ຂ່າວສານ

ກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດຄັ້ງທີ 13 ດຳເນີນໃນລະຫວ່າງວັນທີ 09-13 ມີນາ

ກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດຄັ້ງທີ 13, ອາຍຸການ 2022 – 2029 ເຊິ່ງຈະດຳເນີນໃນລະຫວ່າງວັນທີ 09 – 13 ມີນາ ຈະຕີລາຄາ, ສະຫຼຸບຂະບວນການແມ່ຍິງ ແລະ ການເຄື່ອນໄຫວຂອງສະຫະພັນແມ່ຍິງ ຫວຽດນາມ ອາຍຸການ 2017 – 2021
  ທີ່ການປະຊຸມຖະແຫຼງຂ່າວ (ພາບ: cand.com.vn)  

 ທີ່ການປະຊຸມຖະແຫຼງຂ່າວໃນຕອນເຊົ້າວັນທີ 01 ມີນາ, ຢູ່ຮ່າໂນ້ຍ, ສະຫະພັນແມ່ຍິງ ຫວຽດນາມ ໃຫ້ຮູ້ວ່າ: ດ້ວຍຫົວຂໍ້ “ເສີມຂະຫຍາຍມູນເຊື້ອ, ຄວາມສາມັກຄີ, ປະດິດຄິດສ້າງ, ເພື່ອຄວາມວັດທະນາຖາວອນຂອງປະເທດຊາດ”, ກອງປະຊຸມໃຫຍ່ຜູ້ແທນແມ່ຍິງທົ່ວປະເທດຄັ້ງທີ 13, ອາຍຸການ 2022 – 2029 ເຊິ່ງຈະດຳເນີນໃນລະຫວ່າງວັນທີ 09 – 13 ມີນາ ຈະຕີລາຄາ, ສະຫຼຸບຂະບວນການແມ່ຍິງ ແລະ ການເຄື່ອນໄຫວຂອງສະຫະພັນແມ່ຍິງ ຫວຽດນາມ ອາຍຸການ 2017 – 2021, ສະເໜີເປົ້າໝາຍ, ທິດທາງ, ໜ້າທີ່, ບັນດາຂອດບຸກທະລຸໃນອາຍຸການ 2022-2027 ແລະ ເລືອກຄັ້ງຄະນະບໍລິຫານງານສະຫະພັນແມ່ຍິງ ຫວຽດນາມ ຊຸດທີ 13.

ໃນຂອບເຂດຂອງກອງປະຊຸມໃຫຍ່, ຄາດວ່າ ວັນທີ 09 ມີນາ ຈະດຳເນີນເວທີປາໄສສົນທະນາລະຫວ່າງນາຍົກລັດຖະມົນຕີກັບບັນດາຜູ້ແທນເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນແມ່ຍິງຄັ້ງທີ 13 ດ້ວຍຫົວຂໍ້ “ຊຸກຍູ້ຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ຍົກສູງສິດອຳນາດຂອງແມ່ຍິງ”.


 


top