ຂ່າວສານ

ກອງປະຊຸມສຸດຍອດອາຊຽນ-ສ.ເກົາຫຼີ: ຖະແຫຼງການວິໄສທັດຮ່ວມເພື່ອສັນຕິພາບ,ຄວາມວັດທະນາຖາວອນແລະຄູ່ຮ່ວມມື

      ບັນດາການນຳອາຊຽນ ແລະ ສ.ເກົາຫຼີ ໄດ້ເຫັນດີນຳກັນຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດ 2 ຝ່າຍໃນບັນດາບັນຫາພາກພື້ນ ແລະ ທົ່ວໂລກ

ບັນດາການນຳອາຊຽນ ແລະ ສ.ເກົາຫຼີ
(ພາບ: TTXVN)
      ວັນທີ 26 ພະຈິກ, ບັນດາການນຳອາຊຽນ ແລະ ສ.ເກົາຫຼີ ໄດ້ເຫັນດີນຳກັນຍົກລະດັບການພົວພັນຄູ່ຮ່ວມມືຍຸດທະສາດ 2 ຝ່າຍໃນບັນດາບັນຫາພາກພື້ນ ແລະ ທົ່ວໂລກ, ເພື່ອສົມທົບກັນຮັບມືກັບບັນດາສິ່ງທ້າທາຍເປັນຢ່າງດີກວ່າ ກໍຄືຍາດແຍ່ງບັນດາກາລະໂອກາດຢູ່ພາຍພາກໜ້າ. ຕາມ “ຖະແຫຼງການວິໄສທັດຮ່ວມເພື່ອສັນຕິພາບ, ຄວາມວັດທະນາຖາວອນ ແລະ ຄູ່ຮ່ວມມື”, ເຊິ່ງທ່ານປະທານາທິບໍດີສ.ເກົາຫຼີ Moon Jae in ແລະ ການນຳຂອງ 10 ປະເທດອາຊຽນ ລົງນາມພາຍຫຼັງວາລະປະຊຸມຄັ້ງທຳອິດຂອງກອງປະຊຸມສຸດຍອດພິເສດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງການພົວພັນລະຫວ່າງອາຊຽນ - ສ.ເກົາຫຼີ, ເຊິ່ງດຳເນີນຢູ່ Busan, ປະເທດສ.ເກົາຫຼີ, 2 ຝ່າຍໄດ້ເຫັນດີສ້າງຕັ້ງ “ປະຊາຄົມສັນຕິພາບ ແລະ ມີຄວາມວັດທະນາຖາວອນ ຖືປະຊາຊົນເປັນໃຈກາງ”. ເອກະສານສະບັບດັ່ງກ່າວກໍ່ຮັບຮອງວ່າ ອາຊຽນ ພ້ອມແລ້ວທີ່ຈະສວມບົດບາດມີລັກສະນະສ້າງສັນໃນການປະກອບສ່ວນຊຸກຍູ້ສັນຕິພາບ ແລະ ສະຖຽນລະພາບໃນແຫຼມເກົາຫຼີ. ຖະແຫຼງການເນັ້ນໜັກວ່າ 2 ຝ່າຍ “ຊຸກຍູ້ ແລະ ສ້າງເງື່ອນໄຂໃຫ້ແກ່ການເຈລະຈາ ແລະ ການຮ່ວມມື ຜ່ານບັນດາກົນໄກໂດຍອາຊຽນ ນຳໜ້າ, ເພື່ອແນໃສ່ສະໜັບສະໜູນການປອດນິວເຄຼຍຢ່າງສິ້ນເຊິງ ແລະ ສ້າງສັນຕິພາບແບບຍືນຍົງໃນແຫຼມເກົາຫຼີ ໂດຍສັນຕິວິທີ”. 2 ຝ່າຍກໍ່ເຫັນດີເພີ່ມທະວີການຮ່ວມມືໃນຂົງເຂດຄວາມໝັ້ນຄົງເພື່ອແກ້ໄຂບັນດາສິ່ງທ້າທາຍອາດຊະຍາກຳແບບເກົ່າ ແລະ ແບບໃໝ່…
 (ແຫຼ່ງຄັດຈາກ VOV)


top