ຂ່າວສານ

ກອງປະຊຸມໃຫຍ່ຄັ້ງທີ XX ຂອງພັກກອມມູນິດ ຈີນ - ຂີດໝາຍແຫ່ງໄລຍະທາງໃໝ່

ກອງປະຊຸມໃຫຍ່ຄັ້ງທີ XX ພັກກອມມູນິດ ຈີນ ຈະໄຂ ໃນວັນທີ 16 ຕຸລາ ຈະມາເຖິງ. ກອງປະຊຸມໃຫຍ່ຄັ້ງນີ້ຈະຍົກອອກທິດທາງເຊິ່ງພື້ນຖານເສດຖະກິດໃຫຍ່ທີສອງໃນໂລກນີ້ຈະປະຕິບັດໃນໄລຍະຈະມາເຖິງ, ເປັນຂີດໝາຍໄລຍະທາງພັດທະນາໃໝ່ຂອງ ຈີນ.
  ກອງປະຊຸມໃຫຍ່ຄັ້ງທີ XIX ຂອງພັກກອມມູນິດຈີນ (ພາບ: ສຳນັກຂ່າວສານຊິນຮວາ)  

ມີຜູ້ແທນເກືອບ 2.300 ຄົນທີ່ຕາງໜ້າໃຫ້ສະມາຊິກພັກກ່ວາ 96 ລ້ານຄົນ ແລະ 4,9 ລ້ານອົງການຈັດຕັ້ງພັກຂັ້ນຮາກຖານຂອງພັກຈະເຂົ້າຮ່ວມກອງປະຊຸມ. ມີຄຳເຫັນຂອງປະຊາຊົນທີ່ປະກອບໃສ່ບັນດາທິດທາງ, ລັດຖະນະໂຍບາຍຂອງພັກກອມມູນິດ ຈີນ ນັບເປັນລ້ານໄດ້ເກັບກ່ຳມາທາງອິນເຕີເນັດ.

ກອງປະຊຸມໃຫຍ່ມີຄວາມໝາຍສຳຄັນພິເສດຕໍ່ປະເທດ ຈີນ, ຖືກຈັດຂຶ້ນໃນສະພາບການທີ່ປະເທດນີ້ພວມປະຕິບັດສຳເລັດຄາດໝາຍ “100 ປີຄັ້ງທີໜຶ່ງ” ດ້ວຍການສ້າງສັງຄົມໃຫ້ເຫຼືອຢູ່ເຫຼືອກິນໃນປີ 2021 ຢ່າງຮອບດ້ານ ແລະ ເປົ້າໝາຍຕໍ່ໄປແມ່ນມຸ່ງໄປເຖິງການສ້າງປະເທດສັງຄົມນິຍົມທັນສະໄໝໃນທຸກດ້ານ. ກອງປະຊຸມໃຫຍ່ຄັ້ງທີ XX ແມ່ນເຫດການມີລັກສະນະບາດລ້ຽວ, ມີຜົນກະທົບເຖິງນະໂຍບາຍເສດຖະກິດ, ການທູດ, ຄວາມໝັ້ນຄົງ ແລະ ສັງຄົມຂອງຈີນ ຢ່າງໜ້ອຍສຸດແມ່ນໃນໄລຍະ 5 ປີຕໍ່ໄປ.

ບັນດາເນື້ອໃນ ແລະ ໜ້າທີ່ຈຸດສຸມ

ນັບແຕ່ເວລາດຳລົງຕຳແໜ່ງສູງສຸດໃນລະບົບການເມືອງ ຈີນ ເມື່ອປີ 2012, ທ່ານເລຂາທິການໃຫຍ່, ປະທານປະເທດ ສີຈີ້ນຜິງ ໄດ້ປະຕິບັດພາລະກິດກໍ່ສ້າງພັກໃຫ້ຈະເລີນພັດທະນາຜ່ານບັ້ນເຄື່ອນໄຫວຕ້ານການສໍ້ລາດບັງຫຼວງຢ່າງແຮງ, ເຮັດໃຫ້ລະບົບການເມືອງ ແລະ ກົດໝາຍປອດໃສຂາວສະອາດ. ໄລ່ລວມໃນ 10 ປີຜ່ານມາ, ມີເຈົ້າໜ້າທີ່ກ່ວາ 1 ລ້ານຄົນຖືກປະຕິບັດວິໄນ, ໃນນັ້ນມີເຈົ້າໜ້າທີ່ຂັ້ນສູງຫຼາຍທ່ານຖືກປະຕິບັດວິໄນ ແລະ ປັບໄໝລົງໂທດຢູ່ໃນລະດັບສູງສຸດ. ດັ່ງນັ້ນ, ທີ່ກອງປະຊຸມໃຫຍ່ຄັ້ງນີ້, ບັນຫາຕ້ານການສໍ້ລາດບັງຫຼວງສືບຕໍ່ແມ່ນໜຶ່ງໃນບັນດາໜ້າທີ່ສຳຄັນທີ່ສຸດຂອງອາຍຸການຈະມາເຖິງ.

ກອງປະຊຸມໃຫຍ່ພັກກອມມູນິດ ຈີນ ຈະດຳເນີນໃນຊ່ວງເວລາສຳຄັນ, ໃນຂະນະທີ່ທົ່ວພັກ, ທົ່ວປວງຊົນກ້າວເຂົ້າໄລຍະທາງໃໝ່, ມຸ່ງໄປເຖິງການສ້າງສາປະເທດ ຈີນ ໃຫ້ກາຍເປັນປະເທດສັງຄົມນິຍົມທັນສະໄໝໃນທຸກດ້ານ. ໃນສະພາບການເສດຖະກິດປະສົບກັບຄວາມຫຍຸ້ງຍາກ ແລະ ສະພາບການພາກນອກຍັງມີສິ່ງທ້າທາຍຫຼາຍຢ່າງ, ປະຊາຊົນປະເທດນີ້ລ້ວນແຕ່ມຸ່ງໄປເຖິງກອງປະຊຸມໃຫຍ່ດ້ວຍການຕັ້ງຄວາມຫວັງໄວ້ຫລາຍຢ່າງກ່ຽວກັບບາດບຸກທະລຸຂັ້ນໃໝ່. ໜ້າທີ່ຈຸດສຸມຂອງກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XX ຂອງພັກກອມມູນິດ ຈີນ ໄດ້ຍົກໃຫ້ເຫັນຂັ້ນຕອນການກະທຳໃນ 5 ປີຈະມາເຖິງ ແລະ ຍາວໄກກ່ວາອີກ. ທ່ານ ສີຈີ້ນຜິງ, ເລຂາທິການໃຫຍ່ພັກກອມມູນິດຈີນ, ໄດ້ເນັ້ນໜັກເຖິງການວາງແຜນໜ້າທີ່ຍຸດທະສາດ ແລະ ປະຕິບັດໄດ້ບັນດາບາດກ້າວເດີນສຳຄັນສວມບົດບາດຫຼັກແຫຼ່ງໃຫ້ແກ່ຄວາມມານະພະຍາຍາມຫັນເປັນທັນສະໄໝໃນໄລຍະ 5 ປີຈະມາເຖິງຂອງປະເທດນີ້.

ມາຮອດປະຈຸບັນ, ນັກຄົ້ນຄ້ວາເກືອບທັງໝົດຕ່າງໆກໍ່ຄາດຄະເນວ່າ, ມີຄວາມເປັນໄປໄດ້ສູງທີ່ທ່ານປະທານປະເທດ ຈີນ ສີຈີ້ຜິງ, ອາຍຸ 69 ປີ, ຈະສືບຕໍ່ດຳລົງ 3 ຕຳແໜ່ງທີ່ສຳຄັນ, ນັ້ນແມ່ນ: ເລຂາທິການໃຫຍ່ພັກກອມມູນິດ ຈີນ, ປະທານຄະນະພັກການທະຫານສູນກາງ ແລະ ປະທານປະເທດ. ຄາດວ່າ, ທ່ານຈະສືບຕໍ່ດຳລົງ 2 ຕຳແໜ່ງທຳອິດທີ່ກອງປະຊຸມໃຫຍ່ຄັ້ງນີ້ ແລະ ດຳລົງຕຳແໜ່ງປະທານປະເທດທີ່ກອງປະຊຸມ “ສະພາຜູ້ແທນປະຊາຊົນທົ່ວປະເທດຈີນ” ປະຈຳປີ, ເຊິ່ງຈະຈັດຂຶ້ນໃນເດືອນມີນາ ປີ 2023. ກ່ອນໜ້ານັ້ນ, ສະພາແຫ່ງຊາດໄດ້ປັບປຸງລັດຖະທຳມະນູນ ຈີນ ໃນປີ 2018, ຕາມນັ້ນແລ້ວ, ໄດ້ລົບລ້າງການກຳນົດດຳລົງຕຳແໜ່ງ 2 ອາຍຸການສຳລັບປະທານປະເທດ.

  ທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ  

ກຳນົດອະນາຄົດຂອງຈີນໃນຫຼາຍປີຈະມາເຖິງ

ໃນ 5 ປີທີ່ຜ່ານມາ, ນັບແຕ່ພາຍຫຼັງກອງປະຊຸມໃຫຍ່ຄັ້ງທີ XIX, ພາຍໃຕ້ການນຳພາຂອງຄະນະບໍລິຫານງານສູນກາງພັກ ດ້ວຍແກ່ນສານແມ່ນທ່ານເລຂາທິການໃຫຍ່ ສີຈີ້ນຜິງ, ປະທານປະເທດ ຈີນ ໄດ້ຢຶດໝັ້ນສົມທົບລະຫວ່າງການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ແລະ ພັດທະນາເສດຖະກິດ - ສັງຄົມ, ຊຸກຍູ້ການສ້າງສັງຄົມໃຫ້ເຫຼືອຢູ່ເຫຼືອກິນຢ່າງຮອບດ້ານ, ຊາບຊຶມທັດສະນະພັດທະນາໃໝ່, ມານະພະຍາຍາມຍູ້ແຮງພັດທະນາດ້ວຍຄຸນນະພາບສູງ, ຍູ້ແຮງການປະຕິຮູບ, ຄຸ້ມຄອງປະເທດດ້ວຍກົດໝາຍຢ່າງຮອບດ້ານ, ພັດທະນາວັດທະນະທຳສັງຄົມນິຍົມກ້າວໜ້າ, ຮັບປະກັນ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ສຸມແຫຼ່ງກຳລັງໃຫ້ແກ່ການຫລຸດຜ່ອນຄວາມທຸກຍາກ, ສ້າງຊີວະພາບທີ່ສີວິໄນ…

ຕາມຄາດຄະເນວ່າ, GDP ປີນີ້ຂອງ ຈີນ ເຕີບໂຕຕ່ຳຫຼາຍ, ຍາກທີ່ຈະບັນລຸຄາດໝາຍ 5,5% ໄດ້. ທະນາຄານໂລກຄາດຄະເນວ່າ: ໃນປີ 2022 ການເຕີບໂຕ GDP ຢູ່ຈີນ ຈະບັນລຸພຽງ 2,8% ເທົ່ານັ້ນ, ໃນຂະນະທີ່ 23 ປະເທດຍັງເຫຼືອຂອງພາກພື້ນຄາດວ່າຈະເຕີບໂຕໃນລະດັບສະເລ່ຍ 5,3%, ທົບສອງເທົ່າເມື່ອທຽບໃສ່ປີ 2021. ຕາມການຄາດຄະເນນີ້ແລ້ວ, ນີ້ເປັນຄັ້ງທຳອິດທີ່ລະດັບເຕີບໂຕ GDP ຂອງ ຈີນຕ່ຳກ່ວາບັນດາປະເທດບ້ານໃກ້ເຮືອນຄຽງ ນັບແຕ່ປີ 1990 ເປັນຕົ້ນມາ.

ສະພາບການນັ້ນໄດ້ວາງອອກຄຳຮຽກຮ້ອງຕ້ອງການທີ່ຈຳເປັນ ແລະ ຮີບດ່ວນໃຫ້ແກ່ກອງປະຊຸມໃຫຍ່ຄັ້ງທີ XX ດ້ວຍການວາງອອກບັນດາໂຄງການເຄື່ອນໄຫວ, ບັນດາແຜນນະໂຍບາຍໃຫຍ່, ເພື່ອແນໃສ່ລະດົມສະມາຊິກພັກ ແລະ ປະຊາຊົນ ຈີນ ທຸກຖ້ວນໜ້າຢຶດໝັ້ນ, ຄວາມເຊື່ອໝັ້ນຕໍ່ພັກ, ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້, ຜ່ານຜ່າສິ່ງທ້າທາຍ, ນຳປະເທດຈີນ ສືບຕໍ່ຫັນບັນດາເປົ້າໝາຍສ້າງປະເທດຊາດເປັນທັນສະໄໝຢ່າງຮອບດ້ານ, ສ້າງຜົນງານໃຫຍ່ຫຼວງກ່ຽວກັບລັດທິສັງຄົມສະເພາະຂອງ ຈີນ ໃນຍຸກສະໄໝໃໝ່ໃຫ້ປະກົດຜົນເປັນຈິງ./.


top