ຂ່າວສານ

ກອງປະຊຸມສຸດຍອດຜູ້ນຳແມ່ຍິງ ອາຊຽນ

      ບົດບາດຂອງ ແມ່ຍິງໄດ້ຢັ້ງຢືນຢ່າງຈະແຈ້ງໃນການຕໍ່ສູ້, ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19.

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ແລະ ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ຢູ່ກອງປະຊຸມ
      ໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ ຄັ້ງທີ 37 ແລະ ບັນດາກອງປະຊຸມກ່ຽວຂ້ອງ, ຕອນຄ່ຳວັນທີ 12 ພະຈິກ, ໄດ້ດຳເນີນກອງປະຊຸມສຸດຍອດຜູ້ນຳແມ່ຍິງ ອາຊຽນ ດ້ວຍຫົວຂໍ້ “ບົດບາດຂອງແມ່ຍິງໃນການກໍ່ສ້າງປະຊາຄົມ ອາຊຽນ ສະໜິດຕິດພັນ, ຂະຫຍັນຂັນເຄື່ອນ, ຍືນຍົງ ແລະ ກວມລວມ ໃນໂລກພາຍຫຼັງໂລກລະບາດໂຄວິດ-19”. ກອງປະຊຸມແມ່ນຂໍ້ລິເລີ່ມຂອງ ຫວຽດນາມ, ປະເທດປະທານ ອາຊຽນ ປີ 2020 ແລະ ແມ່ນການເຄື່ອນໄຫວສຳຄັນໃນບັນດາການເຄື່ອນໄຫວສະເຫຼີມສະຫຼອງ 25 ປີ ແຫ່ງວັນ ສ.ປ.ຊ ຮັບຮອງເອົາໂຄງການການເມືອງ ປັກກິ່ງ ກ່ຽວກັບການຄວາມສະເໝີພາບລະຫວ່າງຍິງ-ຊາຍ.
            ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ ບົດບາດສຳຄັນຂອງແມ່ຍິງສຳລັບການພັດທະນາຂອງທຸກໆປະເທດ. ບົດບາດຂອງ ແມ່ຍິງໄດ້ຢັ້ງຢືນຢ່າງຈະແຈ້ງໃນການຕໍ່ສູ້, ປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ-19.
            ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາງ ຫງວຽນທິກິມເງິນ ປະທານສະພາແຫ່ງຊາດ ຫວຽດນາມ ຢັ້ງຢືນວ່າ ເພື່ອເສີມຂະຫຍາຍບົດບາດສັງລວມຂອງແມ່ຍິງພາຍຫຼັງໂລກລະບາດໂຄວິດ-19, ອາຊຽນ ຄວນມີວິທີສຳຜັດແບບໃໝ່, ປະດິດຄິດສ້າງ ແລະ ມີປະສິດທິຜົນກ່ວາ.
            ອາຊຽນ ຄວນສັບຊ້ອນແມ່ຍິງເຂົ້າໃນກິດຈະການກໍ່ສ້າງ ແລະ ພື້ນຟູຄືນໃໝ່ເພີ່ມທະວີບົດບາດການນຳພາ ແລະ ທັດສະນະຂອງແມ່ຍິງໃນວິວັດການອອກລັດຖະນະໂຍບາຍກໍ່ຄື່ເພີ່ມສິດອຳນາດດ້ານເສດຖະກິດໃຫ້ແກ່ແມ່ຍິງຍົກເອົາບັນຫາຄວາມສະເໝີພາບລະຫວ່າງຍິງ-ຊາຍ ແລະ ມອບໃຫ້ສິດອຳນາດໃຫ້ແກ່ແມ່ຍິງເປັນບຸລິມະສິດສຳຄັນໃນວິວັດການສ້າງວິໄສທັດປະຊາຄົມພາຍຫຼັງປີ 2025.
            ເພື່ອຍົກສູງກຳລັງຄວາມສາມາດ ແລະ ເສີມຂະຫຍາຍຄວາມສາມາດບົ່ມຊ້ອນຂອງແມ່ຍິງ, ຄາດວ່າໃນປີ 2021, ຫວຽດນາມ ຈະຈັດຕັ້ງກອງປະຊຸມເວທີປາໄສສຸດຍອດ ອາຊຽນ ກ່ຽວກັບບົດບາດຂອງແມ່ຍິງເພື່ອປະກອບສ່ວນໃຫ້ແກ່ການຟື້ນຟູຮອບດ້ານ ແລະ ຍືນຍົງ.
(ແຫຼ່ງຄັດຈາກ VOV)


top