ຕອນເຊົ້າວັນທີ 27 ມີນາ, ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານກອງປະຊຸມ “ວິສາຫະກິດປະກອບສ່ວນເຂົ້າໃນການເຕີບໂຕສອງຕົວເລກ ແລະ ນາຍົກລັດຖະມົນຕີສະແດງຄວາມຮູ້ບຸນຄຸນຕໍ່ວິສາຫະກິດ”.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມກອງປະຊຸມ
ເມື່ອກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ສືບຕໍ່ຢັ້ງຢືນເປົ້າໝາຍເຕີບໂຕສະເລ່ຍຈາກ 10% ຕໍ່ປີຂຶ້ນໄປ, ນຳ ຫວຽດນາມ ກ່າວຂຶ້ນສັງກາດໃໝ່ຢ່າງມີຄວາມໝັ້ນແກ່ນ. ເຖິງຢ່າງໃດກໍຕາມ, ສະພາບການສາກົນ ແລະ ພາຍໃນປະເທດ ຍັງມີສິ່ງທ້າທາຍຫຼາຍຢ່າງ, ທ່ານນາຍົກລັດຖະມົນຕີ ຖືວ່າ ບໍ່ສາມາດສືບຕໍ່ອີງໃສ່ກຳລັງໜູນແບບເກົ່າຄື: ການສົ່ງອອກ, ການລົງທຶນ, ການບໍລິໂພກ ໄດ້ອີກແລ້ວ, ຫາກຍັງຕ້ອງຫັນໄປສູ່ຮູບບແບບເຕີບໂຕໃໝ່ ອີງໃສ່ວິສາຫະກິດເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ, ເສດຖະກິດປະດິດຄິດສ້າງອີກດ້ວຍ. ທ່ານກ່າວວ່າ:
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ
“ຄວາມຮັບຮູ້ກ່ຽວກັບວິສາຫະກິດຂອງພວກເຮົາໄດ້ມີການປ່ຽນແປງ. ພວກເຮົາເຫັນພາລະກຳຂອງວິສາຫະກິດຢ່າງຈະແຈ້ງໃນການພັດທະນາປະເທດຊາດແບບວ່ອງໄວ ແລະ ຍືນຍົງ. ດັ່ງນັ້ນ, ວິສາຫະກິດຕ້ອງເປັນເຈົ້າກຳ, ເປັນໃຈກາງຂອງຂະບວນວິວັດປ່ຽນແປງໃໝ່ການພັດທະນານີ້. ວິສາຫະກິດທັງຕ້ອງປະກອບສ່ວນສ້າງແນວທາງນະໂຍບາຍ, ສ້າງລະບອບລະບຽບການ, ວິສາຫະກິດທັງຈັດຕັ້ງ, ປະຕິບັດແນວທາງນະໂຍບາຍ ແລະ ລະບອບລະບຽບການນີ້ຢ່າງມີປະສິດທິຜົນ”.