ຂ່າວສານ

ກອງປະຊຸມຮ່ວມມື ແລະ ພັດທະນາບັນດາແຂວງເຂດຊາຍແດນ ຫວຽດນາມ - ກຳປູເຈຍ ຄັ້ງທີ 12

ສອງຝ່າຍຢັ້ງຢືນຄືນໃໝ່ການຮັກສາຫຼັກການບໍ່ອະນຸຍາດໃຫ້ກຳລັງເປັນປໍລະປັກໃດໆນຳໃຊ້ດິນແດນຂອງປະເທດຕົນກໍ່ຜົນເສຍຫາຍເຖິງຜົນປະໂຫຍດຂອງກັນ; ສົມທົບກັນຢ່າງແໜ້ນແຟ້ນເພື່ອປະຕິບັດບັນດາເອກະສານນິຕິກຳກ່ຽວຂ້ອງເຖິງວຽກງານຊາຍແດນທາງບົກຢ່າງມີປະສິດທິຜົນ; ຕັ້ງໜ້າໂຄສະນາ, ເຜີຍແຜ່ບັນດາຂໍ້ມູນຂ່າວກ່ຽວຂ້ອງເພື່ອໃຫ້ປະຊາຊົນ ແລະ ອຳນາດການປົກຄອງບັນດາແຂວງເຂດຊາຍແດນສືບຕໍ່ປັບປຸງ, ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ສະຖຽນລະພາບ.

ຕອນເຊົ້າວັນທີ 25 ເມສາ, ຢູ່ແຂວງ ໄຕນິງ, ທ່ານ ເຈິ່ນລືວກວາງ, ຮອງນາຍົກລັດຖະມົນຕີ ພ້ອມກັບທ່ານ Samdech Krolahom Sar Kheng, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນແຫ່ງລາຊະອານາຈັກ ກຳປູເຈຍ ເປັນປະທານຮ່ວມກອງປະຊຸມຮ່ວມມື ແລະ ພັດທະນາບັນດາແຂວງເຂດຊາຍແດນ ຫວຽດນາມ - ກຳປູເຈຍ ຄັ້ງທີ 12.

ທ່ານ ເຈິ່ນລືວກວາງ, ຮອງນາຍົກລັດຖະມົນຕີ ພ້ອມກັບທ່ານ Samdech Krolahom Sar Kheng, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງພາຍໃນແຫ່ງລາຊະອານາຈັກ ກຳປູເຈຍ

ທີ່ກອງປະຊຸມ, ຮອງນາຍົກລັດຖະມົນຕີສອງທ່ານ ໄດ້ຮັບຮູ້ວ່າ: ໄລຍະຜ່ານມາ, ສອງປະເທດຍັງຮັກສາການພົວພັນຮ່ວມມືອັນດີງາມ ແລະ ສົມທົບກັນຢ່າງແໜ້ນແຟ້ນໃນທຸກຂົງເຂດ ແລະ ທຸກຂັ້ນ ຈາກສູນກາງລົງຮອດທ້ອງຖິ່ນ, ໃນນັ້ນມີບັນດາແຂວງຕິດກັບຊາຍແດນ.

ເມື່ອແລກປ່ຽນກ່ຽວກັບທິດທາງການຮ່ວມມືລະຫວ່າງບັນດາແຂວງເຂດຊາຍແດນ ຫວຽດນາມ - ກຳປູເຈຍ ໃນໄລຍະຈະມາເຖິງ, ສອງຝ່າຍໄດ້ເຫັນດີເປັນເອກະພາບສືບຕໍ່ສົມທົບກັນ, ສ້າງບັນດາຂອບນິຕິກຳ ແລະ ກົນໄກຮ່ວມມືໃຫ້ສົມບູນແບບ ແລະ ເໝາະສົມເພື່ອແນໃສ່ສ້າງເງື່ອນໄຂອຳນວຍຄວາມສະດວກໃຫ້ແກ່ການຮ່ວມມືລະຫວ່າງບັນດາແຂວງຕິດກັບຊາຍແດນ. ສອງຝ່າຍຢັ້ງຢືນຄືນໃໝ່ການຮັກສາຫຼັກການບໍ່ອະນຸຍາດໃຫ້ກຳລັງເປັນປໍລະປັກໃດໆນຳໃຊ້ດິນແດນຂອງປະເທດຕົນກໍ່ຜົນເສຍຫາຍເຖິງຜົນປະໂຫຍດຂອງກັນ; ສົມທົບກັນຢ່າງແໜ້ນແຟ້ນເພື່ອປະຕິບັດບັນດາເອກະສານນິຕິກຳກ່ຽວຂ້ອງເຖິງວຽກງານຊາຍແດນທາງບົກຢ່າງມີປະສິດທິຜົນ; ຕັ້ງໜ້າໂຄສະນາ, ເຜີຍແຜ່ບັນດາຂໍ້ມູນຂ່າວກ່ຽວຂ້ອງເພື່ອໃຫ້ປະຊາຊົນ ແລະ ອຳນາດການປົກຄອງບັນດາແຂວງເຂດຊາຍແດນສືບຕໍ່ປັບປຸງ, ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ສະຖຽນລະພາບ. ສອງຝ່າຍກໍເຫັນດີເປັນເອກະພາບສືບຕໍ່ລົງທຶນພັດທະນາລະບົບດ່ານຊາຍແດນທາງບົກລະຫວ່າງສອງປະເທດຢ່າງມີປະສິດທິຜົນ. ສອງຝ່າຍຕັດສິນໃຈຮັກສາການເຕີບໂຕການຄ້າສອງຝ່າຍເວົ້າລວມ ແລະ ບັນດາການເຄື່ອນໄຫວພົວພັນແລກປ່ຽນການຄ້າເວົ້າສະເພາະ, ສົ່ງເສີມວິສາຫະກິດສອງປະເທດຊອກຫາກາລະໂອກາດພ້ອມກັນພັດທະນາເຂດເສດຖະກິດພິເສດ ກຳປູເຈຍ - ຫວຽດນາມ ຢູ່ບັນດາແຂວງ ຂອງ ກຳປູເຈຍ ຕິດກັບຊາຍແດນ ຫວຽດນາມ - ກຳປູເຈຍ.


top