ຂ່າວສານ

ກອງ​ປະ​ຊຸມ​ COP26 ຖືກໄຂ​ຂຶ້ນຢູ່ Glassgow, ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ

ກອງປະຊຸມຄັ້ງນີ້ “ແມ່ນໂອກາດສຸດທ້າຍ ແລະ ດີທີ່ສຸດເພື່ອຄວບຄຸມການເພີ່ມອຸ່ນຫະພຸມໃນທົ່ວໂລກໃຫ້ຢູ່ໃນລະດັບ 1,5 ອົງສາ C ເມື່ອທຽບໃສ່ໂລຫະກ່ອນຫັນເປັນອຸດສາຫະກຳ.
ກອງປະຊຸມ COP26 ຖືກໄຂຂຶ້ນຢູ່ Glassgow, ລາຊະອານາຈັກອັງກິດ (ພາບ: TTXVN)

ວັນທີ 31 ຕຸລາ, ກອງປະຊຸມຄັ້ງທີ 26 ຂອງບັນດາຝ່າຍທີ່ເຂົ້າຮ່ວມສົນທິສັນຍາແມ່ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP26) ຖືກໄຂຂຶ້ນຢູ່ Glassgow, ລາຊະອານາຈັກອັງກິດ. ໃນເວລາເກືອບ 2 ອາທິດດຳເນີນກອງປະຊຸມ, ຜູ້ແທນທີ່ມາຈາກເກືອບ 200 ປະເທດ ຈະປຶກສາຫາລືກ່ຽວກັບວິທີການຮັບມືກັບສິ່ງທ້າທາຍລວມ ນັ້ນແມ່ນບັນຫາໜ່ວຍໂລກອຸ່ນຂຶ້ນ.

        ກ່າວຄຳເຫັນໄຂກອງປະຊຸມ, ທ່ານ Alok Sharma ປະທານ COP26  ຮຽກຮ້ອງໃຫ້ບັນດາປະເທດ ພ້ອມກັນກະທຳເພື່ອສະກັດກັ້ນຜົນກະທົບທີ່ຮ້າຍແຮງທີ່ສຸດຈາກສະພາບການໜ່ວຍໂລກອຸ່ນຂຶ້ນ. ທ່ານ Alok Sharma ເນັ້ນໜັກວ່າ ກອງປະຊຸມຄັ້ງນີ້ “ແມ່ນໂອກາດສຸດທ້າຍ ແລະ ດີທີ່ສຸດເພື່ອຄວບຄຸມການເພີ່ມອຸ່ນຫະພຸມໃນທົ່ວໂລກໃຫ້ຢູ່ໃນລະດັບ 1,5 ອົງສາ C ເມື່ອທຽບໃສ່ໂລຫະກ່ອນຫັນເປັນອຸດສາຫະກຳ.

        ໃນຂອບເຂດກອງປະຊຸມ ແຕ່ວັນທີ 31 ຕຸລາ ຫາວັນທີ 12 ພະຈິກ, ນັກເຈລະຈາຈະຊອກຫາວິທີແກ້ໄຂບັນດາບັນຫາທີ່ຍັງຄົງຄ້າງ ນັບແຕ່ເມື່ອເຊັນສົນທິສັນຍາ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດເມື່ອປີ 2015, ຊອກຫາວິທີຊຸກຍູ້ຄວາມມານະພະຍາຍາມ ແນໃສ່ຄວບຄຸມລະດັບການເພີ່ມອຸ່ນຫະພຸມໃນທົ່ວໂລກໃຫ້ຢູ່ໃນລະດັບກວ່າ 1,5 ອົງສາ C ໃນສະຕະວັດນີ້ ເມື່ອທຽບໃສ່ໄລຍະກ່ອນຫັນເປັນອຸດສາຫະກຳ.

(ແຫຼ່ງຄັດຈາກ VOV)


top