ຂ່າວສານ

ກອງປະຊຸມສູນກາງພັກຄັ້ງທີ 7 ຊຸດທີ XII: ປຶກສາຫາລືແຜນຮ່າງສ້າງຖັນແຖວພະນັກງານທຸກຂັ້ນ

ວັນທີ 8 ພຶດສະພາ, ກອງປະຊຸມຄັ້ງທີ 7 ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຊຸດທີ XII ກ້າວເຂົ້າສູ່ມື້ເຮັດວຽກທີ 2

ສູນກາງພັກເຮັດວຽກຢູ່ຫໍປະຊຸມ

ໃນຕອນເຊົ້າ, ສູນກາງພັກໄດ້ເຮັດວຽກຢູ່ຫໍປະຊຸມ ແລະໄດ້ປຶກສາຫາລືກ່ຽວກັບແຜນຮ່າງສຸມໃສ່ສ້າງຖັນແຖວພະນັກງານທຸກຂັ້ນ. ແຜນຮ່າງໄດ້ກຳນົດຢ່າງຈະແຈ້ງຄາດໝາຍສັງລວມ ແລະ ຄາດໝາຍລະອຽດ ຂອງການສ້າງຖັນແຖວພະນັກງານທຸກຂັ້ນ. ຮອດປີ 2025, ສືບຕໍ່ສ້າງສຳເລັດ, ຫັນບັນດາຂໍ້ກຳນົດ, ກົດລະບຽບ, ຂັ້ນຕອນກ່ຽວກັບວຽກງານພະນັກງານຢ່າງຄົບຊຸດ, ສ້າງຖັນແຖວພະນັກງານທຸກຂັ້ນ ຕອບສະຫນອງມາດຕະຖານຕຳແຫນ່ງ, ຫນ້າທີ່ວຽກງານ ແລະ ລະດັບກຳລັງຄວາມສາມາດຕາມການກຳນົດ. ຮອດປີ 2030, ສ້າງຖັນແຖວພະນັກງານທຸກຂັ້ນເປັນມືອາຊີບ, ມີຄຸນນະພາບສູງ, ຮັບປະກັນການມອບໂອນລຸ້ນພະນັກງານຢ່າງໝັ້ນຄົງ, ສ້າງຖັນແຖວພະນັກງານການນຳ, ການຄຸ້ມຄອງທຸກຂັ້ນ, ເປັນຕົ້ນແມ່ນຂັ້ນຍຸດທະສາດເໝາະສົມກັບຫນ້າທີ່.

ຕອນບ່າຍ, ສູນກາງພັກເຮັດວຽກຕາມກຸ່ມເພື່ອປຶກສາຫາລືກ່ຽວກັບແຜນຮ່າງປະຕິຮູບນະໂຍບາຍເງິນເດືອນສຳລັບພະນັກງານ, ລັດຖະກອນ, ກຳລັງປະກອບອາວຸດ ແລະ ຄົນງານໃນວິສາຫະກິດ.

(ແຫຼ່ງຄັດຈາກ VOV)



top