ຂ່າວສານ

ກອງປະຊຸມສົ່ງເສີມການລົງທຶນເຂົ້າແຂວງບິ່ງທ້ວນ 2019

ຕອນເຊົ້າວັນທີ 22 ກັນຍາ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບາ ຫວຽດນາມ        ເຈືອງຮວ່າບິ່ງ ໄດ້ເຂົ້າຮ່ວມ ແລະ ຊີ້ນໍາກອງປະຊຸມ ສົ່ງເສີມການລົງທຶນເຂົ້າ ແຂວງບິ່ງທ້ວນ 2019. 
ນີ້ແມ່ນເຫດການເພື່ອແນໃສ່ໂຄສະນາຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບ ແລະ ກາລະໂອກາດການລົງທຶນເຂົ້າທ້ອງຖິ່ນ ໃຫ້ນັກລົງທຶນທັງຢູ່ພາຍໃນ ແລະ ຕ່າງປະເທດ.

ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ ເປັນສັກຂີພິຍານ ພິທີລົງນາມບົດບັນທຶກຊ່ວຍຈໍາ (ພາບ: TTXVN)

ທີ່ກອງປະຊຸມ, ການນໍາແຂວງບິ່ງທ້ວນ ໄດ້ແນະນໍາກ່ຽວກັບຄວາມສາມາດບົ່ມຊ້ອນ, ທ່າແຮງ, ແຜນຜັງເມືອງ, ບັນດາໂຄງການບຸລິມະສິດດຶງດູດການລົງທຶນ. ໃນນັ້ນ ສຸມໃສ່ 3 ເສົາຄໍ້າຕົ້ນຕໍ: ການທ່ອງທ່ຽວ - ການບໍລິການ, ລະຫຼີ້ນບັນເທີງລະດັບ ສູງ, ການຄ້າ, ເຂດຕົວເມືອງ - ເຂດຊຸມຊົນ; ອຸດສາຫະກໍາປຸງແຕ່ງ - ປະດິດສ້າງ-ພະລັງງານຜະລິດຄືນໃໝ່; ກະສິກໍາໝູນໃຊ້ເຕັກໂນໂລຢີສູງ.  ກ່າວຄໍາເຫັນທີ່ກອງປະຊຸມ, ທ່ານເຈືອງຮວ່າບິ່ງ ຊີ້ແຈ້ງວ່າ:

        “ທາງແຂວງຄວນສືບຕໍ່ສ້າງສະພາບແວດລ້ອມທີ່ສະດວກ, ມີກົນໄກນະໂຍບາຍດຶງດູດບັນດານັກລົງທຶນ, ວິສາຫະກິດຂະໜາດໃຫຍ່ທີ່ມີອິດທິພົນຊື່ສຽງ, ມີກໍາລັງຄວາມສາມາດບົ່ມຊ້ອນຢ່າງແຮງ, ເຂົ້າມາລົງທຶນໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນ, ທ່າແຮງ ເພື່ອສ້າງກໍາລັງໜູນໃຫ້ແກ່ການພັດທະນາ ດ້ວຍເປົ້າໝາຍແມ່ນ ນໍາແຂວງ ບິ່ງທ້ວນ ພັດທະນາ ແລະ ຍືນຍົງ ແລະ ບໍ່ສົ່ງຜົນສະທ້ອນຕໍ່ສິ່ງແວດລ້ອມ”.

        ທີ່ກອງປະຊຸມ, ແຂວງ ບິ່ງທ້ວນ ໄດ້ມອບຂໍ້ຕົກລົງແຜນນະໂຍບາຍລົງທຶນໃຫ້ແກ່ 11 ໂຄງການ ດ້ວຍເງິນລົງທຶນທັງໝົດຫຼາຍກວ່າ 23.000 ຕື້ດົງ ແລະ ລົງນາມໃນບົດບັນທຶກຊ່ວຍຈໍາວ່າດ້ວຍການຈົດທະບຽນລົງທຶນໃຫ້ 14 ໂຄງການ ດ້ວຍທຶນຈົດທະບຽນທັງໝົດແມ່ນ 19 ຕື້ USD  ແລະ ຫຼາຍກວ່າ  30.600 ຕື້ດົງໃນຫຼາຍຂົງເຂດ.

(ແຫຼ່ງຄັດຈາກ VOV)


top