ຂ່າວສານ

ກອງ​ປະ​ຊຸມ​ຄັ້ງ​ທີ 43 ຂອງ​ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ ຈັດ​ກອງ​ປະ​ຊຸມ​ຄືນ​ໃໝ່

ວັນທີ 15 ມິຖຸນາ, ຢູ່ສຳນັກງານ ສປຊ ຢູ່ເຊີແນວ ປະເທດສະວິດ, ກອງປະຊຸມນັດສາມັນຄັ້ງທີ 43 ຂອງ ສະພາສິດທິມະນຸດ ສປຊ ໄດ້ເລີ່ມຈັດກອງປະຊຸມຄືນໃໝ່ພາຍຫຼັງການໂຈະຊົ່ວຄາວແຕ່ກາງເດືອນມີນາທີ່ຜ່ານມາ ຍ້ອນໂລກລະບາດ Covid – 19.


ກອງປະຊຸມ ຂອງສະພາສິດທິມະນຸດຂອງສະຫະແຫ່ງຊາດຢູ່ເຊີແນວ, ສະວິດໃນວັນທີ 12 ມີນາ 2020

(ພາບ: THX/TTXVN)


ເຂົ້າຮ່ວມກອງປະຊຸມມີຜູ້ແທນຂອງ 47 ປະເທດສະມາຊິກ, ແລະ  ປະເທດສັງເກດການ 100ປະເທດ,  ບັນດາອົງການຈັດຕັ້ງສາກົນ ແລະ ບັນດາອົງການຈັດຕັ້ງບໍ່ຂຶ້ນກັບລັດຖະບານ ທີ່ມີສຳນັກງານຢູ່ ເຊີແນວ.

ສະພາສິດທິມະນຸດ ແມ່ນອົງການທຳອິດຂອງ ຫ້ອງການ ສປຊ ແລະ ບັນດາອົງການຈັດຕັ້ງສາກົນຕ່າງໆປະຈຳ ເຊີແນວ ທີ່ຈັດກອງປະຊຸມຄືນໃໝ່ (ດ້ວຍຮູບແບບສົມທົບກັນລະຫວ່າງ ກອງປະຊຸມໂດຍກົງ ແລະ ກອງປະຊຸມທາງອອນລາຍ). ທ່ານນາງເອກອັກຄະລັດຖະທູດ ຫວຽດນາມ ເລທິຕວຽດມາຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ, ອົງການການຄ້າໂລກ ແລະ ບັນດາອົງການຈັດຕັ້ງສາກົນຕ່າງໆປະຈຳ ເຊີແນວ ເປັນຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມເຂົ້າຮ່ວມກອງປະຊຸມດັ່ງກ່າວ.

ກອງປະຊຸມໄດ້ສຸມໃສ່ປຶກສາຫາລືກ່ຽວກັບບັນດາບັນຫາປະຈຳໄລຍະຂອງກອງປະຊຸມໃນເດືອນມີນາຂອງແຕ່ລະປີລວມມີ: ບັນດາກົນໄກ ແລະ ບັນດາຄະນະກຳມະການຂອງບັນດາສົນທິສັນຍາ ສປຊກ່ຽວກັບສິດທິມະນຸດ, ກົນໄກການສໍາຫຼວດກວດກາຕາມໄລຍະ (UPR) ກ່ຽວກັບສິດທິມະນຸດ, ສະພາບການປະຕິບັດສິດທິມະນຸດຢູ່ປາແລັດສະຕິນ ແລະ ບັນດາເຂດຜືນແຜ່ນດິນອາຣັບທີ່ຖືກຢຶດຄອງ…

(ແຫຼ່ງຄັດຈາກ VOV)


top