ຂ່າວສານ

ກອງ​ປະ​ຊຸມ​ທາງ​ໄກ​ທົ່ວປະ​ເທດ​ກ່ຽວ​ກັບ​ການຜັນ​ຂະ​ຫຍາຍ​ປະ​ຕິ​ບັດ 3 ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ

ໄລຍະ 2021 – 2025, ສະພາແຫ່ງຊາດຮັບຮອງເອົາ 3 ໂຄງການເປົ້າໝາຍແຫ່ງຊາດ, ຜັນຂະຫຍາຍເສດຖະກິດ - ສັງຄົມເຂດພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ ແລະ ເຂດພູສູງ, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ກໍ່ສ້າງຊົນນະບົດໃໝ່.

ໄລຍະ 2021 – 2025, ສະພາແຫ່ງຊາດຮັບຮອງເອົາ 3 ໂຄງການເປົ້າໝາຍແຫ່ງຊາດ, ຜັນຂະຫຍາຍເສດຖະກິດ - ສັງຄົມເຂດພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ ແລະ ເຂດພູສູງ, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ກໍ່ສ້າງຊົນນະບົດໃໝ່.

    

ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບິ່ງມິງ ກ່າວຄຳເຫັນທີ່ ກອງປະຊຸມ

ຕອນເຊົ້າວັນທີ 21 ເມສາ, ຢູ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຟ້າມບິ່ງມິງ ເປັນປະທານກອງປະຊຸມທາງໄກທົ່ວປະເທດກ່ຽວກັບການຜັນຂະຫຍາຍປະຕິບັດໂຄງການເປົ້າໝາຍແຫ່ງຊາດໃນການກໍ່ສ້າງຊົນນະບົດໃໝ່ ແລະ ໂຄງການເປົ້າໝາຍແຫ່ງຊາດຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ໃນໄລຍະ 2021 – 2025.

ໄລຍະ 2021 – 2025, ສະພາແຫ່ງຊາດຮັບຮອງເອົາ 3 ໂຄງການເປົ້າໝາຍແຫ່ງຊາດ, ຜັນຂະຫຍາຍເສດຖະກິດ - ສັງຄົມເຂດພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ ແລະ ເຂດພູສູງ, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ກໍ່ສ້າງຊົນນະບົດໃໝ່.ເພື່ອຫັນຄວາມຮຽກຮ້ອງຕ້ອງການຂອງສະພາແຫ່ງຊາດເປັນລະອຽດ, ຫວ່າງມໍ່ໆມານີ້ ລັດຖະບານ ໄດ້ສ້າງດຳລັດວ່າດ້ວຍການກຳນົດກົນໄກຄຸ້ມຄອງ, ຈັດຕັ້ງປະຕິບັດໂຄງການເປົ້າໝາຍແຫ່ງຊາດ, ດ້ວຍເນື້ອໃນຫຼັກແຫຼ່ງແມ່ນກຳນົດທິດໃຫ້ແກ່ວຽກງານຄຸ້ມຄອງ, ຈັດຕັ້ງປະຕິບັດໂຄງການ.

ບັນດາຄຳເຫັນປະກອບຢູ່ກອງປະຊຸມໄດ້ສະເໜີວ່າ: ໃນປີ 2022, ບັນດາກະຊວງ, ອົງການຈັດຕັ້ງສູນກາງ ແລະ ທ້ອງຖິ່ນສຸມໃສ່ຍູ້ໄວຄວາມຄືບໜ້າໃນການສ້າງ, ປະກາດໃຊ້ ແລະ ຍື່ນສະເໜີຕໍ່ຂັ້ນທີ່ມີສິດອຳນາດປະກາດໃຊ້ ເອກະສານດ້ານກົດໝາຍ, ລະບົບກົນໄກ, ນະໂຍບາຍ, ບັນດາໂຄງການ, ແຜນຮ່າງ ປະຕິບັດໂຄງການເປົ້າໝາຍແຫ່ງຊາດ ແລະພັດທະນາເສດຖະກິດ - ສັງຄົມ ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູສູງ, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ ແລະ ຊົນນະບົດໃໝ່…

(ແຫຼ່ງຄັດຈາກ VOV)


top