ຂ່າວສານ

ກອງປະຊຸມສຸດຍອດອາຊຽນຄັ້ງທີ 35: ມາເລເຊຍ ສະແດງຄວາມວິຕົກກັງວົນກ່ຽວກັບສະພາບການຢູ່ທະເລຕາເວັນອອກ

ທ່ານລັດຖະມົນຕີການຕ່າງປະເທດມາເລເຊຍ Saifiddin Abdullah ໄດ້ສະແດງຄວາມວິຕົກກັງວົນຂອງມາເລເຊຍ ຕໍ່ເລື່ອງມີກ່ຳປັ່ນຕຳຫຼວດທະເລຫຼາຍລຳຂອງຈີນ ຢູ່ເຂດນ້ຳແດນດິນຂອງປະເທດນີ້.


ທ່ານລັດຖະມົນຕີການຕ່າງປະເທດມາເລເຊຍ Saifiddin Abdullah

(ພາບປະກອບ: malaymail.com)


ທີ່ກອງປະຊຸມປະຊາຄົມການເມືອງ - ຄວາມໝັ້ນຄົງອາຊຽນ ຄັ້ງທີ 20, ວັນທີ 02 ພະຈິກ, ໃນຂອບເຂດກອງປະຊຸມສຸດຍອດອາຊຽນ ຄັ້ງທີ 35 ຢູ່ໄທ, ທ່ານລັດຖະມົນຕີການຕ່າງປະເທດມາເລເຊຍ Saifiddin Abdullah ໄດ້ສະແດງຄວາມວິຕົກກັງວົນຂອງມາເລເຊຍ ຕໍ່ເລື່ອງມີກ່ຳປັ່ນຕຳຫຼວດທະເລຫຼາຍລຳຂອງຈີນ ຢູ່ເຂດນ້ຳແດນດິນຂອງປະເທດນີ້.

        ເຕື້ອງເຖິງບັນຫາທະເລຕາເວັນອອກ, ທ່ານ Saifiddin Abdullah ສະແດງຄວາມວິຕົກກັງວົນຕໍ່ເລື່ອງມີກ່ຳປັ່ນຕຳຫຼວດທະເລຫຼາຍລຳຂອງຈີນ ມີໜ້າຢູ່ເຂດຝັ່ງທະເລມາເລເຊຍ ເປັນປະຈຳ, ໃນຂະນະທີ່ວິວັດທະນາການເຈລະຈາກົດແຫ່ງການປະພຶດໃນທະເລຕາເວັນອອກ (COC) ກັບປັກກິງ ພວມດຳເນີນໄປ. ຕາມທ່ານ Saifiddin Abdullah ແລ້ວ, ກະຊວງການຕ່າງປະເທດມາເລເຊຍ ຈະສ້າງຕັ້ງສູນຄົ້ນຄວ້າການເດີນທະເລ ແລະ ເຊື້ອເຊີນບັນດາປະເທດສະມາຊິກອາຊຽນ ເຂົ້າຮ່ວມ.

(ແຫຼ່ງຄັດຈາກ VOV)


top