ຂ່າວສານ

ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ (SLOM) ຄັ້ງ 16

      ກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ (SLOM) ຄັ້ງທີ 16 ຕາມຮູບການທາງອອນລາຍໄດ້ດຳເນີນໃນວັນທີ 26 ຕຸລາ ໂດຍມີການເຂົ້າຮ່ວມຂອງຜູ້ຕາງໜ້າເຈົ້າໜ້າທີ່ອາວຸໂສ 10 ປະເທດ ສະມາຊິກ ອາຊຽນ, ຄະນະເລຂາອາຊຽນ.

ທ່ານນາງ ຮ່າທິມິງດຶກ, ຮອງຫົວໜ້າກົມຮ່ວມມືສາກົນ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ (ພາບ: TTXVN)
      ກ່າວຄຳເຫັນທີ່ສະຖານທີ່ເຊື່ອມຕໍ່ຖ່າຍທອດສົດຮ່າໂນ້ຍ, ທ່ານນາງ ຮ່າທິມິງດຶກ, ຮອງຫົວໜ້າກົມຮ່ວມມືສາກົນ, ກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ຫວຽດນາມ, ຫົວໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ, ໄດ້ອັບເດດຄວາມຄືບໜ້າ ແລະ ວິວັດຂະບວນການປະຕິບັດ ວິວັດແຫ່ງການສ້າງ ແລະ ຮັບຮອງເອົາຖະແຫຼງການອາຊຽນກ່ຽວກັບການພັດທະນາແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ການວຽກງານທີ່ພວມປ່ຽນແປງໃນໂລກ ໂດຍເປັນການເຄື່ອນໄຫວທີ່ຫວຽດນາມເປັນປະທານ. ທ່ານນາງ ຮ່າທິມິງດຶກ ໄດ້ເນັ້ນໜັກວ່າ ຫວຽດນາມ ມີຄວາມປາດຖະໜາຢາກເພີ່ມທະວີການຮ່ວມມືກັບບັນດາປະເທດສະມາຊິກ ອາຊຽນ ແລະ ບັນດາອົງການຈັດຕັ້ງສາກົນທີ່ກ່ຽວຂ້ອງໃຫ້ຫຼາຍກ່ວາອີກ ເພື່ອແນໃສ່ຜັນຂະຫຍາຍວິວັດຂະບວນການຖະແຫຼງການໃນໄລຍະຈະມາເຖິງຢ່າງມີປະສິດທິຜົນ.
        ທີ່ກອງປະຊຸມ, ບັນດາຄະນະຜູ້ແທນກໍ່ໄດ້ຮັບຮູການອັບເດດຂອງຄະນະເລຂາອາຊຽນ ກ່ຽວກັບຄວາມຄືບໜ້າໃນການປະຕິບັດບັນດາຂໍ້ຕົກລົງຂອງບັນດາກອງປະຊຸມອາຊຽນທີ່ກ່ຽວຂ້ອງເຖິງ SLOM, ຂໍ້ມູນຂ່າວສານກ່ຽວກັບບັນດາຖະແຫຼງການຂອງ ອາຊຽນທີ່ໄດ້ຮັບຮອງເອົາໃນໄລຍະທີ່ຜ່ານມາ.
 (ແຫຼ່ງຄັດຈາກ VOV)


top