ຂ່າວສານ

ກອງປະຊຸມສຸດຍອດພິເສດ ອາຊຽນ-ອາເມລິກາ 2022 ອອກຖະແຫຼງການວິໄສທັດລວມ

ຖະແຫຼງການຮ່ວມ ເນັ້ນໜັກເຖິງບັນດາເນື້ອໃນຮ່ວມມືຄື: ພ້ອມກັນຮັບມືກັບໂລກລະບາດໂຄວິດ 19, ເພີ່ມທະວີການເຊື່ອມຕໍ່ ແລະ ການພົວພັນດ້ານເສດຖະກິດ....
      (ພາບ: TTXVN)  

 ກອງປະຊຸມສຸດຍອດພິເສດ ອາຊຽນ-ອາເມລິກາ ຈັດຂຶ້ນຢູ່ວໍຊິງຕັນ, ປະເທດອາເມລິກາ ໃນວັນທີ 12-13 ພຶດສະພາ. ສອງຝ່າຍໄດ້ບັນລຸຫຼາຍຄວາມເປັນເອກະພາບສຳຄັນ ແລະ ອອກຖະແຫຼງການຮ່ວມວິໄສທັດລວມ ຊື່ງເປັນຂີດໝາຍແຫ່ງໄລຍະຮ່ວມມືໃໝ່ພາຍຫຼັງໄລຍະເວລາ 45 ປີ. ຖະແຫຼງການຮ່ວມຢືນຢັນຄືນໃໝ່ຄຳໝັ້ນສັນຍາກ່ຽວກັບການເພີ່ມທະວີ ແລະ ສ້າງການພົວພັນໂອ້ລົມສົນທະນາ ອາຊຽນ-ອາເມລິກາ ຮອບດ້ານກ່ວາອີກ.

ຖະແຫຼງການຮ່ວມ ເນັ້ນໜັກເຖິງບັນດາເນື້ອໃນຮ່ວມມືຄື: ພ້ອມກັນຮັບມືກັບໂລກລະບາດໂຄວິດ 19, ເພີ່ມທະວີການເຊື່ອມຕໍ່ ແລະ ການພົວພັນດ້ານເສດຖະກິດ; ຊຸກຍູ້ການຮ່ວມມືດ້ານທະເລ, ເພີ່ມທະວີການພົວພັນແລກປ່ຽນ ປຊຊ; ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ…

ໃນໄລຍະຈະມາເຖິງ, ທັງອາຊຽນ ແລະ ອາເມລິກາ ລ້ວນແຕ່ປາດຖະໜາຢາກບືນຕົວຂຶ້ນໃນລະດັບໜຶ່ງຂອງການພົວພັນຄູ່ຮ່ວມມື ແລະ ຮ່ວມມືໃໝ່ ແລະ ມອບໃຫ້ບັນດາທ່ານລັດຖະມົນຕີ ສົມທົບກັນປະຕິບັດຖະແຫຼງການວິໄສທັດລວມນີ້.


top