ຂ່າວສານ

ກອງປະຊຸມເຈົ້າໜ້າທີ່ຂັ້ນສູງ ອາຊຽນ ຈັດກອງປະຊຸມກຽມໃຫ້ແກ່ກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 42

ທ່ານເອກອັກຄະລັດຖະທູດ ຫວູໂຮ່ ໄດ້ແບ່ງປັນທັດສະນະຂອງ ຫວຽດນາມ ກ່ຽວກັບຫຼາຍເນື້ອໃນຮ່ວມມືໃນ ອາຊຽນ ແລະ ລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື ກໍຄືບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ
  ບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ SOM ASEAN (ພາບ: baoquocte.vn)  

ວັນທີ 08 ພຶດສະພາ, ຢູ່ Lanuan Bajo, ປະເທດ ອິນໂດເນເຊຍ, ທ່ານເອກອັກຄະລັດຖະທູດ ຫວູ້ໂຮ່, ຜູ້ຮັກສາການຫົວໜ້າຄະນະເຈົ້າໜ້າທີ່ຂັ້ນສູງ (SOM) ASEAN ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມ SOM ASEAN ເພື່ອປຶກສາຫາລືວຽກງານກະກຽມໃຫ້ແກ່ກອງປະຊຸມສຸດຍອດຄັ້ງທີ 42 ເຊິ່ງດຳເນີນແຕ່ວັນທີ 09-11 ພຶດສະພາ ຢູ່ Lanuan Bajo, ປະເທດ ອິນໂດເນເຊຍ. ບັນດາປະເທດຈະກວດກາຄືນໂຄງການດຳເນີນງານ, ລາຍການເຄື່ອນໄຫວ ແລະ ບັນຊີລາຍຊື່ບັນດາເອກະສານທີ່ຈະຍື່ນສະເໜີຕໍ່ບັນດາການນຳ ອາຊຽນ ພິຈາລະນາໃນໂອກາດນີ້.

ທີ່ກອງປະຊຸມ, ທ່ານເອກອັກຄະລັດຖະທູດ ຫວູໂຮ່ ໄດ້ແບ່ງປັນທັດສະນະຂອງ ຫວຽດນາມ ກ່ຽວກັບຫຼາຍເນື້ອໃນຮ່ວມມືໃນ ອາຊຽນ ແລະ ລະຫວ່າງ ອາຊຽນ ກັບບັນດາຄູ່ຮ່ວມມື ກໍຄືບັນດາບັນຫາທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ; ພ້ອມກັນນັ້ນ, ພ້ອມກັບບັນດາປະເທດຕັ້ງໜ້າຊຸກຍູ້ຄວາມເຫັນດີເຫັນພ້ອມໃນ ອາຊຽນ ໃນຫຼາຍເນື້ອໃນ. ທ່ານ ຫວູ້ໂຮ່ ກໍ່ແຈ້ງແຜນການຈັດກອງປະຊຸມຈຳນວນໜຶ່ງຢູ່ ຮະລອງ, ຫວຽດນາມ, ແຕ່ວັນທີ 15-20 ພຶດສະພາ, ກອງປະຊຸມເຈົ້າໜ້າທີ່ຂັ້ນສູງ ອາຊຽນ - ຈີນ ກ່ຽວກັບຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ຄັ້ງທີ 20 ແລະ ກອງປະຊຸມກຸ່ມວຽກງານລວມ ອາຊຽນ - ຈີນ ກ່ຽວກັບ DOC ຄັ້ງທີ 39.

        ໃນວັນດຽວກັນ, ກໍ່ໄດ້ຈັດກອງປະຊຸມຄັ້ງທີ 16 ຂອງກຸ່ມວຽກງານສະພາປະສານງານ ອາຊຽນ ກ່ຽວກັບເລື່ອງ Timor Leste ຂໍເຂົ້າເປັນສະມາຊິກ ອາຊຽນ. ກອງປະຊຸມໄດ້ປຶກສາຫາລື, ສ້າງສຳເລັດຂັ້ນຕອນເພື່ອໃຫ້ Timo Leste ກາຍເປັນສະມາຊິກ ອາຊຽນ.


top