ຂ່າວສານ

ກອງປະຊຸມແບບທາງໄກນະໂຍບາຍຄວາມໝັ້ນຄົງເວທີປາໄສພາກພື້ນ ອາຊຽນ ຄັ້ງທີ 9

ຍາມໃດ ຫວຽດນາມ ກໍ່ຢາກແກ້ໄຂທຸກການຂັດແຍ້ງກັນ, ຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ ແລະ ກົດບັດຂອງສະຫະປະຊາຊາດ ກໍຄືບັນດາຫຼັກການພື້ນຖານຂອງ ອາຊຽນ.

ຍາມໃດ ຫວຽດນາມ ກໍ່ຢາກແກ້ໄຂທຸກການຂັດແຍ້ງກັນ, ຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ ແລະ ກົດບັດຂອງສະຫະປະຊາຊາດ ກໍຄືບັນດາຫຼັກການພື້ນຖານຂອງ ອາຊຽນ.

    

ທີ່ກອງປະຊຸມ

ວັນທີ 03 ມິຖຸນາ, ກອງປະຊຸມນະໂຍບາຍຄວາມໝັ້ນຄົງເວທີປາໄສພາກພື້ນ ອາຊຽນ (ARF) ຄັ້ງທີ 19 ໄດ້ດຳເນີນແບບທາງໄກ ພາຍໃຕ້ການເປັນປະທານຂອງທ່ານພົນເອກ Nem Sowat, ທີ່ປຶກສາພິເສດຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງປ້ອງກັນປະເທດ Tea Banh, ທັງເປັນຫົວໜ້າກົມໃຫຍ່ນະໂຍບາຍ ແລະ ການຕ່າງປະເທດ, ກະຊວງປ້ອງກັນປະເທດ ກຳປູເຈຍ.

        ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ກອງປະຊຸມ, ທ່ານພົນໂທ ຮ່ວາງຊວັນຈຽນ, ຮອງລັດຖະມົນຕີກະຊວງປ້ອງກັນປະເທດ, ຫົວໜ້າຄະນະຜູ້ແທນ ຫວຽດນາມ, ຢືນຢັນວ່າ ຍາມໃດ ຫວຽດນາມ ກໍ່ຢາກແກ້ໄຂທຸກການຂັດແຍ້ງກັນ, ຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ບົນພື້ນຖານເຄົາລົບກົດໝາຍສາກົນ ແລະ ກົດບັດຂອງສະຫະປະຊາຊາດ ກໍຄືບັນດາຫຼັກການພື້ນຖານຂອງ ອາຊຽນ, ພິເສດແມ່ນສົນທິສັນຍາເປັນມິດ ແລະ ຮ່ວມມືຢູ່ ອາຊີຕາເວັນອອກສ່ຽງໃຕ້ ເພື່ອຮ່ວມມືກັນຢ່າງແທດຈິງ, ສ້າງຄວາມໄວ້ເນື້ອເຊື່ອໃຈ, ເພື່ອສັນຕິພາບ, ສະຖຽນລະພາບ ແລະ ຄວາມວັດທະນາຖາວອນ.

(ແຫຼ່ງຄັດຈາກ VOV)


top