ຕອນເຊົ້າວັນທີ 15 ກັນຍາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເຈິ່ນແທັງເໝິນ, ປະທານສະພາເລືອກຕັ້ງແຫ່ງຊາດ, ເປັນປະທານກອງປະຊຸມຄັ້ງທີ 2 ສະພາເລືອກຕັ້ງແຫ່ງຊາດ.
ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ ກ່າວຄຳເຫັນທີ່ກອງປະຊຸມ
ກ່າວຄຳເຫັນສະຫຼຸບກອງປະຊຸມ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິນ, ປະທານສະພາເລືອກຕັ້ງແຫ່ງຊາດ ໄດ້ສະເໜີທຸກວຽກງານເປັນເສນາທິການຕ້ອງໄດ້ສຸມໃສ່ຫຼາຍກວ່າອີກເພື່ອຮັບປະກັນລັກສະນະວິທະຍາສາດ, ມີໄຫວພິບ, ເປັນເຈົ້າການ, ມີຫົວຄິດປະດິດສ້າງ, ປະຕິບັດແຕ່ໄກໂດຍໄວ. ທ່ານໃຫ້ຮູ້ວ່າ:
ທ່ານເລຂາທິການໃຫຍ່ ໂຕເລິມ ຍາມໃດກໍ່ຖືເປັນສຳຄັນ ແລະ ມີຄວາມຕັ້ງຫວັງຕໍ່ຜົນສຳເລັດໃນວຽກກງານເລືອກຕັ້ງ, ດັ່ງນັ້ນວຽກງານຈັດຕັ້ງກອງປະຊຸມທົ່ວປະເທດຜັນຂະຫຍາຍວຽກງານເລືອກຕັ້ງຕ້ອງບັນລຸໄດ້ມາດຖານ, ມີຜົນກະທົບທີ່ດີ. ເວລາກະກຽມບໍ່ມີຫຼາຍແລ້ວ, ຮຽກຮ້ອງຕ້ອງມີຄວາມຕັ້ງໃຈ, ຄົບຊຸດ, ເຮັດທັນທີນັບແຕ່ຕອນນີ້.
ກ່ຽວກັບຮ່າງແຜນການຈັດຕັ້ງກອງປະຊຸມທົ່ວປະເທດ, ທ່ານປະທານສະພາແຫ່ງຊາດຮຽກຮ້ອງຕ້ອງປ່ຽນແປງໃໝ່ກອງປະຊຸມຜັນຂະຫຍາຍ 2 ສົ້ນ, ມີການແລກປ່ຽນເຊິ່ງກັນແລະກັນ, ເປັນຕົ້ນແມ່ນໃນເງື່ອນໄຂກົງຈັກໃໝ່, ຕ້ອງມີຄວາມລະອຽດລະອໍ, ດັ່ງນັ້ນຄຳເຫັນອະທິບາຍຕ້ອງຖືກຕ້ອງ, ຊັດເຈນ, ມີຈຸດສຸມ, ແທ້ຈິງ, ມີກຳລັງແຜ່ຂະຫຍາຍຢ່າງແຮງ. ທ່ານປະທານສະພາແຫ່ງຊາດ ເນັ້ນໜັກວ່າຫຼັກແຫຼ່ງ ແລະ ການປ່ຽນແປງຢ່າງແຮງຍັງແມ່ນບຸລິມະສິດ, ສ້າງເງື່ອນໄຂຢ່າງສະດວກທີ່ສຸດໃຫ້ແກ່ຜູ້ອອກສະໝັກຮັບເລືອກຕັ້ງ, ອົງການເລືອກຕັ້ງ, ຜູ້ມີສິດເລືອກຕັ້ງ, ຫຼີກລ້ຽງຄວາມຜິດພາດ ແລະ ການຮ້ອງທຸກຮ້ອງຟ້ອງ.