ກອງປະຊຸມຄັ້ງທີ 2 ຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ສະໄໝທີ XIV ຖືກໄຂຂຶ້ນຢ່າງສົມກຽດໃນຕອນເຊົ້າວັນທີ 23 ມີນາ, ຢູ່ນະຄອນຫຼວງ ຮ່າໂນ້ຍ. ເມື່ອກ່າວຄ່ຳເຫັນໄຂກອງປະຊຸມ, ທ່ານ ໂຕເລິມ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ໄດ້ຢັ້ງຢືນເຖິງເນື້ອໃນກອງປະຊຸມສູນກາງພັກຄັ້ງທີ 2 ຕ້ອງແກ້ໄຂແມ່ນຫຼາຍຢ່າງ, ກວ້າງຂວາງ, ຍາກທີ່ສຸດ, ເຊິ່ງລ້ວນແຕ່ແມ່ນບັນດາວຽກງານທີ່ຕ້ອງເຮັດໃນທັນທີ, ບໍ່ອາດຊັກຊ້າໄດ້.
ກອງປະຊຸມຄັ້ງທີ 2 ຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ສະໄໝທີ XIV ຖືກໄຂຂຶ້ນໃນຕອນເຊົ້າວັນທີ 23/3 ຢູ່ ຮ່າໂນ້ຍ (ພາບ: ຖົ໋ງເຍິດ - VNA)
ສະຫາຍ ເຈິ່ນແທັງເໝີ໊ນ, ກຳມະການກົມການເມືອງ, ປະທານສະພາແຫ່ງຊາດ ເປັນປະທານດຳເນີນວາລະໄຂກອງປະຊຸມ. (ພາບ: ຖົ໋ງເຍິດ - VNA)
ສະຫາຍ ເຈິ່ນເກີ໊ມຕູ໋, ກຳມະການກົມການເມືອງສູນກາງພັກ, ຜູ້ປະຈຳການຄະນະເລຂາທິການສູນກາງພັກ ສະເໜີລາຍການຂອງກອງປະຊຸມ. (ພາບ: ຖົ໋ງເຍິດ - VNA)
ກອງປະຊຸມຄັ້ງນີ້ຈະພິຈາລະນາ, ປຶກສາຫາລື ແລະ ຕັດສິນຫຼາຍເນື້ອໃນທີ່ມີຄວາມສຳຄັນເປັນພິເສດ, ມີຄວາມໝາຍພື້ນຖານສຳລັບໜ້າທີ່ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກຢ່າງມີໄຊ, ກ່ຽວຂ້ອງໂດຍກົງເຖິງຄຸນນະພາບການນຳພາ, ກຳສິດອຳນາດ ແລະ ກຳລັງແຮງຕໍ່ສູ້ຂອງພັກ; ກ່ຽວຂ້ອງເຖິງການພັດທະນາຢ່າງວ່ອງໄວ, ຍືນຍົງຂອງປະເທດຊາດໃນໄລຍະ 2026 – 2031 ແລະ ຊຸມປີຕໍ່ໄປ.
ວາງພື້ນຖານການເຄື່ອນໄຫວໃຫ້ແກ່ທັງອາຍຸການ
ຕາມສະຫາຍເລຂາທິການໃຫຍ່ ໂຕເລິມແລ້ວ, ກອງປະຊຸມສູນກາງພັກຄັ້ງທີ 2 ໄດ້ດຳເນີນໃນສະພາບການໂລກ, ພາກພື້ນສືບຕໍ່ມີການຜັນແປຢ່າງວ່ອງໄວ, ແຂງແຮງ ແລະ ຍາກທີ່ຈະຄາດຄະເນລ່ວງໜ້າໄດ້. ຢູ່ພາຍໃນປະເທດ, ຫວຽດນາມ ຢືນຢູ່ຕໍ່ໜ້າໂອກາດໃຫຍ່ເພື່ອບຸກທະລຸ, ແຕ່ກໍປະເຊີນໜ້າກັບບັນດາຄຳຮຽກຮ້ອງຕ້ອງການສູງທີ່ສຸດກ່ຽວກັບການປ່ຽນແປງໃໝ່ຮູບແບບການເຕີບໂຕ, ລະດັບການເຕີບໂຕ, ສຳເລັດລະບອບລະບຽບການ, ຈັດຕັ້ງຄືນພື້ນທີ່ພັດທະນາ, ເຄື່ອນໄຫວຮູບແບບອຳນາດການປົກຄອງທ້ອງຖິ່ນ 2 ຂັ້ນຢ່າງມີປະສິດທິຜົນ. ທ່ານເລຂາທິການໃຫຍ່ ກໍແນະນຳໂດຍສັງເຂບບັນດາຄຳຮຽກຮ້ອງໃຫຍ່. ທຳອິດ, ແມ່ນຕ້ອງມີຄວາມຮັບຮູ້ຢ່າງເລິກເຊິ່ງທີ່ສຸດວ່າ ນີ້ແມ່ນກອງປະຊຸມທີ່ວາງພື້ນຖານການເຄື່ອນໄຫວໃຫ້ທັງອາຍຸການ.
“ແຜນການເຮັດວຽກຂອງທັງອາຍຸການ, ລະບຽບການເຮັດວຽກ, ຂໍ້ກຳນົດດຳເນີນກົດລະບຽບຂອງພັກ, ບັນດາຂໍ້ກຳນົດກ່ຽວກັບວຽກງານກວດກາ, ຕິດຕາມກວດກາ, ປະຕິບັດລະບຽບວິໄນ, ວຽກງານແນວຄິດ, ກົນໄກປະສານສົມທົບ, ບຸກຄະລາກອນຫຼັກແຫຼ່ງຂອງກົງຈັກລັດ… ແມ່ນ “ໂຄງປະກອບ” ຂອງການຈັດຕັ້ງ, ແມ່ນ “ສາຍເລືອດ” ຂອງສິດອຳນາດ, ແມ່ນ “ມາດຕະຖານ” ເພື່ອຮັກສາຫຼັກການ, ແມ່ນ “ກົນໄກ” ເພື່ອຄວບຄຸມສິດອຳນາດ, ແມ່ນ “ເຄື່ອງມື” ເພື່ອເສີມຂະຫຍາຍປະຊາທິປະໄຕໄປຄຽງຄູ່ກັບການຮັກສາກົດລະບຽບວິໄນ. ພວກເຮົາຕ້ອງມີການກະກຽມໃຫ້ເປັນຢ່າງດີ ເພື່ອສ້າງເປັນແບບແຜນ, ຈັ່ງຫວະ, ປະສິດທິພາບ, ເພີ່ມກຳລັງແຮງຕໍ່ສູ້ໃຫ້ທັງອາຍຸການ. ດັ່ງນັ້ນ, ແຕ່ລະເນື້ອໃນຕ້ອງພິຈາລະນາຢ່າງພິຖີພິຖັນ”.
ສະຫາຍເລຂາທິການໃຫຍ່ ໂຕເລິມ ກ່າວຄຳເຫັນໄຂກອງປະຊຸມ. (ພາບ: ຖົ໋ງເຍິດ - VNA)
ພ້ອມດຽວກັນນັ້ນ ຕ້ອງເຊື່ອມຊຶມຈິດໃຈປ່ຽນແປງໃໝ່ແບບວິທີນຳພາຂອງພັກຢ່າງເລິກເຊິ່ງ.
“ພັກເຮົາແມ່ນກຳລັງນຳພາລັດ ແລະ ສັງຄົມ; ການນຳພາຂອງພັກ ແມ່ນສູງສຸດ, ໂດຍກົງ ແລະ ຮອບດ້ານ. ເພາະສະນັ້ນ, ຕ້ອງປ່ຽນໃໝ່ແບບວິທີນຳພາຢ່າງບໍ່ຢຸດຢັ້ງເພື່ອໃຫ້ວຽກງານນຳພານັບມື້ນັບຖືກຕ້ອງກວ່າ, ໃກ້ຊິດກວ່າ, ມີວິທະຍາສາດ ແລະ ປະສິດທິຜົນກວ່າ. ປ່ຽນແປງໃໝ່ເພື່ອພັກນຳພາດ້ວຍວິໄສທັດຍຸດທະສາດທີ່ດີກວ່າ, ດ້ວຍລະບອບລະບຽບການທີ່ຄົບຊຸດກວ່າ, ດ້ວຍການກວດກາ, ຕິດຕາມກວດກາຢ່າງແໜ້ນແຟ້ນກວ່າ, ດ້ວຍການເປັນແບບຢ່າງຢ່າງແຮງກວ່າ, ດ້ວຍການຄັດເລືອກພະນັກງານຢ່າງຊັດເຈນກວ່າ, ດ້ວຍການແບ່ງຂັ້ນ, ແບ່ງສິດອຳນາດຢ່າງຈະແຈ້ງກວ່າ, ດ້ວຍການກະຕຸກຊຸກຍູ້ປະຕິບັດຢ່າງໃກ້ຊິດກວ່າ, ດ້ວຍການສະຫຼຸບພຶດຕິກຳຕົວຈິງຢ່າງທັນການກວ່າ, ດ້ວຍການວາງອອກບັນດານະໂຍບາຍຮັບມືຕໍ່ບັນດາການຜັນແປໃຫຍ່ຂອງໂລກ ແລະ ຄຳຮຽກຮ້ອງພັດທະນາຢູ່ພາຍໃນປະເທດຢ່າງວ່ອງໄວກວ່າ”.
ພັກຕ້ອງເຂັ້ມແຂງກວ່າ, ປະເທດຊາດຕ້ອງພັດທະນາຢ່າງວ່ອງໄວ ແລະ ຍືນຍົງກວ່າ.
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. (ພາບ: ຖົ໋ງເຍິດ - VNA)
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. (ພາບ: ຖົ໋ງເຍິດ - VNA)
ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ. (ພາບ: ຖົ໋ງເຍິດ - VNA)
ສະຫາຍເລຂາທິການໃຫຍ່ ໂຕເລິມ ເນັ້ນໜັກວ່າ ຕ້ອງ “ຢັ້ງຢືນຈຸດຢືນ” ໃຫ້ຖືກກັບທີ່ຕັ້ງຂອງວຽກງານກວດກາ, ຕິດຕາມກວດກາ, ປະຕິບັດລະບຽບວິໄນພັກ ແລະ ການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ປະກົດການຟຸມເຟືອຍ, ຫຍໍ້ທໍ້. ນີ້ແມ່ນບັນຫາເປັນຕາຍຂອງພັກ, ແມ່ນເງື່ອນໄຂຕັດສິນຊີ້ຂາດເພື່ອຮັກສາຄວາມເຊື່ອໝັ້ນຂອງປະຊາຊົນ. ຕາມສະຫາຍເລຂາທິການໃຫຍ່ ໂຕເລິມ ແລ້ວ, ຕ້ອງຕິດພັນວຽກງານກໍ່ສ້າງພັກກັບໜ້າທີ່ພັດທະນາປະເທດຊາດ ແລະ ຍົກສູງການດຳລົງຊີວິດຂອງປະຊາຊົນຢ່າງແໜ້ນແຟ້ນ. ແຜນການພັດທະນາເສດຖະກິດ - ສັງຄົມ ໄລຍະ 5 ປີ 2026 – 2031, ແຜນການການເງິນແຫ່ງຊາດ, ແຜນການລົງທຶນພາກລັດໄລຍະກາງຄັ້ງນີ້ ຕ້ອງໄດ້ຮັບການພິຈາລະນາ ບໍ່ພຽງແຕ່ດ້ວຍຈິນຕະນາການຄຸ້ມຄອງປົກກະຕິເທົ່ານັ້ນ, ຫາກຍັງດ້ວຍຈິນຕະນາການຍຸດທະສາດອີກດ້ວຍ.
“ສິ່ງສຳຄັນພິເສດແມ່ນພວກເຮົາຕ້ອງປຶກສາຫາລື ແລະ ຊອກຫາແບບວິທີເພື່ອໃຫ້ການເຕີບໂຕ GDP ບັນລຸກວ່າ 10% ໃນທັງອາຍຸການ 2026 – 2031 ແລະ ໃນຊຸມປີຕໍ່ໄປ. ໜ້າທີ່ພັດທະນາປະເທດຊາດແມ່ນແມ່ນໜ້າທີ່ກວມລວມ, ລຸລ່ວງ. ກຳນົດຖືກຕ້ອງຮູບແບບພັດທະນາ ແລະ ສ້າງລະດັບຄວາມໄວໃນການເຕີບໂຕເສດຖະກິດແມ່ນບັນຫາຈຸດສຸມ ແລະ ແກ່ນສານທີ່ສຸດ. ບັນຫາຮີບດ່ວນໃນປັດຈຸບັນແມ່ນຕ້ານຄືນວິກິດການເສດຖະກິດ ແລະ ສົງຄາມປະທະກັນ. ສະກັດກັ້ນໄດ້ໄພນາບຂູ່ 2 ຢ່າງດັ່ງກ່າວ ແມ່ນປະຖົມປັດໄຈເພື່ອໃຫ້ພວກເຮົາປະຕິບັດສຳເລັດໜ້າທີ່ພັດທະນາປະເທດຊາດໃນວັນນີ້ ແລະ ໃນອະນາຄົດ.”
ສະຫາຍເລຂາທິການໃຫຍ່ ຊີ້ແຈ້ງວ່າ ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ຊີ້ອອກທິດທາງພັດທະນາໃໝ່ຂອງປະເທດຊາດ. ກອງປະຊຸມສູນກາງພັກຄັ້ງທີ 2 ມີຄວາມຮັບຜິດຊອບຫັນຈິດໃຈ, ຄວາມຄາດຫວັງ, ຄວາມຕັດສິນໃຈ ແລະ ທິດທາງໃຫຍ່ຂອງກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ກາຍເປັນກົນໄກເຄື່ອນໄຫວ, ຂອບເຂດການຈັດຕັ້ງ, ກາຍເປັນຫຼັກການເຄື່ອນໄຫວ, ກຳລັງຄວາມສາມາດກຳສິດອຳນາດຢ່າງແທ້ຈິງຂອງພັກໃນຕະຫຼອດອາຍຸການ./.