ຂ່າວສານ

ກອງ​ປະ​ຊຸມ​ກາງ​ສະ​ໄໝ​ສູນ​ກາງ: ບັດ​ໄວ້​ວາງ​ໃຈ​ແມ່ນ​ພື້ນ​ຖານ​ເພື່ອ​ຕີ​ລາ​ຄາ, ຊັບ​ຊ້ອນພະ​ນັກ​ງານ

ວັນທີ 17 ພຶດສະພາ, ກອງປະຊຸມກາງສະໄໝຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດປີ 13 ໄດ້ອັດລົງພາຍຫຼັງການເຮັດວຽກມາເປັນເວລາ 3 ວັນ (15 – 17 ພຶດສະພາ). ໜຶ່ງໃນບັນດາເນື້ອໃນສຳຄັນຂອງກອງປະຊຸມແມ່ນສູນກາງປ່ອນບັດໄວ້ວາງໃຈ ສຳລັບບັນດາກຳມະການກົມການເມືອງ, ຄະນະເລຂາສູນກາງພັກຊຸດທີ 13. ນີ້ບໍ່ແມ່ນຄັ້ງທຳອິດ ຄະນະບໍລິຫານງານສູນກາງພັກປ່ອນບັດໄວ້ໄວ້ວາງໃຈ ສຳລັບບັນດາຕຳແໜ່ງນີ້. ເຖິງຢ່າງໃດກໍ່ຕາມ, ຈຸດແຕກຕ່າງກັນກັບຂໍ້ກຳນົດເລກທີ 96 ຂອງກົມການເມືອງກ່ຽວກັບການປ່ອນບັດໄວ້ວາງໃຈຕໍ່ຕຳແໜ່ງການນຳ, ຜູ້ຄຸ້ມຄອງໃນລະບົບການເມືອງ ທີ່ຫາກໍ່ໄດ້ວາງອອກ, ການປ່ອນບັດໄວ້ວາງໃຈບໍ່ພຽງແຕ່ມີຄວາມໝາຍທາບທາມ, ປະກອບສ່ວນເຂົ້າໃນການຕີລາຄາພະນັກງານເທົ່ານັ້ນ ຫາກຍັງໄດ້ຮັບການນຳໃຊ້ໂດຍກົງເຂົ້າໃນວຽກງານຕີລາຄາ, ຊັບຊ້ອນ ແລະ ປະຕິບັດນະໂຍບາຍຕໍ່ພະຮັກງານ. ນີ້ກໍ່ແມ່ນພື້ນຖານກະກຽມບຸກຄະລາກອນໃຫ້ແກ່ກອງປະຊຸມໃຫຍ່ຂອງພັກທຸກຂັ້ນໃນອາຍຸການຕໍ່ທີ່ຈະມາເຖິງ.
ທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ແລະ ບັນດາການນຳພັກ, ລັດ ຫວຽດນາມ ເຂົ້າຮ່ວມການພິທີອັດກອງປະຊຸມ (ພາບ: VGP)

ຢູ່ຊຸດທີ 11 ແລະ ຊຸດທີ 12, ຄະນະບໍລິຫານງານສູນກາງໄດ້ປະຕິບັດການປ່ອນບັດໄວ້ວາງໃຈຕໍ່ກຳມະການກົມການເມືອງ, ຄະນະເລຂາ. ຕິດຕາມການປ່ອນບັດໄວ້ວາງໃຈຢູ່ສອງຊຸດກ່ອນ, ທ່ານຫງວຽນດຶກຮ່າ, ອະດີດຫົວໜ້າກົມພັກຮາກຖານ, ຄະນະຈັດຕັ້ງສູນກາງພັກ ຕີລາຄາວ່າ: ການປ່ອນບັດໄວ້ວາງໃຈຕໍ່ກຳມະການກົມການເມືອງ, ຄະນະເລຂາຢູ່ 2 ຊຸດທີ່ຜ່ານມາ ໄດ້ຮັບການປະຕິບັດເປັນຢ່າງດີ, ສ່ອງແສງຢ່າງພາວະວິໄສ, ຖືກຕ້ອງ. ມາຮອດປັດຈຸບັນ, ກົມການເມືອງຍັງຖື 3 ລະດັບແມ່ນ ໄວ້ວາງໃຈສູງ", “ໄວ້ວາງໃຈ” ແລະ “ໄວ້ວາງໃຈຕ່ຳ”. ມີຄວາມເຊື່ອໝັ້ນຕໍ່ໝາກຜົນຂອງການປ່ອນບັດໄວ້ວາງໃຈຄັ້ງນີ້, ທ່ານ ຫງວຽນດຶກຮ່າ ຖືວ່າ:

        ຄະນະບໍລິຫານງານສູນກາງພັກໄດ້ປະຕິບັດການປ່ອນບັດໄວ້ວາງໃຈຕໍ່ກຳມະການກົມການເມືອງ, ຄະນະເລຂາຢ່າງເຊັດເຈັນມີຄວາມຮັບຜິດຊອບສູງກ່ວາ. ເຈົ້າໄດ້ເປັນກຳມະການກົມການເມືອງ ແນວຄິດ ແລະ ທັດສະນະຂອງເຈົ້າຕ້ອງຕ່າງຫາກ. ເຖິງວ່າແມ່ນຊ່ອງທາງຂໍ້ມູນແຕ່ພັດແມ່ນຊ່ອງຂໍ້ມູນທີ່ມີຄວາມສຳຄັນທີ່ສຸດເພື່ອຊ່ວຍຕີລາຄາ. ຖ້າວ່າກຳມະການກົມການເມືອງ, ກຳມະການຄະນະເລຂາຜູ້ໃດ ໄດ້ຮັບບັດໄວ້ວາງໃຈລະດັບສູງນັ້ນ ຢ່າງໜ້ອຍສຸດນີ້ແມ່ນການຕີລາຄາ ແງະ ແມ່ນລາງວັນ 1ໃຫ້ແກ່ເຂົາເຈົ້າ. ຜູ້ໃດປະຕິບັດວຽກງານທີ່ໄດ້ມອບໝາຍຍັງບໍ່ທັນໄດ້ດີ, ບັດໄວ້ວາງໃຈບໍ່ສູງນັ້ນ ກະໂຕຜູ້ນັ້ນກໍ່ມີເງື່ອນໄຂເພື່ອປັບປຸງ.

ເມື່ອທຽບໃສ່ກັບຊຸດທີ 11 ແລະ ຊຸດທີ 12, ການປ່ອນບັດໄວ້ວາງໃຈຕໍ່ບັນດາຕຳແໜ່ງໂດຍ ຄະນະບໍລິຫານງານສູນກາງພັກ ຄັ້ງນີ້ໄດ້ປະຕິບັດຕາມຂໍ້ກຳນົດເລກທີ 96 ກ່ຽວກັບການປ່ອນບັດໄວ້ວາງໃຈຕໍ່ຕຳແໜ່ງການນຳ, ຜູ້ຄຸ້ມຄອງໃນລະບົບການເມືອງ. ຈຸດບຸກທະລຸສຳຄັນຂອງຂໍ້ກຳນົດເລກທີ 96 ແມ່ນຜ່ານການປ່ອນບັດໄວ້ວາງໃຈເພື່ອຕີລາຄາພະນັກງານ, ຖ້າບໍ່ບັນລຸໄດ້ຄວາມຮຽກຮ້ອງໄວ້ວາງໃຈທີ່ຈຳເປັນຈະຖືກໃຫ້ເຊົ່າດຳລົງຕຳແໜ່ງ. ໂດຍແມ່ນສະມາຊິກປະກອບຄຳເຫັນເຂົ້າແຜນຮ່າງປ່ອນບັດໄວ້ວາງໃຈຕໍ່ບັນດາຕຳແໜ່ງກຳມະການກົມການເມືອງ, ຄະນະເລຂາຂອງຄະນະບໍລິຫານງານສູນກາງພັກຄັ້ງນີ້, ທ່ານຮອງສາດສະດາຈານ ປ.ອ ຫວູວັນຝຸກ, ຮອງປະທານສະພາວິທະຍາສາດບັນດາອົງການພັກຂັ້ນສູນກາງຕີລາຄາວ່າ:

ຈຸດໃໝ່ບຸດທະລຸໃນຂໍ້ກຳນົດເລກທີ 96 ຂອງກົມການເມືອງແມ່ນ: ຖ້າວ່າໃນເມື່ອກ່ອນການປ່ອນບັດໄວ້ວາງໃຈແມ່ນເອກະສານທາບທາມ, ປະກອບສ່ວນເຂົ້າໃນການຕີລາຄາພະນັກງານ, ຂໍ້ກຳນົດເລກທີ 96 ຄັ້ງນີ້ຢັ້ງຢືນວ່າ: ບັດໄວ້ວາງໃຈແມ່ນພື້ນຖານເພື່ອຕີລາຄາພະນັກງານ, ແມ່ນພື້ນຖານເພື່ອຊັບຊ້ອນ ແລະ ປະຕິບັດນະໂຍບາຍພະນັກງານ. ດັ່ງນັ້ນ, ທີ່ຕັ້ງ, ບົດບາດ, ຄວາມໝາຍຂອງການປ່ອນບັດໄວ້ວາງໃຈຕາມຂໍກຳນົດເລກທີ 96 ແມ່ນຢູ່ລະດັບສູງກ່ວາ, ຂ້ຽວຂາດກ່ວາເມື່ອທຽບໃສ່ກັບຂໍ້ກຳນົດຄັ້ງກ່ອນ.

ຈຸດທີ່ເປັນໜ້າສົນໃຈແມ່ນ ຂໍ້ກຳນົດເລກທີ 96 ໄດ້ເພີ່ມເຕີມບາງມາດຖານ ກ່ຽວກັບຄວາມເປັນແບບຢ່າງບໍ່ພຽງແຕ່ແມ່ນຂອງພະນັກງານການນຳຜູ້ຄຸ້ມຄອງເທົ່ານ້ັນ ຫາກຍັງຂອງຜົວເມຍ, ລູກຫຼານຂອງເຂົາ, ໃນການປະຕິບັດນະໂຍບາຍ, ກົດໝາຍ ຂອງລັດ, ກໍ່ຄືຄວາມຮັບຜິດຊອບເປັນແບບຢ່າງທີ່ດີຂອງພະນັກງານທີ່ໄດ້ປ່ອນບັດໄວ້ວາງໃຈ. ນີ້ແມ່ນມາດຖານສຳຄັນເພື່ອມີຄວາມໄວ້ວາງໃຈຕໍ່ພະນັກງານການນຳ ຜູ້ຄຸ້ມຄອງ. ທ່ານ ຫງວຽນວຽດທຽດ ສະມາຊິກສະໂມສອນທັງລອງ ຖືວ່າ:

        ຖ້າເຈົ້າບໍ່ເປັນແບບຢ່າງທີ່ດີໃນຄອບຄົວນັ້ນ ເມຍ ແລະ ລູກເຕົ້າຂອງເຈົ້າຈະມີການກະທຳຜິດ ແລະ ເຂົາເຈົ້າຈະສວຍໃຊ້ຕຳແໜ່ງ, ສິດອຳນາດຂອງຜົວ, ຂອງພໍ່ເພື່ອສ້າງຜົນປະໂຫຍດໃຫ້ແກ່ເຂົາເຈົ້າ. ນີ້ ແມ່ນລະເມີດກົດໝາຍ. ດັ່ງນັ້ນ ຂໍ້ກຳນົດເລກທີ 96 ມີຄວາມຈຳເປັນທີ່ສຸດ.

        ເລີ່ມຕົ້ນຈາກຄວາມໝາຍ, ຄວາມສຳຄັນ ແລະ ລັກສະນະຂອງການປ່ອນບັດໄວ້ວາງໃຈຢູ່ກອງປະຊຸມກາງສະໄໝຂອງຄະນະບໍລິຫານງານສູນການພັກຄັ້ງນີ້, ປະຊາຊົນກໍ່ມີຄວາມຫວັງຕໍ່ການປ່ອນບັດໄວ້ວາງໃຈ ຈະແມ່ນພື້ນຖານສຳຄັນເພື່ອກະກຽມບຸກຄະລາກອນໃຫ້ແກ່ກອງປະຊຸມໃຫຍ່ທຸກຂັ້ນຂອງພັກໃນອາຍຸການໃໝ່.

ການປ່ອນບັດໄວ້ວາງໃຈໄດ້ຮັບຮູ້, ຕີລາຄາຄວາມສາມາດ, ຄວາມມານະພະຍາຍາມຂອງຜູ້ໄດ້ຮັບການປ່ອນບັດໄວ້ວາງໃຈສູງ, ພ້ອມທັງສຳລັບບັນດາພະນັກງານປະຕິບັດວຽກງານທີ່ໄດ້ມອບໝາຍຍັງບໍ່ທັນໄດ້ດີ, ບັດໄວ້ວາງໃຈບໍ່ສູງ ແມ່ນເງື່ອນໄຂເພື່ອປັບປຸງ. ຢູ່ກອງປະຊຸມຄັ້ງນີ້, ບັນດາກຳມະການສູນກາງພັກ ໄດ້ເສີມຂະຫຍາຍຈິດໃຈ, ຄວາມຮັບຜິດຊອບ, ຕີລາຄາຢ່າງຖືກຕ້ອງຄຸນນະທາດ, ຄວາມສາມາດ, ໝາກຜົນໃນການປະຕິບັດໜ້າທີ່ຮັບຜິດຊອບທີ່ໄດ້ຮັບການມອບໝາຍ ແລະ ອິດທິພົນຊື່ສຽງຂອງຜູ້ໄດ້ຮັບການປ່ອນບັດໄວ້ວາງໃຈ, ປະກອບສ່ວນເຂົ້າໃນການສ້າງປັບປຸງຄຸນນະພາບຖັນແຖວພະນັກງານ ແລະ ເຮັດໃຫ້ພັກນັບມື້ນັບປອດໄສ ແລະ ໝັ້ນຄົງເຂັ້ມແຂງ.

 


top