ຂ່າວສານ

ກອງປະຊຸມອອນລາຍທົ່ວປະເທດຄົ້ນຄວ້າ, ຮ່ຳຮຽນ, ເຊື່ອມຊຶມ, ເຜີຍແຜ່ມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ

ຄະນະພັກ, ອົງການຈັດຕັ້ງພັກ, ແນວໂຮມປະເທດຊາດ, ໝູ່ຄະນະ, ໂດຍສະເພາະແມ່ນຜູ້ນຳໜ້າປະຕິບັດ 5 ບັນຫາຈຸດສຸມໃຫ້ເປັນຢ່າງດີ, ໃນນັ້ນມີການຄົ້ນຄວ້າ, ຮ່ຳຮຽນ, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ພຽງແຕ່ແມ່ນບາດກ້າວທຳອິດ.
ກອງປະຊຸມອອນລາຍທົ່ວປະເທດກ່ຽວກັບການຄົ້ນຄວ້າ, ຮ່ຳຮຽນ, ເຊື່ອມຊຶມ, ເຜີຍແຜ່ມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ. (ພາບ: TTXVN)

ໂດຍປະຕິບັດຕາມຄຳສັ່ງເລກທີ 01 ອອກວັນທີ 09 ມີນາ 2021 ຂອງກົມການເມືອງຊຸດທີ 13 “ກ່ຽວກັບການຄົ້ນຄວ້າ, ຮ່ຳຮຽນ, ເຊື່ອມຊຶມ, ເຜີຍແຜ່ ແລະ ຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງພັກກອມມູນິດຫວຽດນາມ”. ຕອນເຊົ້າວັນທີ 27 ມີນາ, ຄະນະເລຂາສູນກາງພັກໄດ້ຈັດກອງປະຊຸມອອນລາຍທົ່ວປະເທດກ່ຽວກັບການຄົ້ນຄວ້າ, ຮ່ຳຮຽນ, ເຊື່ອມຊຶມ, ເຜີຍແຜ່ມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ. ເຂົ້າຮ່ວມກອງປະຊຸມມີທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ, ທ່ານຜູ້ປະຈຳການຄະນະເລຂາ ຫວໍວັນເຖືອງ.

        ກ່າວຄຳເຫັນໄຂກອງປະຊຸມ, ທ່ານຜູ້ປະຈຳການຄະນະເລຂາ ຫວໍວັນເຖືອງ ສະເໜີໃຫ້ຄະນະພັກ, ອົງການຈັດຕັ້ງພັກ, ແນວໂຮມປະເທດຊາດ, ໝູ່ຄະນະ, ໂດຍສະເພາະແມ່ນຜູ້ນຳໜ້າປະຕິບັດ 5 ບັນຫາຈຸດສຸມໃຫ້ເປັນຢ່າງດີ, ໃນນັ້ນມີການຄົ້ນຄວ້າ, ຮ່ຳຮຽນ, ເຊື່ອມຊຶມມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ພຽງແຕ່ແມ່ນບາດກ້າວທຳອິດ, ສິ່ງສຳຄັນແມ່ນຕ້ອງນຳເນື້ອໃນມະຕິເຂົ້າສູ່ຊີວິດຕົວຈິງ.

        “ພາຍຫຼັງກອງປະຊຸມນີ້, ຄະນະພັກ, ອົງການຈັດຕັ້ງພັກຕ້ອງສຸມໃສ່ສ້າງລາຍການເຄື່ອນໄຫວຫັນບັນດາແຜນການ, ແຜນຮ່າງທີ່ມີຄວາມເປັນໄປໄດ້ສູງໃຫ້ລະອຽດ ຕິດພັນກັບເງື່ອນໄຂຕົວຈິງ, ມີປະສິດທິຜົນຢ່າງແທດຈິງ ເພື່ອປະກອບສ່ວນຍົກສູງຊີວິດການເປັນຢູ່ຂອງປະຊາຊົນ ແລະ ການພັດທະນາຂອງແຕ່ລະທ້ອງຖິ່ນ, ຫົວໜ່ວຍຢ່າງແຮງ. ພິເສດ, ບັນດາອົງການສູນກາງ, ຕາມພາລະບົດບາດ, ໜ້າທີ່ຂອງຕົນ ສຸມໃສ່ຄົ້ນຄວ້າ ຫັນເປັນລະອຽດ, ລະບອບລະບຽບເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກເປັນກົດໝາຍ, ກົນໄກ, ນະໂຍບາຍ ເພື່ອນຳເຂົ້າໃນການດຳລົງຊີວິດ,  ແກ້ໄຂຂໍ້ຈຳກັດ, ອ່ອນດ້ອຍເຊິ່ງກອງປະຊຸມໃຫຍ່ໄດ້ວາງອອກຢ່າງທັນການ”.

(ແຫຼ່ງຄັດຈາກ VOV)


top