ຂ່າວສານ

ກອງປະຊຸມໂດຍກົງທົ່ວປະເທດຜ່ານເຄືອຂ່າຍອິນເຕີເນັດ ກ່ຽວກັບການຜັນຂະຫຍາຍ ປະຕິບັດກົດໝາຍວ່າດ້ວຍການຜັງເມືອງ

ກົດໝາຍວ່່າດ້ວຍການວາງແຜນຜັງ ມີບົດບາດສໍາຄັນໃນການກໍານົດທິດພັດທະນາ, ຄາດຄະເນການພັດທະນາຂອງຂະແໜງການ, ຂົງເຂດ, ຜະລິດຕະພັນຂອງແຕ່ລະທ້ອງຖິ່ນ, ຂະແໜງການ, ພ້ອມທັງຊ່ວຍຄຸ້ມຄອງຮັບປະກັນໃຫ້ແກ່ການພັດທະນາແບບຍືນຍົງ.

ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ເປັນປະທານກອງປະຊຸມ  (ພາບ: VGP)

ຕອນເຊົ້າວັນທີີ 15 ກໍລະກົດ, ລັດຖະບານຫວຽດນາມ ໄດ້ຈັດຕ້ັງກອງປະຊຸມໂດຍກົງທົ່ວປະເທດຜ່ານເຄືອຂ່າຍ ອິນເຕີເນັດ ກ່ຽວກັບສະພາບການຜັນຂະຫຍາຍປະຕິບັດກົດໝາຍວ່າດ້ວນການຜັງເມືອງ, ໂດຍຈຸດສຸມ ແມ່ນສະພາບການປະຕິບັດມະຕິຂອງລັດຖະບານ ກ່ຽວກັບການຜັນຂະຫຍາຍປະຕິບັດກົດໝາຍວ່າດ້ວຍການຜັງເມືອງ.

        ກ່າວຄໍາເຫັນໄຂກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ຢັ້ງຢືນວ່າ ກົດໝາຍວ່່າດ້ວຍການວາງແຜນຜັງ ມີບົດບາດສໍາຄັນໃນການກໍານົດທິດພັດທະນາ, ຄາດຄະເນການພັດທະນາຂອງຂະແໜງການ, ຂົງເຂດ, ຜະລິດຕະພັນຂອງແຕ່ລະທ້ອງຖິ່ນ, ຂະແໜງການ, ພ້ອມທັງຊ່ວຍຄຸ້ມຄອງຮັບປະກັນໃຫ້ແກ່ການພັດທະນາແບບຍືນຍົງ.

        ປັດຈຸບັນ, ຮ່າງຍຸດທະສາດພັດທະນາເສດຖະກິດ-ສັງຄົມໄລຍະ 2021 – 2030 ພວມໄດ້ຍື່ນສະເໜີຕໍ່ກອງປະຊຸມສູນກາງຄັ້ງທີ 11. ນີ້ແມ່ນຫຼັກຖານສໍາຄັນ ເພື່ອສ້າງແຜນຜັງສັງລວມແຫ່ງຊາດ ໄລຍະ 2021 – 2030.

(ແຫຼ່ງຄັດຈາກ VOV)


top