ຂ່າວສານ

ກອງປະຊຸມອະນາຄົດອາຊີ: ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຍົກອອກຂໍ້ສະເໜີແນໃສ່ເພີ່ມທະວີການຮ່ວມມື ແລະ ຮັກສາວັດທະນາຖາວອນ ໃນພາກພື້ນ

ວັນທີ 26 ພຶດສະພາ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ຫວຽດນາມ ຟ້າມບິ່ງມິງ ໄດ້ເຂົ້າຮ່ວມ ແລະ ມີບົດກ່າວປາໄສສຳຄັນຢູ່ກອງປະຊຸມສາກົນ ກ່ຽວກັບອະນາຄົດອາຊີ ຄັ້ງທີ 27 ຢູ່ນະຄອນຫຼວງໂຕກຽວ (ປະເທດຍີ່ປຸ່ນ).
  ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: ່ດ່າວແທງຕຸ່ງ/ TTXVN)  

 ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໄດ້ຍົກໃຫ້ເຫັນບາງຂໍ້ສະເໜີສຳຄັນເພື່ອແນໃສ່ເພີ່ມທະວີການຮ່ວມມື, ຮັກສາວັດທະນາຖາວອນຢູ່ລະດັບພາກພື້ນ, ທົ່ວໂລກ ແລະ ເສີມຂະຫຍາຍບົດບາດຂອງອາຊີ. ກ່ອນອື່ນໝົດ, ພາກພື້ນຄວນເພີ່ມທະວີຄວາມຮັບຜິດຊອບຮັກສາ ແລະ ສ້າງສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ ໃຫ້ແກ່ການພັດທະນາ ແລະ ວັດທະນາຖາວອນບົນພື້ນຖານລວມແມ່ນ ການຮ່ວມມື, ຄວາມຮູ້, ຄວາມໄວ້ເນື້ອເຊື່ອໃຈ ແລະ ຄວາມຮັບຜິດຊອບ. ສຳລັບບັນຫາທະເລຕາເວັນອອກ, ຕ້ອງແກ້ໄຂບັນດາການຂັດແຍ້ງກັນ ແລະ ຄວາມບໍ່ລົງລອຍກັນໂດຍສັນຕິວິທີ, ເຄົາລົບກົດໝາຍ, ເປັນຕົ້ນແມ່ນກົດບັດ ສປຊ, ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.

ອາຊີຕ້ອງນຳໜ້າຊຸກຍູ້ລັດທິຫຼາຍຝ່າຍ, ຈິດໃຈຮ່ວມມື ແລະ ຮ່ວມສຳພັນຕາມທິດເປີດ, ກວມລວມ, ມີຄວາມສະເໝີພາບ, ຍືນຍົງ ແລະ ອີງໃສ່ກົດໝາຍ; ບັນດາປະເທດຄວນມານະພະຍາຍາມພ້ອມກັນຮັບປະກັນບັນດາພື້ນຖານຊຸກຍູ້ການຟື້ນຟູການເຕີບໂຕຂອງບັນດາປະເທດ ແລະ ພາກພື້ນ ອາຊີ, ຈາກນັ້ນສືບຕໍ່ຮັກສາບົດບາດຂອງ ອາຊີ ແມ່ນກຳລັງໜູນຫຼັກແຫຼ່ງຂອງການເຕີບໂຕທົ່ວໂລກ.

ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ແບ່ງປັນວ່າ ຫວຽດນາມ ໃຫ້ບຸລິມະສິດການພັດທະນາໄວ ແລະ ຍືນຍົງ ອີງໃສ່ວິທະຍາສາດເຕັກໂນໂລຢີ, ປ່ຽນແປງໃໝ່ປະດິດຄິດສ້າງ ແລະ ຫັນເປັນດີຈີຕອນ; ສ້າງພື້ນຖານເສດຖະກິດຂຽວ, ເສດຖະກິດໝູນວຽນ, ເປັນມິດກັບສິ່ງແວດລ້ອມ. ຫວຽດນາມ ກຳນົດຖືເອົາມະນຸດເປັນໃຈກາງ, ເປັນເຈົ້າກຳ, ເປັນເປົ້າໝາຍ ແລະກຳລັງໜູນພັດທະນາ. ຫວຽດນາມ ສືບຕໍ່ແມ່ນເພື່ອນມິດ, ຄູ່ຮ່ວມມືທີ່ມີຄວາມໄວ້ເນື້ອເຊື່ອໃຈຕໍ່ບັນດາປະເທດໃນໂລກ, ເປັນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອບຂອງປະຊາຄົມສາກົນ.


top