ຂ່າວສານ

ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ - ຂີດໝາຍໃໝ່ໃນວິວັດການພັດທະນາຂອງພັກ ແລະ ປະເທດຊາດ

      ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ກໍ່ສວມບົດບາດສຳຄັນໃນການກຳນົດທ່າອ່ຽງອະນາຄົດຂອງອາຊີ.
(ພາບປະກອບ: TTXVN)
      ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ພັກກອມມູນິດຫວຽດນາມ ຈະສ້າງຂີດໝາຍໃໝ່ໃນການພັດທະນາຂອງພັກກອມມູນິດຫວຽດນາມ, ຂອງຊາດ ແລະ ປະເທດຫວຽດນາມ, ຍ້ອນວ່າ ກອງປະຊຸມໃຫຍ່ຄັ້ງນີ້ຈະກຳນົດທິດໃນອະນາຄົດ, ຍູ້ແຮງການພັດທະນາ ແລະ ເຊື່ອມໂຍງເຂົ້າກັບສາກົນຂອງຫວຽດນາມ. ນີ້ແມ່ນຂໍ້ສັງເກດຂອງ ທ່ານ Nicolas Dervaux, ຜູ້ຕາງໜ້າບັນດາລັດຖະບານປະຊາຄົມຊາວແບນຊິກ ເວົ້າພາສາຝລັ່ງ ແລະ ເຂດ Wallonie – Bruxelles ປະຈຳຫວຽດນາມ.
        ທ່ານ Nicolas Dervaux ກໍ່ໃຫ້ຂໍ້ສັງເກດວ່າ, ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ ກໍ່ສວມບົດບາດສຳຄັນໃນການກຳນົດທ່າອ່ຽງອະນາຄົດຂອງອາຊີ. ດ້ວຍຖານະເປັນປະທານອາຊຽນ 2020, ຫວຽດນາມ ບັນລຸຜົນສຳເລັດໃນການຊຸກຍູ້ກຸ່ມ 10 ປະເທດຢືນຢັນສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 ຕ້ອງແມ່ນພື້ນຖານບັນດາສິດ ແລະ ອຳນາດອະທິປະໄຕຢູ່ທະເລຕາເວັນອອກ. ພາຍໃຕ້ການເປັນປະທານຂອງຫວຽດນາມ, ສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ ໄດ້ຮັບການລົງນາມ, ສ້າງເປັນສັນຍາການຄ້າເສລີຂະໜາດໃຫຍ່ທີ່ສຸດຢູ່ໃນໂລກ.
(ແຫຼ່ງຄັດຈາກ VOV)


top