫວໍວັນເຖືອງ ຜູ້ປະຈຳການຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ.

ທີ່ກອງປະຊຸມ, ບັນດາຜູ້ແທນໄດ້ຮັບຟັງຫົວເລື່ອງສະເພາະ “ສືບຕໍ່ປ່ຽນແປງໃໝ່, ປັບປຸງກົນໄກ, ນະໂຍບາຍໃຫ້ສົມບູນແບບ, ຍົກສູງປະສິດທິພາບ, ປະສິດທິຜົນການຄຸ້ມຄອງ ແລະ ນຳໃຊ້ທີ່ດິນ, ສ້າງກຳລັງໜູນນຳ ຫວຽດນາມ ກາຍເປັນປະເທດພັດທະນາມີລາຍຮັບສູງ”; “ກະສິກຳ, ຊາວກະສິກອນ, ຊົນນະບົດ ຮອດປີ 2030, ວິໄສທັດຮອດປີ 2045”; ສືບຕໍ່ປ່ຽນແປງໃໝ່, ພັດທະນາ ແລະ ຍົກສູງປະສິດທິຜົນເສດຖະກິດລວມໝູ່ໃນໄລຍະໃໝ່” “ເພີ່ມທະວີການປັບປຸງ, ກໍ່ສ້າງອົງການຈັດຕັ້ງພັກຂັ້ນຮາກຖານ ແລະ ຍົກສູງຄຸນນະພາບຖັນແຖວສະມາຊິກພັກໃນໄລຍະໃໝ່” ໂດຍບັນດາການນຳພັກ ແລະ ລັດ ເຜີຍແຜ່ໂດຍກົງ ເພື່ອແນໃສ່ຊ່ວຍໃຫ້ຜູ້ແທນກຳໄດ້ຢ່າງຄົບຖ້ວນ ແລະ ຕິດແທດກັບເນື້ອໃນຈິດໃຈຂອງມະຕິກອງປະຊຸມຄັ້ງທີ 5, ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽນດນາມ ຊຸດທີ XIII.


top