ຂ່າວສານ

ກອງປະຊຸມສູນກາງພັກກອມມູນິດ ຫວຽດນາມຄັ້ງທີ 5 ຕັດສິນຫຼາຍບັນຫາສຳຄັນ

ໃນບົດກ່າວປາໄສອັດກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII ທີ່ດຳເນີນໃນວັນທີ 10 ພຶດສະພາປີ 2022, ທ່ານເລຂາທິການໃຫຍ່ ຫວຽດນາມ ຫງວຽນຝູຈ້ອງ ໄດ້ລວບລວມໝາກຜົນສຳຄັນຫຼັກແຫຼ່ງ ໂດຍກອງປະຊຸມບັນລຸໄດ້ໃນບັນຫາຄຸ້ມຄອງ ແລະ ນຳໃຊ້ທີ່ດິນ, ບັນຫາກະສິກຳ, ຊາວກະສິກອນ, ຊົນນະບົດ, ກ່ຽວກັບບັນຫາພັດທະນາເສດຖະກິດລວມໝູ່, ບັນຫາກໍ່ສ້າງອົງການຈັດຕັ້ງພັກຂັ້ນຮາກຖານ ແລະ ສະມາຊິກພັກ, ແຜນນະໂຍບາຍສ້າງຄະນະຊີ້ນຳກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງຂັ້ນແຂວງ.
  ທ່ານເລຂາທິການໃຫຍ່ ຫວຽດນາມ ຫງວຽນຝູຈ້ອງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)  

 ກ່ຽວກັບບັນຫາຄຸ້ມຄອງ ແລະ ນຳໃຊ້ທີ່ດິນ, ຄະນະບໍລິຫານງານສູນກາງພັກ ໄດ້ເຫັນດີເປັນເອກະພາບຢ່າງສູງ ຕໍ່ການປະກາດໃຊ້ມະຕິສະບັບໃໝ່ກ່ຽວກັບການ “ສືບຕໍ່ປ່ຽນແປງໃໝ່, ປັບປຸງລະບອບລະບຽບການ, ນະໂຍບາຍໃຫ້ສົມບູນແບບ, ຍົກສູງປະສິດທິຜົນ, ປະສິດທິພາບໃນການຄຸ້ມຄອງ ແລະ ນຳໃຊ້ທີ່ດິນ; ສ້າງກຳລັງໜູນນຳຫວຽດນາມ ກາຍເປັນປະເທດພັດທະນາມີລາຍຮັບສູງ”. ສູນກາງພັກຖືວ່າ, ຕ້ອງມີການສືບທອດ, ເພີ່ມເຕີມ, ຂະຫຍາຍມະຕິກອງປະຊຸມສູນກາງພັກຄັ້ງທີ 6 ຕາມທິດສືບຕໍ່ຢັ້ງຢືນ: ທີ່ດິນເປັນກຳມະສິດຂອງປະຊາຊົນ ໂດຍ ລັດເປັນຕົວແທນເຈົ້າຂອງກຳມະສິດ ແລະ ເປັນເອກະພາບຄຸ້ມຄອງ. ລັດຖອນຄືນທີ່ດິນ ເພື່ອນຳໃຊ້ເຂົ້າບັນດາເປົ້າໝາຍການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ຮັບໃຊ້ຜົນປະໂຫຍດແຫ່ງຊາດ, ຜົນປະໂຫຍດພາກສາທາລະນະ ແລະ ໂຄງການພັດທະນາເສດຖະກິດ - ສັງຄົມຕາມການກຳນົດຂອງກົດໝາຍ, ຮັບປະກັນຄວາມສະເໝີພາບ, ໂປ່ງໄສ, ເປີດເຜີຍ. ການຄຸ້ມຄອງ ແລະ ນຳໃຊ້ທີ່ດິນຕ້ອງຮັບປະກັນຜົນປະໂຫຍດລວມຂອງທົ່ວປວງຊົນສ້າງເງື່ອນໄຂໃຫ້ແກ່ປະຊາຊົນໄດ້ສຳຜັດ, ນຳໃຊ້ທີ່ດິນຢ່າງສະເໝີພາບ, ມີປະສິດທິຜົນ ແລະ ຍືນຍົງ. ບົນພື້ນຖານເຫັນດີເປັນເອກະພາບກ່ຽວກັບຄວາມຮັບຮູ້, ເຊື່ອມຊຶມບັນດາທັດສະນະ, ແນວຄິດຊີ້ນຳດັ່ງກ່າວຢ່າງຄົບຖ້ວນ ແລະ ເລິກເຊິ່ງ, ກອງປະຊຸມສູນກາງພັກຄັ້ງນີ້ ໄດ້ໄຈ້ແຍກ, ຕີລາຄາຢ່າງເລິກ, ຕີລາສູງ ແລະ ເປັນເອກະພາບຢ່າງສູງ ກ່ຽວກັບມາດຕະການ, ແຜນນະໂຍບາຍ, ການກຳນົດທິດສືບຕໍ່ປ່ຽນແປງໃໝ່, ປັບປຸງ ແລະ ຈັດຕັ້ງປະຕິບັດກົດໝາຍ, ນະໂຍບາຍວ່າດ້ວຍທີ່ດິນໃຫ້ດີກ່ວານີ້ອີກ, ກ່ອນອື່ນໝົດແມ່ນການປັບປຸງ, ເພີ່ມເຕີມກົດໝາຍວ່າດ້ວຍທີ່ດິນປີ 2013 ແລະ ກົດໝາຍສະບັບຕ່າງໆທີ່ກ່ຽວຂ້ອງ ເພື່ອແກ້ໄຂຂໍ້ຈຳກັດ, ຂໍ້ອ່ອນດ້ອຍທີ່ຍັງຄົງຄ້າງທີ່ມີມາແຕ່ດົນນານ.

ກ່ຽວກັບບັນຫາກະສິກຳ, ຊາວກະສິກອນ, ຊົນນະບົດ, ຄະນະບໍລິຫານງານສູນກາງພັກ ເຫັນໄດ້ວ່າ: ພາຍຫຼັງການປະຕິບັດມະຕິກອງປະຊຸມຄັ້ງທີ 7 ຊຸດທີ X ຂອງ ພັກກອມມະນູດ ຫວຽດນາມ ກ່ຽວກັບກະສິກຳ, ຊາວກະສິກອນ, ຊົນນະບົດ ມາເປັນເວລາ 15 ປີ”, ດ້ວຍການເຂົ້າຮ່ວມຢ່າງຕັ້ງໜ້າຂອງທົ່ວລະບົບການເມືອງ, ການຮ່ວມແຮງຮ່ວມໃຈ ຂອງທົ່ວປວງຊົນ, ຫວຽດນາມ ບັນລຸໄດ້ຜົນງານໃຫຍ່ຫຼວງຫຼາຍຢ່າງ, ຮອບດ້ານ, ເປັນຕົ້ນແມ່ນການສ້າງໂຄງປະກອບກະສິກຳຄືນໃໝ່, ກໍ່ສ້າງຊົນນະບົດໃໝ່, ຍູ້ໄວວິວັດການຫັນກະສິກຳ, ຊົນນະບົດ ເປັນອຸດສາຫະກຳ ແລະ ທັນສະໄໝ ແລະ ປັບປຸງຊີວິດການເປັນຢູ່ຂອງປະຊາຊົນ, ຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ. ຄວາມເຊື່ອໝັ້ນຂອງປະຊາຊົນທີ່ມີຕໍ່ພັກ ແລະ ລັດນັບມື້ນັບໄດ້ຮັບການປັບປຸງ ແລະ ຍົກສູງຂຶ້ນ. ເພື່ອສືບຕໍ່ເສີມຂະຫຍາຍບັນດາໝາກຜົນ, ຜົນງານທີ່ບັນລຸໄດ້ນັ້ນ, ຕ້ອງມີຄວາມຮັບຮູ້ຢ່າງຄົບຖ້ວນ ແລະ ຖືກຕ້ອງ ກ່ວາກ່ຽວກັບທີ່ຕັ້ງ, ບົດບາດທີ່ມີຄວາມໝາຍຂອງຍຸດທະສາດຍາວນານໃນການພັດທະນາກະສິກຳ, ຊາວກະສິກອນ, ຊົນນະບົດຕໍ່ພາລະກິດປ່ຽນແປງໃໝ່, ສ້າງສາ ແລະ ປົກປັກຮັກສາປະເທດຊາດ,  ຖືນີ້ແມ່ນພື້ນຖານ ແລະ ກຳລັງສຳຄັນພິເສດ ເພື່ອພັດທະນາເສດຖະກິດ - ສັງຄົມໂດຍໄວ ແລະ ຍືນຍົງ, ຮັກສາການເມືອງຢ່າງມີສະຖຽນລະພາບ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ອະນຸລັກຮັກສາ ແລະ ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳ ແລະ ກຳລັງແຮງ ຂອງຊາວຫວຽດນາມ. ການຫັນກະສິກຳ, ຊົນນະບົດເປັນອຸດສາຫະກຳ, ທັນສະໄໝແມ່ນໜ້າທີ່ສຳຄັນແຖວໜ້າຂອງວິວັດການຫັນປະເທດຊາດເປັນອຸດສາຫະກຳ, ທັນສະໄໝ. ລັດຕ້ອງສືບຕໍ່ໃຫ້ບູລິມະສິດແຫຼ່ງກຳລັງລົງທຶນໃຫ້ແກ່ກະສິກຳ, ຊາວກະສິກອນ, ຊົນນະບົດ. ພັດທະນາຢ່າງກົມກຽວລະຫວ່າງ ຊົນນະບົດ ແລະ ຕົວເມືອງ, ລະຫວ່າງບັນດາເຂດ, ພາກ; ຕິດພັນຢ່າງແໜ້ນແຟ້ນ ລະຫວ່າງ ອຸດສາຫະກຳ, ການບໍລິການກັບກະສິກຳ; ລະຫວ່າງການພັດທະນາຊົນນະບົດແບບຍືນຍົງ ກັບວິວັດການຫັນເປັນຕົວເມືອງຕາມທິດ “ກະສິກຳນິເວດ, ຊົນນະບົດທັນສະໄໝ, ຊາວກະສິກອນສີວິໄລ”.

ກ່ຽວກັບບັນຫາພັດທະນາເສດຖະກິດລວມໝູ່, ກອງປະຊຸມສູນກາງພັກ ໄດ້ເຫັນດີເປັນເອກະພາບຢ່າງສູງຕໍ່ຄວາມຈຳເປັນຕ້ອງສືບຕໍ່ຢັ້ງຢືນທີ່ຕັ້ງບົດບາດ ແລະ ໝາກຜົນສຳຄັນທີ່ບັນລຸໄດ້ຂອງເສດຖະກິດລວມໝູ່ຂອງ ຫວຽດນາມ ໃນຕະຫຼອດໄລຍະ 20 ປີແຫ່ງການປະຕິບັດມະຕິສູນກາງພັກຄັ້ງທີ 5 ຊຸດທີ IX. ຄະນະບໍລິຫານງານສູນກາງພັກຮຽກຮ້ອງວ່າ ໃນໄລຍະຈະມາເຖິງ, ຕ້ອງສືບຕໍ່ເຊື່ອມຊຶມ, ມີຄວາມຮັບຮູ້ຢ່າງເລິກເຊິ່ງ, ຄົບຖ້ວນ, ປະຕິບັດຢ່າງເຂັ້ມງວດຕໍ່ມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XIII ແລະ ມະຕິກອງປະຊຸມຂອງສູນກາງພັກຄັ້ງນີ້ ກ່ຽວກັບການພັດທະນາເສດຖະກິດລວມໝູ່ ໃຫ້ເໝາະສົມກັບຄວາມຮຽກຮ້ອງຕ້ອງການ ແລະ ລັກສະນະຂອງພື້ນຖານເສດຖະກິດການຕະຫຼາດຕາມການກຳນົດທິດສັງຄົມນິຍົມ ແລະ ເຊື່ອມໂຍງເຂົ້າກັບສາກົນທີ່ນັບມື້ນັບເລິກເຊິ່ງກ້ວາງຂວາງຂອງ ຫວຽດນາມ. ຕ້ອງຮັບຮູ້ຢ່າງຈະແຈ້ງວ່າ: ການພັດທະນາ ແລະ ຍົກສູງປະສິດທິຜົນໃນການເຄື່ອນໄຫວຂອງເສດຖະກິດລວມໝູ່ແມ່ນໜ້າທີ່ຂອງທົ່ວລະບົບການເມືອງ.

ກ່ຽວກັບບັນຫາກໍ່ສ້າງການຈັດຕັ້ງພັກຂັ້ນຮາກຖານ ແລະ ສະມາຊິກພັກ, ສູນກາງເຫັນດີເປັນເອກະພາບຢ່າງສູງ ກ່ຽວກັບຄວາມຈຳເປັນຕ້ອງສ້າງການຫັນປ່ຽນຢ່າງແຮງ ແລະ ແທດຈິງກ່ວາອີກ ໃນການຍົກສູງກຳລັງຄວາມສາມາດໃນການນຳພາ, ກຳລັງຕໍ່ສູ້ຂອງອົງການຈັດຕັ້ງພັກຂັ້ນຮາກຖານ ແລະ ຄຸນນະພາບຂອງຖັນແຖວພະນັກງານ, ສະມາຊິກພັກ, ປະກອບສ່ວນເຂົ້າໃນການກໍ່ສ້າງພັກ ແລະ ລະບົບການເມືອງຢູ່ ຫວຽດນາມ ໃຫ້ປອດໃສ, ເຂັ້ມແຂງ, ຮອບດ້ານຢ່າງແທ້ຈິງ, ແຕ່ກົກເຄົ້າ, ແຕ່ຮາກຖານ; ກໍ່ສ້າງຖັນແຖວພະນັກງານຂັ້ນກຳມະການ, ເປັນຕົ້ນແມ່ນເລຂາຄະນະພັກທີ່ມີກຳລັງຄວາມສາມາດຢ່າງພຽງພໍ, ມີອິດທິພົນຊື່ສຽງໃນການນຳພາອົງການຈັດຕັ້ງພັກຂັ້ນຮາກຖານ ປະຕິບັດໜ້າທີ່ດ້ານການເມືອງຢ່າງມີປະສິດທິຜົນ, ຍົກສູງຄຸນນະພາບວຽກງານຂະຫຍາຍສະມາຊິກພັກ ແລະ ຄຸນນະພາບສະມາຊິກພັກ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງສະພາບການໃໝ່. ສູນກາງພັກໄດ້ເນັ້ນໜັກເປັນພິເສດເຖິງຄວາມຮັບຮູ້ ຕ້ອງກຳນົດຢ່າງຈະແຈ້ງວ່າ ການຈັດຕັ້ງພັກຂັ້ນຮາກຖານແມ່ນພື້ນຖານຂອງພັກ, ແມ່ນແກ່ນສານການເມືອງຢູ່ຂັ້ນຮາກຖານ, ເປັນຂົວເຊື່ອມຕໍ່ລະຫວ່າງ ພັກກັບ ປະຊາຊົນ, ຮັບປະກັນການນຳພາຂອງພັກຢູ່ຂັ້ນຮາກຖານ, ມີທີ່ຕັ້ງສຳຄັນທີ່ສຸດໃນລະບົບການຈັດຕັ້ງຂອງພັກ.

ໄປຄຽງຄູ່ກັບບັນດາບັນຫາດັ່ງກ່າວ, ຄະນະບໍລິຫານງານສູນກາງພັກ ກໍ່ໄດ້ປຶກສາຫາລື ແລະ ເຫັນດີເປັນເອກະພາບຢ່າງສູງ ຕໍ່ແຜນນະໂຍບາຍກໍ່ສ້າງຄະນະຊີ້ນຳຂັ້ນແຂວງ ກ່ຽວກັບການປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ໄພຫຍໍ້ທໍ້, ຖືນີ້ແມ່ນວຽກງານທີ່ຈຳເປັນ, ຖືກຕ້ອງ, ເໝາະສົມກັບສະພາບການຕົວຈິງໃນປັດຈຸບັນ. 


top