ຂ່າວສານ

ກອງ​ທະ​ຫານ​ຊ່າ​ງ​ແສງ​ເລກ 1 ອອກ​ເດີນ​ທາງ​ເຂົ້າ​ຮ່ວມຄະ​ນະປົກ​ປັກ​ຮັກ​ສາ​ຄວາມ​ໝັ້ນ​ຄົງ​ຊົ່ວ​ຄາວ ສ​ປ​ຊ ປະ​ຈຳ Abyei (ຊູ​ດັງ​ໃຕ້)

ຕອນບ່າຍວັນທີ 12 ມິຖຸນາ, ຢູ່ຮ່າໂນ້ຍ, ກົມຮັກສາສັນຕິພາບ ຫວຽດນາມ (ກະຊວງປ້ອງກັນປະເທດ) ໄດ້ຈັດຕັ້ງພິທີນຳສົ່ງສະມາຊິກກອງທະຫານຊ່າງແສງເລກ 1 ທີ່ຍັງເຫຼືອ ຈຳນວນ 156 ຄົນ ເດີນທາງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ, ສປຊ ຂອງຄະນະປົກປັກຮັກສາຄວາມໝັ້ນຄົງຊົ່ວຄາວ ສປຊ ປະຈຳ Abyei, ຊູດັງໃຕ້ (UNISFA).

ສະມາຊິກກອງທະຫານຊ່າງແສງເລກ ຈຳນວນ 156 ຄົນ ເດີນທາງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ

ກອງທະຫານຊ່າງແສງເລກ 1 ໄດ້ສະເໜີຕົວໃນວັນທີ 17 ມັງກອນ 2021. ນີ້ເປັນຄັ້ງທຳອິດ ທີ່ ຫວຽດນາມ ມີກອງທະຫານຊ່າງແສງເຂົ້າຮ່ວມການເຄື່ອນໄຫວຮັກສາສັນຕິພາບ, ສປຊ ແລະ ນີ້ກໍແມ່ນກົມກອງມີຂອບຂະໜາດໃຫຍ່ທີ່ສຸດນັບແຕ່ກ່ອນມາຮອດປັດຈຸບັນ ຂອງ ຫວຽດນາມ ທີ່ເຂົ້າຮ່ວມການຮັກສາສັນຕິພາບ ດ້ວຍຈຳນວນ 184 ຄົນ. ບັນດາສະມາຊິກໃນກົມກອງ ແມ່ນມາຈາກຫຼາຍອົງການ, ສຳນັກງານ, ກົມກອງຂອງກອງທັບ, ໃນນັ້ນຫຼັກແຫຼ່ງແມ່ນກຳລັງເຫຼົ່າທັບທະຫານຊ່າງແສງ, ເຫຼົ່າທັບທະຫານພິເສດ, ກົມຮັກສາສັນຕິພາບ ຫວຽດນາມ, ເຫຼົ່າທັບຕິດຕໍ່ສື່ສານ ແລະ ບັນດາກຳລັງເສນາຮັກໃນທົ່ວກອງທັບ.

(ແຫຼ່ງຄັດຈາກ VOV)

top