ຂ່າວສານ

ກອງປະຊຸມໃຫຍ່ຄັ້ງທີ XIV ສິ້ນສຸດວາລະປະກອບຄຳເຫັນ: ບັນດາຄຳເຫັນໄດ້ເປັນເອກະພາບຢ່າງສູງຕໍ່ເນື້ອໃນເອກະສານກອງປະຊຸມໃຫຍ່

ຄະນະປະທານກອງປະຊຸມໃຫຍ່ໄດ້ຕີລາຄາສູງບັນດາເນື້ອໃນປະກອບຄຳເຫັນ ແລະ ບັນດາຄຳກ່າວປາໄສຢ່າງສຸດຈິດສຸດໃຈ, ມີສະຕິປັນຍາຂອງຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ.
ທ່ານ ເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການ (ພາບ: TTXVN)

ຕອນບ່າຍວັນທີ 21 ມັງກອນ, ກອງປະຊຸມໃຫຍ່ຄັ້ງທີ XIV ຂອງພັກກອມມູນິດ ຫວຽດນາມ ໄດ້ສິ້ນສຸດການປະກອບຄຳເຫັນກ່ຽວກັບບັນດາເອກະສານກອງປະຊຸມໃຫຍ່. ເນື້ອໃນຄຳເຫັນໄດ້ສຸມໃສ່ບັນດາເນື້ອໃນສຳຄັນ ເຊິ່ງປະຊາຊົນ, ພະນັກງານ, ສະມາຊິກພັກໄດ້ໃຫ້ຄວາມສົນໃຈ. ຄະນະປະທານກອງປະຊຸມໃຫຍ່ໄດ້ຕີລາຄາສູງບັນດາເນື້ອໃນປະກອບຄຳເຫັນ ແລະ ບັນດາຄຳກ່າວປາໄສຢ່າງສຸດຈິດສຸດໃຈ, ມີສະຕິປັນຍາຂອງຜູ້ແທນທີ່ເຂົ້າຮ່ວມກອງປະຊຸມ. ທ່ານ ເຈິ່ນເກິມຕູ, ຜູ້ປະຈຳການຄະນະເລຂາທິການ ໃຫ້ຮູ້ວ່າ ມີ 30 ບົດປະກອບຄຳເຫັນໃນມື້ເຮັດວຽກວັນທີ 21 ມັງກອນ.

“ໃນວິວັດການປຶກສາຫາລືທີ່ກອງປະຊຸມໃຫຍ່, ບັນດາຄຳເຫັນລ້ວນແຕ່ເປັນເອກະພາບຢ່າງສູງຕໍ່ເອກະສານທີ່ສະເໜີຕໍ່ກອງປະຊຸມໃຫຍ່ຄັ້ງທີ XIV. ບໍ່ມີເນື້ອໃນໃດມີຄຳເຫັນແຕກຕ່າງກັນຕ້ອງລົງຄະແນນສຽງຂໍຄຳເຫັນທີ່ກອງປະຊຸມໃຫຍ່. ກອງປະຊຸມໃຫຍ່ຈະມອບໃຫ້ຄະນະບໍລິຫານງານສູນກາງພັກສະໄໝທີ XIV ຮັບເອົາຄຳເຫັນປະກອບ, ປຶກສາຫາລື ເພື່ອສ້າງບັນດາເອກະສານໃຫ້ສົມບູນ, ນຳເຂົ້າມະຕິກອງປະຊຸມໃຫຍ່ຄັ້ງທີທີ XIV ແລະ ໄດ້ລົງຄະແນນສຽງຮັບຮອງເອົາທີ່ວາລະອັດ”.

ວັນທີ 22 ມັງກອນ, ກອງປະຊຸມໃຫຍ່ສືບຕໍ່ເຮັດວຽກ.


top