ຂ່າວສານ

ກອງ​ປະ​ຊຸມ​ທາງ​ອອນ​ລາຍ​ກຸ່ມ​ ເຈົ້າ​ໜ້າ​ທີ່ອາ​ວຸ​ໂສ ​ປ້ອງ​ກັນ​ປະ​ເທດ​ ອາ​ຊຽນ

ທ່ານຫົວໜ້າກຸ່ມເຈົ້າໜ້າທີ່ອາວຸໂສ  ຂອງບັນດາປະເທດອາຊຽນ ແລະ ຜູ້ຕາງໜ້າຄະນະເລຂານຸການອາຊຽນ ກໍ່ໄດ້ປຶກສາຫາລືວຽກງານກະກຽມໃຫ້ແກ່ກອງປະຊຸມທາງອອນລາຍ ເຈົ້າໜ້າທີ່ອາວຸໂສປ້ອງກັນຊາດ ອາຊຽນ (ADSOM), ກອງປະຊຸມທາງອອນລາຍກຸ່ມເຈົ້າໜ້າທີ່ອາວຸໂສອາຊຽນເປີດກ້ວາງ (ADSOM+WG) ແລະ ກອງປະຊຸມທາງອອນລາຍ ເຈົ້າໜ້າທີ່ອາວຸໂສປ້ອງກັນຊາດອາຊຽນເປີດກ້ວາງ (ADSOM+).

ທ່ານພົນຕີ ຫວູຈຽນທັ໊ງ, ຫົວໜ້າກົມພົວພັນການຕ່າງປະເທດ, ກະຊວງປ້ອງກັນປະເທດໄດ້ເປັນປະທານກອງປະຊຸມ (ADSOM WG)

ກອງປະຊຸມກຸ່ມເຈົ້າໜ້າທີ່ ອາວຸໂສປ້ອງກັນປະເທດ ອາຊຽນ (ADSOM WG) ໄດ້ດຳເນີນໃນຕອນເຊົ້າວັນທີ 16 ພະຈິກ ພາຍໃຕ້ການເປັນປະທານຂອງທ່ານພົນຕີ ຫວູຈຽນທັ໊ງ, ຫົວໜ້າກົມພົວພັນການຕ່າງປະເທດ, ກະຊວງປ້ອງກັນປະເທດ, ຫົວໜ້າກຸ່ມເຈົ້າໜ້າທີ່ອາວຸໂສປ້ອງກັນປະເທດ ອາຊຽນ ຫວຽດນາມ. ກອງປະຊຸມໄດ້ຈັດຕັ້ງຕາມຮູບການທາງອອນລາຍ ເພື່ອແນໃສ່ຍູ້ແຮງການຮ່ວມມືດ້ານປ້ອງກັນຊາດຢ່າງແທ້ຈິງລະຫວ່າງບັນດາປະເທດອາຊຽນ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານ ພົນຕີ ຫວູຈຽນທັ໊ງ ເນັ້ນໜັກວ່າ:

ທີ່ກອງປະຊຸມຄັ້ງນີ້, ບັນດາປະເທດສືບຕໍ່ອັບເດັດໝາກຜົນຂອງການຜັນຂະຫຍາຍບັນດາຂໍ້ລິເລີ່ມຄື: ພື້ນຖານໂຄງລ່າງຕາໜ່າງສາຍຕິດຕໍ່ພົວພັນໂດຍກົງອາຊຽນ ໃນວິວັດທະນາການ ADMM, ເອກະສານຫຼີກລ້ຽງການແຕະຕ້ອງທາງອາກາດ ສຳລັບ ເຮືອບິນທະຫານ, ເຄືອຂ່າຍນັກຊ່ຽວຊານການປ້ອງກັນປະເທດອາຊຽນດ້ານເຄມີ, ຊີວະຊາດ…

ທ່ານຫົວໜ້າກຸ່ມເຈົ້າໜ້າທີ່ອາວຸໂສ  ຂອງບັນດາປະເທດອາຊຽນ ແລະ ຜູ້ຕາງໜ້າຄະນະເລຂານຸການອາຊຽນ ກໍ່ໄດ້ປຶກສາຫາລືວຽກງານກະກຽມໃຫ້ແກ່ກອງປະຊຸມທາງອອນລາຍ ເຈົ້າໜ້າທີ່ອາວຸໂສປ້ອງກັນຊາດ ອາຊຽນ (ADSOM), ກອງປະຊຸມທາງອອນລາຍກຸ່ມເຈົ້າໜ້າທີ່ອາວຸໂສອາຊຽນເປີດກ້ວາງ (ADSOM+WG) ແລະ ກອງປະຊຸມທາງອອນລາຍ ເຈົ້າໜ້າທີ່ອາວຸໂສປ້ອງກັນຊາດອາຊຽນເປີດກ້ວາງ (ADSOM+)       .

(ແຫຼ່ງຄັດຈາກ VOV)


top